VOV WorldVOV World
ບີ່ງເຢືອງ: ຫລາຍນະໂຍບາຍບຸລິມະສິດດຶງດູດກະແສລົງທຶນດ້ານກະສິກຳ
26/12/2021 07:00
(VOVWORLD) -ບໍ່ພຽງແຕ່ໄດ້ຮູ້ຈັກວ່າແມ່ນແຂວງອຸດສາຫະກຳເທົ່ານັ້ນ, ບີ່ງເຢືອງ ຍັງແມ່ນແຂວງກຳລັງພັດທະນາດ້ານກະສິກຳຢ່າງເຂັ້ມແຂງຕາມທິດກະສິກຳຕົວເມືອງ, ກະສິກຳເຕັກໂນໂລຊີສູງ. ທິດກ້າວເດີນນັ້ນປະກອບສ່ວນເຮັດໃຫ້ມູນຄ່າການຜະລິດກະສິກຳເພີ່ມຂຶ້ນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງແຂວງ.
ບີ່ງເຢືອງ: ຫລາຍນະໂຍບາຍບຸລິມະສິດດຶງດູດກະແສລົງທຶນດ້ານກະສິກຳ
  ບີ່ງ ເຢືອງ ແມ່ນແຂວງອຸດສາຫະກຳ, ມີດັດຊະນີພັດທະນາດ້ານອຸດສາຫະກຳວ່ອງໄວ ແລະ ຢູ່ໃນລະດັບສູງ. ເຖິງວ່າ GDP ດ້ານກະສິກຳກວມເອົາພຽງແຕ່ກວ່າ 3% ກໍ່ຕາມ, ແຕ່ ບີ່ງ ເຢືອງ ມີເງື່ອນໄຂສະດວກ, ຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບຫຼາຍຢ່າງເພື່ອພັດທະນາກະສິກຳ, ພິເສດແມ່ນກະສິກຳນຳໃຊ້ເຕັກໂນໂລຊີສູງ. ນີ້ກໍ່ແມ່ນເນື້ອໃນສຳຄັນຂອງການສ້າງໂຄງປະກອບຂະແໜງການກະສິກຳຄືນໃໝ່ ແລະ ຫັນກະສິກຳ, ຊົນນະບົດເປັນອຸດສາຫະກຳ ແລະ ທັນສະໄໝຂອງແຂວງ.
TAG
VOV/VOVworld/ໜູນ​ໃຊ້​ເຕັກ​ໂນ​ໂລ​ຊີ​/ກະ​ສິ​ກຳ/ດຶງ​ດູດ​ການ​ລົງ​ທຶນ