VOV WorldVOV World
ບໍ​ລິ​ຫານ​ທຸລະ​ກິດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19
11/07/2021 01:00
(VOVWORLD) -ຈາກສະພາບການຕົວຈິງຂອງການແຜ່ລະບາດຄັ້ງຕ່າງໆຂອງໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ການບໍລິຫານທຸລະກິດ ແມ່ນບາດກ້າວເດີນ, ແມ່ນມາດຕະການທີ່ມີຄວາມໝາຍສຳຄັນສຳລັບການຄົງຕົວ ແລະ ການພັດທະນາຂອງວິສາຫະກິດ ໂດຍສະເພາະແມ່ນບັນດາວິສາຫະກິດ startup ຂະໜາດນ້ອຍ ແລະ ກາງ, ເຊິ່ງເປັນບັນດາເປົ້າໝາຍທີ່ມີຄວາມສ່ຽງສູງກວ່າໝູ່. ເພາະສະນັ້ນ, ເມື່ອໂລກລະບາດແຜ່ລະບາດຄັ້ງໃຫຍ່ ແລະ ພວມມີການຜັນແປຢ່າງສັບສົນ, ການບໍລິຫານທຸລະກິດສືບຕໍ່ໄດ້ຮັບການປຶກສາຫາລືຢ່າງຫຼວງຫຼາຍຈາກບັນດານັກຊ່ຽວຊານ, ນັກເສດຖະກິດ ແລະ ບັນດານັກທຸລະກິດ, ວິສາຫະກິດເອງ.
ບໍ​ລິ​ຫານ​ທຸລະ​ກິດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19
ປີ 2020, ເມື່ອໂລກລະບາດໂຄວິດ - 19 ແຜ່ລະບາດຮອບທຳອິດ, ບໍລິສັດຫຸ້ນສ່ວນ ບຳລຸງສ້າງ ແລະ ຮ່ວມມືສາກົນ INCOMAS - ເຊິ່ງເປັນວິສາຫະກິດ startup ຂະໜາດນ້ອຍໃນຂົງເຂດການສຶກສາຂອງ ທ່ານປະລິນຍາໂທຂະແໜງສັງຄົມສາດ, ນັກທຸລະກິດ ຍິງ ເຈິ່ນຕູຮວາ ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເພື່ອໃຫ້ວິສາຫະກິດສາມາດຄົງຕົວໄດ້ໃນສະພາບທີ່ຫຍຸ້ງຍາກແບບບໍ່ເຄີຍມີມາກ່ອນນີ້, ທ່ານນາງຜູ້ອຳນວຍການ ເຈິ່ນຕູຮວາ ຈຳເປັນຕ້ອງປ່ຽນແປງ ແລະ ດັດປັບວຽກງານການບໍລິຫານ. ຕາມນັ້ນແລ້ວ, ເພິ່ນຕັດສິນໃຈຫຼຸດຜ່ອນລາຍຈ່າຍລົງລະດັບຕ່ຳສຸດ ດ້ວຍການສົ່ງສະຖານທີ່ເຊົ່າຫ້ອງການຄືນ, ພ້ອມກັນນັ້ນ ກໍໃຫ້ພະນັກງານເອົາວຽກເມືອເຮັດຢູ່ເຮືອນ. ນອກຈາກນັ້ນ, ເພິ່ນຍັງຍາດແຍ່ງທ່າແຮງຂອງເວັບໄຊບໍລິສັດ ແລ້ວຕັດສິນໃຈຂາຍເຄື່ອງອອນລາຍເພີ່ມເຕີມເພື່ອເພີ່ມລາຍຮັບ. ບໍ່ພຽງແຕ່ເທົ່ານັ້ນ, ທ່ານນາງ ເຈິ່ນຕູຮວາ ຍັງຕັດສິນໃຈເຮັດວຽກໃຫ້ບໍລິສັດອື່ນນຳອີກ ເພື່ອມີລາຍຮັບເພີ່ມມາຮັກສາການເຄື່ອນໄຫວຂອງບໍລິສັດຂອງຕົນ. ຍ້ອນປະຕິບັດການປ່ຽນແປງຫຼາຍຢ່າງທີ່ມີລັກສະນະປະຕິວັດກ່ຽວກັບແບບວິທີການບໍລິຫານນີ້, ຮອດທ້າຍປີ 2020, ບໍລິສັດ INCOMAS ໄດ້ເປີດປະຕູເຄື່ອນໄຫວຄືນໃໝ່, ຟື້ນຟູການເຄື່ອນໄຫວເປັນປົກກະຕິ. ທ່ານນາງ ເຈິ່ນຕູຮວາ ແບ່ງປັນວ່າ: “ບົດຮຽນທຳອິດ ແມ່ນຕ້ອງມີການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ກ້າຄິດກ້າທຳ ແລະ ຍາດແຍ່ງກາລະໂອກາດ. ຄວນສຸມໃສ່ບັນດາວຽກງານທີ່ສາມາດຫາລາຍຮັບມາໃຫ້ບໍລິສັດ. ໝາຍຄວາມວ່າ ຕ້ອງເຮັດແນວໃດເພື່ອເສີມກຳລັງແຮງດ້ວຍຕົນເອງ. ຂ້າພະເຈົ້າໄດ້ມີການປ່ຽນແປງຫຼາຍຢ່າງ. ພວກຂ້າພະເຈົ້າຖືວ່າ ບໍ່ຄວນຮັກສາແນວຄິດເດີມເພື່ອສືບຕໍ່ຮັກສາຄວາມໃຝ່ຝັນ, ແທນທີ່ນັ້ນຕ້ອງຊອກຫາວິທີດຳເນີນທຸລະກິດດ້ວຍຫຼາຍຮູບຫຼາຍແບບ. ດັ່ງນັ້ນ, ເຖິງວ່າແມ່ນຫົວໜ່ວຍເຄື່ອນໄຫວໃນຂົງເຂດການສຶກສາ ແຕ່ພວກຂ້າພະເຈົ້າ ກໍ ໄດ້ຕັດສິນໃຈເປີດກວ້າງການເຄື່ອນໄຫວໄປດຳເນີນທຸລະກິດ. ການດຳເນີນທຸລະກິດດັ່ງກ່າວ ແມ່ນເພື່ອແນໃສ່ເອົາສັ້ນລ້ຽງຍາວ, ຮັກສາລາຍຮັບໃນສະເພາະໜ້າ ເພື່ອຮັບມືກັບສະພາບການຕົວຈິງໃນປັດຈຸບັນ”. ຕາມທ່ານປະລິນຍາໂທ ເລມິນດ້າວ, ອາຈານພາກວິຊາເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລປ່າໄມ້, ນັກຊ່ຽວຊານໃຫ້ຄຳປຶກສາແກ່ວິສາຫະກິດຂອງກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ແລ້ວ, ເລື່ອງຍອມຮັບປ່ຽນແປງເພື່ອຜ່ານຜ່າຄວາມຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ ຂອງບໍລິສັດ INCOMAS ແລະ ນັກທຸລະກິດ ເຈິ່ນຕູຮວາ ແມ່ນໜຶ່ງໃນບັນດາຕົວຢ່າງທີ່ມີຊີວິດຊີວາໃນຕົວຈິງ ກ່ຽວກັບຄວາມສາມາດຜ່ານຜ່າຄວາມຫຍຸ້ງຍາກຂອງວິສາຫະກິດ ຫວຽດນາມ ເວົ້າລວມ, ຂອງບັນດາ startup ເວົ້າສະເພາະໃນສະພາບການໂລກລະບາດໂຄວິດ - 19. ຈາກສະພາບການຕົວຈິງດັ່ງກ່າວ ບວກກັບປະສົບການທີ່ຖອດຖອນມາໄດ້ໃນໄລຍະຮ່ຳຮຽນ ແລະ ເຮັດວຽກເປັນເວລາຍາວນານຢູ່ ເຢຍລະມັນ, ທ່ານປະລິນຍາໂທ ເລມິນດ້າວ ຖືວ່າ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງສຳຄັນທີ່ສຸດແມ່ນວິສາຫະກິດ, ນັກທຸລະກິດຕ້ອງມີຄວາມຕັດສິນໃຈ ແລະ ມານະພະຍາຍາມ. “ເພື່ອຜ່ານຜ່າວິກິດການໃນປັດຈຸບັນ, ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ແລະ ຈຸນລະວິສາຫະກິດ ຄວນສຳຫຼວດກວດຄືນປັດໄຈສະພາບແວດລ້ອມມະຫາພາກ, ບັນດາປັດໄຈທີ່ສົ່ງຜົນກະທົບເຖິງການເຄື່ອນໄຫວດຳເນີນທຸລະກິດຂອງວິສາຫະກິດໃນແຕ່ລະຂົງເຂດ. ທີສອງແມ່ນຊອກຫາກາລະໂອກາດ, ແຫຼ່ງກຳລັງທົດແທນ, ໂອກາດຮ່ວມມືໃໝ່, ກ້າຮັບເອົາສິ່ງໃໝ່ໆ, ຊອກຫາບັນດາກາລະໂອກາດໃໝ່, ຕະຫຼາດໃໝ່, ສະໜອງບັນດາຜະລິດຕະພັນ, ການ ບໍ ລິການໃໝ່. ຕ້ອງຍາດແຍ່ງເອົາໂອກາດນີ້ ເພື່ອຍົກສູງກຳລັງແກ້ງແຍ້ງພາຍໃນປະເທດ ແລະ ສາກົນ. ໃນວຽກງານບໍລິຫານວິສາຫະກິດ ຄວນເອົາໃຈໃສ່ເຖິງ 5 ຂົງເຂດພື້ນຖານຄື: ປັບປຸງ ສະມັດຕະພາບ; ຍົກສູງຄຸນນະພາບການບໍລິການ; ຫຼຸດຜ່ອນຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ; ປັບປຸງ logistic, ມອບສິນຄ້າເຖິງມືຜູ້ບໍລິໂພກຢ່າງວ່ອງໄວດ້ວຍຄຸນນະພາບທີ່ດີທີ່ສຸດ; ປັບປຸງສະພາບແວດລ້ອມເຮັດວຽກໃຫ້ແກ່ຊາວຜູ້ອອກແຮງງານ. ນອກຈາກນັ້ນ, ຄວນເອົາໃຈໃສ່ເຖິງພື້ນຖານວັດທະນະທຳ ແລະ ຄຸນຄ່າວັດທະນະທຳມະນຸດຂອງວິສາຫະກິດ, ພິເສດແມ່ນ ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ຄວາມຜູກພັນ, ເປັນ ຈິດ ໜຶ່ງໃຈດຽວຜ່ານຜ່າຄວາມຫຍຸ້ງຍາກ”.
TAG
VOV/VOVworld/ວິ​ສາ​ຫະ​ກິດ/ບໍ​ລິ​ຫານ​ທຸລະ​ກິດ/ໂລ​ກ​ລະ​ບ​າດ