ຮ່າໂນ້ຍ ເພີ່ມທະວີການພັດທະນາອຸດສາຫະກຳຫນູນຊ່ວຍ
04/10/2022 07:32
(VOVWORLD) -ໂດຍກຳນົດວ່າ ອຸດສາຫະກຳຫນູນຊ່ວຍມີບົດບາດສຳຄັນໃນການພັດທະນາອຸດສາຫະກຳ, ແມ່ນເສົາຄ້ຳສຳຄັນຂອງການເຄື່ອນໄຫວດ້ານເສດຖະກິດ, ໃນຊຸມປີຜ່ານມາ ນະຄອນ ຮ່າໂນ້ຍ ໄດ້ມີຫລາຍກົນໄກນະໂຍບາຍ, ມາດຕະການ ພ້ອມກັບບັນດາແຜນການຜັນຂະຫຍາຍລະອຽດກ່ຽວກັບການພັດທະນາອຸດສາຫະກຳຫນູນຊ່ວຍ. ຍ້ອນເຫດນັ້ນ ກຸ່ມອຸດສາຫະກຳຫນູນຊ່ວຍຢູ່ບໍລິເວນນະຄອນ ໄດ້ມີການເຕີບໂຕຢ່າງແຮງ, ຫນູນຊ່ວຍການເຄື່ອນໄຫວຜະລິດອຸດສາຫະກຳຢ່າງມີປະສິດທິຜົນ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາລວມຂອງເສດຖະກິດນະຄອນຫລວງ.

ທ່ານນາງ ເຈີນທິເຟືອງລານ, ຜູ້ຮັກສາການ ຫົວຫນ້າພະແນກອຸດສາຫະກຳ ການຄ້າ ນະຄອນ ຮ່າໂນ້ຍ. ພາບ: hanoimoi.com.vn ຫນຶ່ງໃນບັນດານະໂຍບາຍເປັນຫນ້າສົນໃຈທີ່ສຸດໃນໄລຍະຜ່ານມາກ່ຽວກັບການພັດທະນາອຸດສາຫະກຳຫນູນຊ່ວຍຂອງນະຄອນ ຮ່າໂນ້ຍ ແມ່ນເລື່ອງປະກາດໃຊ້ຂໍ້ກຳນົດກົດລະບຽບ “ການຄຸ້ມຄອງງົບປະມານພັດທະນາອຸດສາຫະກຳຫນູນຊ່ວຍ ແລະ ກຳນົດລະອຽດບັນດາການເຄື່ອນໄຫວພັດທະນາອຸດສາຫະກຳຫນູນຊ່ວຍຂອງນະຄອນຮ່າໂນ້ຍ” ເມື່ອເດືອນ ມິຖຸນາປີ 2020 ເພື່ອເປົ້າໝາຍຫນູນຊ່ວຍບັນດາວິສາຫະກິດຂະແຫນງອຸດສາຫະກຳຫນູນຊ່ວຍເຊື່ອມຕໍ່ກັບບັນດາວິສາຫະກິດພາກພື້ນ ອາຊີ ກໍ່ຄືບັນດາພື້ນຖານອຸດສາຫະກຳພັດທະນາໃນໂລກ ເພື່ອພັດທະນາ. ທ່ານນາງ ເຈີນທິເຟືອງລານ, ຜູ້ຮັກສາການ ຫົວຫນ້າພະແນກອຸດສາຫະກຳ ການຄ້າ ຮ່າໂນ້ຍ ຖືວ່າ: “ ນະ ຄອນ ຮ່າ ໂນ້ຍ ໄດ້ ປະ ກາດ ໃຊ້ ຂໍ້ ຕົກ ລົງ ເລກ ທີ 11 ເພື່ອ ຫ ນູນ ຊ່ວຍ ບັນ ດາ ວິ ສາ ຫະ ກິດ ອຸດ ສາ ຫະ ກຳ ຫ ນູນ ຊ່ວຍ , ລວມ ມີ ຂົງ ເຂດ ຫ ນູນ ຊ່ວຍ ພື້ນ ຖານ ໂຄງ ລ່າງ , ການກໍ່ ສ້າງ ພັດ ທະ ນາ ບັນ ດາ ເຄື່ອງ ໝາຍ ການ ຄ້າ , ການ ເຊື່ອມ ຕໍ່ , ໝ ູນ ໃຊ້ ວິ ທະ ຍາ ສາດ ເຕັກ ນິກ , ເຂົ້າ ຮ່ວມ ບັນ ດາ ໂຄງ ການ ສົ່ງ ເສີມ ເປັນ ຫລາຍ ຮູບ ແບບ ຢູ່ ພາຍ ໃນ ແລະ ຕ່າງ ປະ ເທດ . ເພື່ອ ແນ ໃສ່ ຊ່ວຍ ບັນ ດາ ວິ ສາ ຫະ ກິດ ສາ ມາດ ເຂົ້າ ເຖິງ , ເຊື່ອມ ຕໍ່ກັບ ລະ ບົບ ວິ ສາ ຫະ ກິດ ພາຍ ໃນ ພາກ ພື້ນ ອາ ຊີ ກໍ່ ຄື ບັນ ດາ ປະ ເທດທີ່ມີ ພື້ນ ຖານ ອຸດ ສາ ຫະ ກຳ ກ້າວ ຫ ນ້າ ໃນ ໂລກ ຄື G7 ເພື່ອ ໃຫ້ ພັດ ທະ ນາ ອຸດ ສາ ຫະ ກຳ ຫ ນູນ ຊ່ວຍ ໃນ ບໍ ລິ ເວນ ນະ ຄອນ ” . ປີ 2022 ຮ່າໂນ້ຍ ວາງຄາດໝາຍໃຫ້ມີປະມານ 920 ວິສາຫະກິດເຄື່ອນໄຫວໃນບັນດາຂົງເຂດອຸດສາຫະກຳຫນູນຊ່ວຍ, ໃນນັ້ນ ປະມານ 300 ວິສາຫະກິດມີລະບົບຜະລິດ ແລະ ຜະລິດຕະພັນບັນລຸມາດຕະຖານສາກົນ, ມີກຳລັງຄວາມສາມາດຢ່າງພຽງພໍເພື່ອສະຫນອງເຂົ້າໃນເຄືອຂ່າຍການຜະລິດທົ່ວໂລກຂອງບັນດາກຸ່ມບໍລິສັດນາໆຊາດຢູ່ ຫວຽດນາມ. ມູນຄ່າການຜະລິດຂອງອຸດສາຫະກຳຫນູນຊ່ວຍກວມເອົາປະມານ 16% ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ, ປະດິດສ້າງ; ດັດຊະນີການພັດທະນາອຸດສາຫະກຳຫນູນຊ່ວຍເພີ່ມຂຶ້ນກວ່າ 11%. ເພື່ອບັນລຸໃຫ້ໄດ້ຄາດໝາຍນີ້ ນະຄອນ ຮ່າໂນ້ຍ ວາງອອກ 6 ມາດຕະການລະອຽດ ແລະ ບັນດາມາດຕະການນີ້ໄດ້ຮັບຄວາມເຫັນດີສະຫນັບສະຫນູນຈາກປະຊາຄົມວິສາຫະກິດ. ຫລາຍວິສາຫະກິດຖືນີ້ແມ່ນກຳລັງຫນູນສຳຄັນເພື່ອສືບຕໍ່ເປີດກວ້າງການລົງທຶນ, ພັດທະນາຜະລິດຕະພັນ. ທ່ານ ຫງວຽນວັນຟອງ, ຮອງຜູ້ອຳນວຍການກຸ່ມບໍລິສັດ Iintech ຢັ້ງຢືນວ່າ: “ ພວກ ຂ້າ ພະ ເຈົ້າ ສະ ຫນອງການບໍ ລິ ການ ຫລາຍ ຮູບ ແບບ ກ່ຽວ ກັບ ຜະ ລິດ ຕະ ພັນ ຂຶ້ນ ກັບ ຂົງ ເຂດ ປະ ດິດ ສ້າງ , ກົນ ຈັກ , ອັດ ຕະ ໂນ ມັດ ກໍ່ ຄື ກ່ຽວ ກັບ ເຕັກ ໂນ ໂລ ຊີ . ພວກ ຂ້າ ພະ ເຈົ້າ ຢາກ ນຳ ມາດ ຕະ ການ ຮອບ ດ້ານມາສູ່ ລູກ ຄ້າ . ທີ ສອງ Iintech ໄດ ້ ລົງ ທຶນ ສູນ ຄົ້ນ ຄ້ ວາ ພັດ ທະ ນາ ແຫ່ງ ຫ ນຶ່ງເພື່ອ ຢາກ ສ້າງ ຜະ ລິດ ຕະ ພັນ ດີທີ່ສຸດມາ ຮັບ ໃຊ້ ລູກ ຄ້າ . ສຳ ລັບ ຄຸນ ນະ ພາບ , ລະ ບົບ ກົນ ຈັກ ຂອງ Iintech ໄດ້ ຮັບ ການ ລົງ ທຶນຢ່າງ ມີ ແບບ ມີ ແຜນ , ຂັ້ນ ຕອນກວດ ກາ ຄຸນ ນະ ພາບກໍ່ ເຄັ່ງ ຄັດ ” . ງານຕະຫລາດນັດອຸດສາຫະກຳ ຫນູນຊ່ວຍ ນະຄອນຮ່າໂນ້ຍ ປີ 2022. ພາບ: congthuong.vn ໂດຍເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ທ້າຍເດືອນ ສິງຫາຜ່ານມາ, ພະແນກອຸດສາຫະກຳການຄ້າ ຮ່າໂນ້ຍ ໄດ້ເປັນເຈົ້າພາບ, ສົມທົບກັບບັນດາອົງການ, ຫົວຫນ່ວຍທີ່ກ່ຽວຂ້ອງຈັດຕັ້ງງານຕະຫລາດນັດອຸດສາຫະກຳຫນູນຊ່ວຍນະຄອນ ຮ່າໂນ້ຍ ປີ 2022. ນີ້ແມ່ນງານຕະຫລາດນັດທີ່ມີຂອບຂະຫນາດໃຫຍ່ ກ່ຽວກັບຂະແຫນງອຸດສາຫະກຳຫນູນຊ່ວຍໂດຍ ນະຄອນ ຮ່າໂນ້ຍ ຈັດຕັ້ງທຸກປີແຕ່ປີ 2017 ມາຮອດປະຈຸບັນ. ງານຕະຫລາດນັດດຶງດູດການເຂົ້າຮ່ວມຂອງກວ່າ 250 ຮ້ານຂອງບັນດາວິສາຫະກິດອຸດສາຫະກຳຫນູນຊ່ວຍຢູ່ພາຍໃນ ແລະ ຕ່າງປະເທດ ຄື: ຍີ່ປຸ່ນ, ຈີນ, ໄທ, ມາເລເຊຍ.ໃນນັ້ນ ມີບັນດາ, ວິສາຫະກິດ, ກຸ່ມວິສາຫະກິດໃຫຍ່. ບັນດາຜະລິດຕະພັນທີ່ນຳມາວາງສະແດງ, ແນະນຳຢູ່ງານຕະຫລາດນັດ ລ້ວນແຕ່ມີຄຸນນະພາບດີ, ມີລັກສະນະແກ່ງແຍ້ງສູງ, ນອນໃນບັນດາຂະແຫນງ, ຂົງເຂດອຸດສາຫະກຳຫນູນຊ່ວຍຫລັກຄື:ເຄື່ອງອາໄຫລ່, ອຸດສາຫະກຳຫນູນຊ່ວຍຮັບໃຊ້ບັນດາຂະແຫນງອຸດສາຫະກຳເຕັກໂນໂລຊີສູງ. ມີວິສາຫະກິດຫລາຍແຫ່ງຂຶ້ນກັບກຸ່ມອຸດສາຫະກຳຫນູນຊ່ວຍ ຖືເລື່ອງເຂົ້າຮ່ວມງານຕະຫລາດນັດແມ່ນໂອກາດທີ່ດີເພື່ອເຂົ້າຮ່ວມຢ່າງເລິກເຊິ່ງກວ່າ, ປະກອບສ່ວນຫລາຍກວ່າເຂົ້າໃນການພັດທະນາຂອງອຸດສາຫະກຳຫນູນຊ່ວຍຢູ່ບໍລິເວນນະຄອນ ແລະ ຂອງທົ່ວປະເທດຫວຽດນາມ. ທ່ານ ເລຈູງຮຽວ ຜູ້ອຳນວຍການຝ່າຍບໍລິຫານ ບໍລິສັດ Hexegon MI ຫວຽດນາມ ຈຳກັດ ຕີລາຄາ ວ່າ: “ Hexegon ແມ່ນ ວິ ສາ ຫະ ກິດ ແຖວ ຫ ນ້າ ໂລກ ກ່ຽວ ກັບ ຂົງ ເຂດການວັດ ແທກ ແລະ ເຕັກ ໂນ ໂລ ຊີ ອັດ ຕະ ໂນ ມັດ . ໃນ 10 ປີ ມານີ້ , ບໍ ລິ ສັດ ໄດ້ ເຂົ້າ ຮ່ວມ ຢ່າງ ເລິກ ເຊິ່ງ ໃນ ວິ ສາ ຫະ ກິດທີ່ ມີ ເງິນ ລົງ ທຶນ ຂອງ ຕ່າງ ປະ ເທດ (FDI) ຄື : ບັນ ດາ ກຸ່ມ ບໍ ລິ ສັດ ເອ ເລັກ ໂຕ ນິກ , ລົດ ໂອ ໂຕ ລົງ ທຶນ ຢູ່ ຫວຽດ ນາມ . ເຂົ້າ ຮ່ວມ ງານ ຕະ ຫລາດ ນັດ , Hexegon ປາດ ຖະ ຫ ນາ ຢາກ ນຳ ບັນ ດາ ຜະ ລິດ ຕະ ພັນ ເຕັກ ໂນ ໂລ ຊີ ຂອງ ຕົນ ເຂົ້າ ໃກ້ ກັບ ລະ ບົບ ສະ ຫນອງ ຂອງວິ ສາ ຫະ ກິດ ຫວຽດ ນາມ , ປະ ກອບ ສ່ວນ ເຂົ້າ ໃນ ການ ພັດ ທະ ນາ ຂອງ ກຸ່ມ ວິ ສາ ຫະ ກິດ ຫ ນູນ ຊ່ວຍ ຂອງ ຫວຽດ ນາມ ຢ່າງເລິກເຊິ່ງກວ່າອີກ ” . ການນຳພະແນກອຸດສາຫະກຳ ການຄ້າ ຮ່າໂນ້ຍ ຢັ້ງຢືນ: ໃນໄລຍະຈະມາເຖິງ, ຫົວຫນ່ວຍຈະສືບຕໍ່ຍູ້ແຮງການຫນູນຊ່ວຍໃຫ້ມີຄຸນນະພາບກວ່າ, ຊ່ວຍວິສາຫະກິດອຸດສາຫະກຳຫນູນຊ່ວຍເວົ້າສະເພາະ, ບັນດາວິສາຫະກິດຜະລິດເວົ້າລວມ ໃຫ້ພັດທະນາ. ກ່ອນອື່ນ ແມ່ນເລີ່ມລົງມືກໍ່ສ້າງບາງກຸ່ມອຸດສາຫະກຳໃນຍອດຈຳນວນ 43 ກຸ່ມອຸດສາຫະກຳ ທີ່ໄດ້ຮຽກຮ້ອງການລົງທຶນໃນປີ 2022 ຮັບປະກັນໃຫ້ຄາດໝາຍທີ່ວາງອອກໃນໄລຍະ 1 -2 ປີຈະມາເຖິງ ຈະມີຫນ້າພຽງນັບພັນໆເຮັກຕາຮັບໃຊ້ວິສາຫະກິດພັດທະນາການຜະລິດໃນບໍລິເວນນະຄອນຫລວງ.
TAG
VOV/VOVworld/ອຸດສາຫະກຳ/ມູນຄ່າການຜະລິດ




.jpg)



