VOV WorldVOV World
ບັນດາໂຄງການເສັ້ນທາງຄວາມໄວສູງ ສ້າງການເຊື່ອມຕໍ່ ແລະ ສ້າງກຳລັງຫນູນພັດທະນາເສດຖະກິດປະເທດຊາດ
16/05/2023 09:20
(VOVWORLD) -ບັນດາຄາດໝາຍພັດທະນາໄດ້ວາງອອກໃນມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ສືບຕໍ່ຢັ້ງຢືນການສ້າງລະບົບພື້ນຖານໂຄງລ່າງຢ່າງຄົບຊຸດ ແມ່ນຫນຶ່ງໃນ 3 ເສົາຄ້ຳບຸກທະລຸຍຸດທະສາດ. ສະນັ້ນ ການກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ ດ້ວຍທິດນຳ “ໄປກ່ອນເພື່ອເປີດທາງ” ໄດ້ຮັບຖືວ່າແມ່ນປາຍແຫລມກະໂດດຂັ້ນ, ບຸລິມະສິດແຖວຫນ້າຂອງ ຫວຽດນາມ. ເລື່ອງພັດທະນາລະບົບເສັ້ນທາງຄວາມໄວສູງຢ່າງຄົບຊຸດ ໄດ້ປະກອບສ່ວນຊຸກຍູ້ເສດຖະກິດ ສັງຄົມ, ຍົກສູງກຳລັງຄວາມສາມາດແກ້ງແຍ່ງແຫ່ງຊາດ, ລົບລ້າງຄວາມອຶວຫິວຫລຸດຜ່ອນຄວາມທຸກຍາກ.
ບັນດາໂຄງການເສັ້ນທາງຄວາມໄວສູງ ສ້າງການເຊື່ອມຕໍ່ ແລະ ສ້າງກຳລັງຫນູນພັດທະນາເສດຖະກິດປະເທດຊາດ
ເສັ້ນທາງຄວາມໄວສູງ ມາຍເຊີນ - ທາງຫລວງເລກ 45. ພາບ:TTXVN ທ້າຍເດືອນ ເມສາ, 2 ໂຄງການນ້ອຍຂອງໂຄງການເສັ້ນທາງຄວາມໄວສູງ ເຫນືອ - ໃຕ້ (ໄລຍະທີ 1), ລວມມີ: ມາຍເຊີນ - ເສັ້ນທາງຫລວງ ເລກທີ 45 (ເຊື່ອມຕໍ່ ນິງບິ່ງ ກັບ ແທງຮວາ) ແລະ ຟານທຽດ (ບິ່ງທ້ວນ) - ເຢົ່າໄຢ (ດົ່ງນາຍ) ໄດ້ນຳເຂົ້າໃຊ້ການ. ປະຈຸບັນ ບັນດາອົງການ, ຫົວຫນ່ວຍໃນຂະແຫນງຄົມມະນາຄົມພ້ອມກັບບັນດາວິສາຫະກິດ, ນັກປະມູນ... ພວມຕັ້ງຫນ້າຜັນຂະຫຍາຍບັນດາໂຄງການໄລຍະທີ 2 (2021 – 2025) ມີຄວາມຍາວເກືອບ 724 Km. ເມື່ອເສັ້ນທາງຄວາມໄວສູງ ເຫນືອ - ໃຕ້ ກໍ່ສ້າງສຳເລັດ ຈະບໍ່ພຽງແຕ່ເຊື່ອມຕໍ່ຄົມມະນາຄົມ ເຫນືອ - ໃຕ້ ເທົ່ານັ້ນ ຫາກຍັງແມ່ນກຳລັງຫນູນເພື່ອພັດທະນາບັນດາຂະແຫນງການເສດຖະກິດອື່ນຄື: ການທ່ອງທ່ຽວ, ການບໍລິການ, ປະກອບສ່ວນເຂົ້າໃນຄາດໝາຍພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດອີກດ້ວຍ. ທ່ານ ຫງວຽນເຕີນຕວນ, ປະທານ ຄະນະກຳມະການປະຊາຊົນ ແຂວງ ແຄງຮ່ວາ ເນັ້ນຫນັກວ່າ:
TAG
VOV/VOVworld/ເສັ້ນ​ທາງ​ຄວາມ​ໄວ​ສູງ/ໂຄງ​ການກໍ່​ສ້າງ​