ອາຊີບຫັດຖະກຳທີ່ເປັນມູນເຊື້ອຂອງຮ່າໂນ້ຍ- ປະດິດຄິດສ້າງເພື່ອພັດທະນາ
18/04/2023 08:00
(VOVWORLD) -ຫນຶ່ງໃນບັນດາຈຸດທີ່ເປັນເອກະລັກສະເພາະຂອງນະຄອນຫລວງຮ່າໂນ້ຍແຫ່ງອະລິຍະທຳນັບພັນປີແມ່ນຂີດໝາຍຂອງອາຊີບຫັດຖະກຳທີ່ເປັນມູນເຊື້ອ. ເຖິງຢ່າງໃດກໍຕາມປະຈຸບັນອາຊີບນີ້ຍັງຄົງຕ້ອງປະເຊີນຫນ້າກັບສິ່ງທ້າທາຍ ຍ້ອນຄວາມນິຍົມຂອງລູກຄ້າກໍ່ຄືການແກ້ງແຍ່ງຂອງບັນດາຜະລິດຕະພັນອຸດສາຫະກຳ. ຕົວຈິງນັ້ນຮຽກຮ້ອງໃຫ້ ຮ່າໂນ້ຍ ຕ້ອງຮັກສາຄຸນຄ່າທີ່ເປັນມູນເຊື້ອຂອງແຕ່ລະອາຊີບທັງຕ້ອງປະດິດຄິດສ້າງ, ປ່ຽນໃຫມ່ຜະລິດຕະພັນເພື່ອພັດທະນາ.

ພາບ ຖະຫນົນ ຮ່າງຈົງ ພາຍໃຕ້ການສືບທອດ ແລະ ປະດິດຄິດສ້າງ ຈາກນັກແຕ້ມຫນຸ່ມ. ພາບ:VOV ຮ່າໂນ້ຍໄດ້ຮັບຖືວ່າ “ແມ່ນນະຄອນຫລວງ”ຂອງບັນດາອາຊີບຫັດຖະກຳ. ເມື່ອເວົ້າເຖິງຮ່າໂນ້ຍແມ່ນຄິດເຖິງບັນດາຖະຫນົນອາຊີບຄື: ຮ່າງທຽກ, ຮ່າງບາກ, ຮ່າງຮ່ອມ, ຫລໍ່ແຣ່ນ...ຖະຫນົນແຕ່ລະສາຍນັ້ນແມ່ນຕິດພັນກັບອາຊີບຫັດຖະກຳນ່ຶງ. ຜ່ານໄລຍະການປ່ຽນແປງຂອງປະຫວັດສາດ, ປະຈຸບັນຖະຫນົນສາຍຕ່າງໆນັ້ນສ່ວນຫລາຍຍັງຄົງຮັກສາຊື່ຄືເກົ່າ ແຕ່ອາຊີບທີ່ຕິດພັນກັບຊື່ຂອງຖະຫນົນແມ່ນໄດ້ສູນຫາຍໄປ. ຖະຫນົນບາງສາຍໄດ້ກາຍເປັນຖະຫນົນການຄ້າ, ຄ້າຂາຍຫລາຍປະເພດສິນຄ້າທີ່ແຕກຕ່າງກັນ. ທ່ານນາງເຈີນທິທູຍລານ, ຮອງຫົວຫນ້າຄະນະຄຸ້ມຄອງຫນອງ ຮ່ວານກຽມແລະຄຸ້ມຖະຫນົນເກົ່າຮ່າໂນ້ຍໃຫ້ຮູ້ວ່າ: “ຢູ່ ຄຸ້ມຖະຫນົນເກົ່າຮ່າໂນ້ຍປະຈຸບັນໝູ່ບ້ານອາຊີບຫັດຖະກຳ ຍັງບໍ່ຫລາຍ ແຕ່ສ່ວນຫລາຍ ແມ່ນບ່ອນເພື່ອໃຫ້ເຂົາເຈົ້າຂາຍຜະລິດຕະພັນ. ພວກຂ້າພະເຈົ້າປາດຖະຫນາຢາກເຊື່ອມຕໍ່ລະຫວ່າງຖະຫນົນອາຊີບ ກັບໝູ່ບ້ານອາຊີບເພື່ອເຮັດແນວໃດ ໃຫ້ ບັນດາຜະລິດຕະພັນ ທີ່ ນຳມາຂາຍຢູ່ຖະຫນົນແມ່ນບັນດາຜະລິດຕະພັນ ທີ່ ເປັນເອກະລັກສະເພາະນັບທັງຄຸນນະພາບແລະຮູບແບບເພື່ອຕອບສະຫນອງຜະລິດຕະພັນເປັນຂອງຕ້ອນ ຂອງຝາກ , ຮັບໃຊ້ແຂກທ່ອງທ່ຽວ” . ຍິ່ງກວ່ານັ້ນ ບັນດາຜະລິດຕະພັນຫັດຖະກຳທີ່ເປັນມູນເຊື້ອຂອງຄຸ້ມຖະຫນົນອາຊີບຫັດຖະກຳຢູ່ ຮ່າໂນ້ຍກໍ່ພວມຕ້ອງແກ້ງແຍ່ງກັບບັນດາຜະລິດຕະພັນອຸດສາຫະກຳ, ບັນດາຜະລິດຕະພັນນຳເຂົ້າຈາກຕ່າງປະເທດກໍ່ມີລາຄາຕ່ຳກວ່າ, ຕະຫລາດຈຳຫນ່າຍກໍ່ຍັງຈຳກັດຢູ່. ທ່ານນາມຈີ, ນັກສິລະປະການ, ນັກແຕ້ມພາບຢູ່ ຖະຫນົນຮ່າງຈົງໃຫ້ຮູ້ວ່າ:
TAG
VOV/VOVworld/ອຸດສາຫະກຳ/ຖະຫນົນອາຊີບຫັດຖະກຳ




.jpg)



