ບິ່ງເຢືອງ: ວິໄສທັດ ແລະ ກາລະໂອກາດພັດທະນາ
15/11/2022 13:00
(VOVWORLD) -ໂດຍແມ່ນແຂວງ ຂຶ້ນກັບທາງທິດຕາເວັນອອກພາກໃຕ້, ນອນໃນເຂດເສດຖະກິດຈຸດສຸມທາງພາກໃຕ້, ໃນຊຸມປີຜ່ານມາ, ແຂວງ ບິ່ງເຢືອງ ຍາມໃດກໍ່ຮັກສາທ່າພັດທະນາ, ຢັ້ງຢືນບົດບາດແມ່ນກ້ຳເຕີບໂຕສຳຄັນຂອງທົ່ວປະເທດ. ເປົ້າໝາຍຍາວນານໃນການວາງແຜນກຳນົດຂອງແຂວງ ໄລຍະແຕ່ປີ 2021 – 2030, ວິໄສທັດຮອດປີ 2050 ແມ່ນນຳແຂວງ ບິ່ງເຢືອງ ກາຍເປັນທ້ອງຖິ່ນທີ່ມີກຳລັງແກ້ງແຍ້ງທົ່ວໂລກກ່ຽວກັບການດຶງດູດ, ພັດທະນາ ແລະ ຮັກສາຜູ້ມີຄວາມເກັ່ງກ້າດ້ານວິທະຍາສາດ, ສ້າງພື້ນຖານໃຫ້ແກ່ໄລຍະຕໍ່ໄປ.

ຮູບພາບ ນະຄອນ ບິ່ງເຢືອງ: ພາບ: VOV ຫວນຄືນ 25 ປີຜ່ານມາ, ນັບແຕ່ເມື່ອແຍກອອກຈາກແຂວງ ຊົງແບ, ບິ່ງເຢືອງ ໄດ້ກາຍເປັນແບບຢ່າງກ່ຽວກັບການເປີດປະຕູ, ດຶງດູດການລົງທຶນ ແລະ ປະຕິບັດການຫັນຕົວເມືອງເປັນອຸດສາຫະກຳ. ຈາກແຂວງຫນຶ່ງທີ່ເຮັດກະສິກຳເປັນສ່ວນໃຫຍ່ ໄດ້ກາຍເປັນທ້ອງຖິ່ນພັດທະນາດ້ານອຸດສາຫະກຳ - ຕົວເມືອງ- ການບໍລິການຢ່າງວ່ອງໄວ. ບິ່ງເຢືອງ ປະຈຸບັນ ແມ່ນທ້ອງຖິ່ນຢືນອັນດັບ 2 ຂອງທົ່ວປະເທດກ່ຽວກັບການດຶງດູດເງິນລົງທຶນຂອງຕ່າງປະເທດ ຖັດຈາກນະຄອນ ໂຮ່ຈີມິນ ດ້ວຍ 4.000 ໂຄງການ ຈາກ 65 ປະເທດ ແລະ ເຂດແຄ້ວນ, ຍອດທຶນຈົດທະບຽນກວ່າ 37 ຕື້ USD. ດ້ວຍແຜນນະໂຍບາຍສ້າງເງື່ອນໄຂສະດວກທີ່ສຸດເພື່ອຮັບຕ້ອນນັກລົງທຶນ ພ້ອມກັບຄວາມຕັດສິນໃຈ, ການຮ່ວມເດີນທາງພ້ອມກັບວິສາຫະກິດ, ບິ່ງເຢືອງ ໄດ້ມີ 29 ເຂດອຸດສາຫະກຳ, ໃນນັ້ນ ມີ 27 ເຂດອຸດສາຫະກຳ ແລະ 12 ກຸ່ມອຸດສາຫະກຳນຳເຂົ້າເຄື່ອນໄຫວແລ້ວ. ປະຊາຄົມວິສາຫະກິດ ຢູ່ ບິ່ງເຢືອງ ພັດທະນາຢ່າງແຮງຢູ່ທັງ ສາມ ຮູບແບບຄື: ລັດວິສາຫະກິດ, ວິສາຫະກິດພາກເອກະຊົນ ແລະ ວິສາຫະກິດມີເງິນລົງທຶນຂອງຕ່າງປະເທດ (FDI). ທ່ານ ເຈີນຢູລິກ ຜູ້ຊ່ຽວຊານດ້ານເສດຖະກິດ ແບ່ງປັນວ່າ:
TAG
VOV/VOVworld/ການຄ້າ/ນະຄອນອັດສະລິຍະ/ບິ່ງເຢືອງ




.jpg)



