ແຂວງ ລ້າງເຊີນ ໜູນຊ່ວຍວິສາຫະກິດສົ່ງອອກໝາກໄມ້ສົດຜ່ານດ່ານຊາຍແດນ
14/06/2022 06:46
(VOVWORLD) -ໃນຊ່ວງເວລານີ້ ຢູ່ ຫວຽດນາມ, ບັນດາຜະລິດຕະພັນກະເສດ, ໝາກໄມ້ຂອງທ້ອງຖິ່ນຕ່າງໆ ພວມຢູ່ໃນໄລຍະເກັບກ່ຽວ, ຈຳນວນລົດບັນທຸກຂົນສົ່ງໝາກໄມ້ສົດໄປບັນດາດ່ານຊາຍແດນຂອງແຂວງ ລ້າງເຊີນ ເພື່ອສົ່ງອອກໄປຍັງ ຈີນ ນັບມື້ນັບເພີ່ມຂຶ້ນ. ເພາະສະນັ້ນ, ແຂວງ ລ້າງເຊີນ ໄດ້ເປັນເຈົ້າການສ້າງແຜນການ ແລະ ຜັນຂະຫຍາຍແບບວິທີ, ມາດຕະການຕ່າງໆຢ່າງໄຫວພິບ ສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ໝາກໄມ້ສົດ ໄດ້ຜ່ານດ່ານຊາຍແດນຢ່າງວ່ອງໄວ, ຫຼຸດຜ່ອນເວລາຂ້າງສາງ, ຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ວິສາຫະກິດ.

ຢູ່ແຂວງ ລ້າງເຊີນ, ການສົ່ງອອກສິນຄ້າໄດ້ປະຕິບັດຢູ່ 4 ດ່ານ, ເຊິ່ງລວມມີ: ດ່ານສາກົນ ມິດຕະພາບ, ດ່ານ ສາກົນ ດົ່ງດັງ, ດ່ານທ້ອງຖິ່ນ ຈີມາ ແລະ ດ່ານປະເພນີ ເຕິນແທັງ. ໃນ 2 ເດືອນມານີ້, ຈໍານວນລົດບັນທຸກມາດ່ານຊາຍແດນແຫ່ງຕ່າງໆຂອງ ລ້າງເຊີນ ໄດ້ເພີ່ມຂຶ້ນຢ່າງແຮງ ຍ້ອນຈຸດເວລານີ້ແມ່ນລະດູການເກັບກ່ຽວໝາກໄມ້ຫຼາຍຊະນິດຢູ່ທ້ອງຖິ່ນຕ່າງໆຂອງ ຫວຽດນາມ. ໃນສະພາບການນັ້ນ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ລ້າງເຊີນ ໄດ້ໃຫ້ການໜູນຊ່ວຍເຊື່ອມຕໍ່ການຕະຫຼາດ, ສົ່ງເສີມການການຈຳໜ່າຍໂດຍໄວ, ຂະນະທີ່ຜະລິດຕະພັນຍັງບໍ່ທັນມາຮອດດ່ານ. ຂໍ້ມູນກ່ຽວກັບສະພາບການຜ່ານດ່ານຊາຍແດນຕ່າງໆ ກໍໄດ້ປະຊາສຳພັນເຖິງວິສາຫະກິດ, ຮາກຖານຜະລິດດຳເນີນທຸລະກິດດ້ວຍຫຼາຍຮູບການ, ຊ່ວຍໃຫ້ເຂົາເຈົ້າໄດ້ເປັນເຈົ້າການໃນການຂົນສົ່ງສິນຄ້າໄປຍັງດ່ານຊາຍແດນ. ທ່ານ ເຈິ່ນດຶກຢາງ, ຫົວໜ້າຫ້ອງການຄຸ້ມຄອງການຄ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ລ້າງເຊີນ, ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ຍາມໃດກໍໃຫ້ການໜູນຊ່ວຍຢ່າງສຸດຂີດ, ສ້າງເງື່ອນໄຂທີ່ດີທີ່ສຸດໃຫ້ວິສາຫະກິດສົ່ງອອກ - ນຳເຂົ້າສິນຄ້າຜ່ານດ່ານຊາຍແດນ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າສະເໜີໃຫ້ພະແນກອຸດສາຫະກຳ - ການຄ້າແຂວງ, ນະຄອນ, ສະມາຄົມຕ່າງໆທີ່ກ່ຽວຂ້ອງ ຕ້ອງອັບເດດເປັນປະຈຳ ແລະ ກຳແໜ້ນສະພາບການນຳເຂົ້າ - ສົ່ງອອກຢູ່ ລ້າງເຊີນ, ຊີ້ນຳບັນດາຮາກຖານຜະລິດ, ເຂດປູກຝັງປະຕິບັດໃຫ້ຖືກຕາມຂັ້ນຕອນ, ຮູບແບບ, ຮູບການ, ການຫຸ້ມຫໍ່… ຕອບສະໜອງມາດຕະຖານຂອງຕະຫຼາດທີ່ນຳເຂົ້າ”.
TAG
VOV/VOVworld/ໝາກໄມ້/ສົ່ງອອກ/ລ້າງເຊີນ




.jpg)



