VOV WorldVOV World
ຮ່າໂນ້ຍ ຍູ້ແຮງການຮ່ວມສຳພັນເພື່ອພັດທະນາເສດຖະກິດທ່ອງທ່ຽວ
16/04/2014 07:21
(vovworld)- ນະຄອນຫລວງ ຮ່າ​ໂນ້ຍ ມີ​ປູຊະນີ​ຍະສະ​ຖານ​ກວ່າ 5000 ​ແຫ່ງ, ໝູ່​ບ້ານ​ຫັດຖະກຳ​ປະມານ 1300 ​ແຫ່ງ ພ້ອມ​ກັບມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຫລາຍ​ແຫ່ງ
ຮ່າໂນ້ຍ ຍູ້ແຮງການຮ່ວມສຳພັນເພື່ອພັດທະນາເສດຖະກິດທ່ອງທ່ຽວ
(vovworld)- ນະຄອນຫລວງ ຮ່າ​ໂນ້ຍ ມີ​ປູຊະນີ​ຍະສະ​ຖານ​ກວ່າ 5000 ​ແຫ່ງ, ໝູ່​ບ້ານ​ຫັດຖະກຳ​ປະມານ 1300 ​ແຫ່ງ ພ້ອມ​ກັບມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຫລາຍ​ແຫ່ງ, ທັງ​ໝົດ​ເຫລົ່າ​ນັ້ນ​ໄດ້​ຮັບ​ຖື​ວ່າ​ແມ່​ນຊັບພະຍາກອນ​ອັນ​ລຳ້​ຄ່າ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ. ບັນຫາ​ທີ່​ຂະ​ແຫນງ​ທ່ອງ​ທ່ຽວ ຮ່າ​ໂນ້ຍ ພວມ​ຖື​ເປັນ​ສຳຄັນ ນັ້ນ​ແມ່ນ​ສ້າງ​ບັນດາຈຸດ​ທີ່​ພົ້ນເດັ່ນ ​ແລະ ຍູ້​ແຮງ​ການ​ຮ່ວມ​ສຳພັນ​ລະຫວ່າງ​ເຂດ​ເພື່ອ​ເພີ່ມ​ປະສິດທິ​ຜົນ​ເສດຖະກິດ​ໃນ​ການ​ພັດທະນາ​ການທ່ອງທ່ຽວ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ແຜນ​ນະ​ໂຍບາຍ​ອັນ​ຖືກຕ້ອງ ​ແລະ ສຳຄັນ​ເພື່ອ​ໃຫ້​ຂະ​ແຫນງ​ທ່ອງ​ທ່ຽວ​ຮ່າ​ໂນ້ຍໝູນ​ໃຊ້​ທ່າ​ໄດ້​ປຽບ​ໃນ​ການ​ພັດທະນາ.
TAG
vovworld/vov/ຫນອງ​ຮ່ວານ​ກຽມ/ຮ່າໂນ້ຍ