VOV WorldVOV World
ແຂວງ ກວ໋າງນີງ ຮັກສາການຜະລິດອຸດສາຫະກຳໃນສະພາບເກີດໂລກລະບາດໂຄວິດ-19 ໃຫ້ມີສະຖຽນລະພາບ ແລະ ພັດທະນາ
07/09/2021 11:32
(VOVWORLD) - ເພື່ອຮັກສາທ່າເຕີບໂຕຂອງເຂດອຸດສາຫະກຳ, ອຸດສາຫະກຳປຸງແຕ່ງປະດິດສ້າງ ເປັນກຳລັງຫນູນຕົ້ນຕໍຂອງການເຕີບໂຕເສດຖະກິດທ້ອງຖິ່ນ, ໃນໄລຍະຜ່ານມາ ແຂວງ ກວ໋າງນີງ ໄດ້ຜັນຂະຫຍາຍຫລາຍມາດຕະການສຸມໃສ່ຫນູນຊ່ວຍການຮັກສາ ແລະ ພັດທະນາລະບົບການຜະລິດ, ດຳເນີນທຸລະກິດ, ເພີ່ມທະວີການປ້ອງກັນຕ້ານໂລກລະບາດໂຄວິດ-19 ພິເສດຢູ່ໃນບັນດາເຂດອຸດສາຫະກຳໃນບໍລິເວນແຂວງ.
ແຂວງ ກວ໋າງນີງ ຮັກສາການຜະລິດອຸດສາຫະກຳໃນສະພາບເກີດໂລກລະບາດໂຄວິດ-19 ໃຫ້ມີສະຖຽນລະພາບ ແລະ ພັດທະນາ
ກຳມະກອນ,ຄົນງານຢູ່ບັນດາເຂດອຸດສາຫະກຳໄດ້ສັກຢາວັກຊິນ ກັນໂຄວິດ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ກຳມະກອນກວ່າ 28.000 ຄົນທີ່ພວມເຮັດວຽກໃນ 5 ເຂດອຸດສາຫະກຳຢູ່ບໍລິເວນ, ແຂວງ ກວ໋າງນີງ ໄດ້ມີການຊີ້ນຳຢ່າງລຽນຕິດ, ເພີ່ມທະວີວຽກງານປ້ອງກັນຕ້ານໂລກລະບາດ, ຕິດຕາມແກ້ໄຂຄວາມຫຍຸ້ງຍາກໃຫ້ບັນດາວິສາຫະກິດໂດຍກົງ. ແຕ່ລະເຂດອຸດສາຫະກຳ ລ້ວນແຕ່ສ້າງຕັ້ງຄະນະຊີ້ນຳການປ້ອງກັນຕ້ານໂລກລະບາດ, ມີແຜນການ, ວິທີການຮັບມືກັບບັນດາກໍລະນີໂລກລະບາດທີ່ອາດຈະເກີດຂຶ້ນ. ທຸກໆອາທິດ, ບັນດາວິສາຫະກິດລ້ວນແຕ່ປະຕິບັດການວິໄຈຫາເຊື້ອ SARS-CoV-2 ແບບສຸ່ມເລືອກໃຫ້ 20% ຄົນງານ ແລະ ຜູ້ເຂົ້າຮ່ວມການສະຫນອງບໍລິການໃຫ້ແກ່ວິຫສາຫະກິດ. ພ້ອມກັນນັ້ນ ແມ່ນປະຕິບັດ 5 ມາດຕະການປ້ອງກັນຕ້ານໂລກລະບາດ, ປະຕິບັດຫລາຍມາດຕະການ ປ້ອງກັນຕ້ານໂລກລະບາດ ຢູ່ເຂດເຮືອນພັກຂອງກຳມະກອນ, ລົດຂົນສົ່ງກຳມະກອນ.. ນາງ ລືວທິເຫ້ວ, ກຳມະກອນຜະລິດເຄື່ອງຕ່ຳແຜ່ນຕັດຫຍິບສົ່ງອອກຢູ່ເຂດອຸດສາຫະກຳ ຫວຽດຮຶງ ໃຫ້ຮູ້ວ່າ:
TAG
VOV/VOVworld/ອຸປະກອນ