ແງ່ຫວັງພັດທະນາເສດຖະກິດຂຽວ ຈາກບັນດາ Startup
05/09/2021 01:00
(VOVWORLD) -ການໝູນໃຊ້ເຕັກໂນໂລຢີ ແລະ ຜົນງານຂອງການປະຕິວັດ 4.0 ເຂົ້າໃນການພັດທະນາເສດຖະກິດ ໄດ້ສວມບົດບາດສຳຄັນໃນວິວັດທະນາການພັດທະນາແບບຍືນຍົງຂອງແຕ່ລະປະເທດ. ຢູ່ ຫວຽດນາມ, ຫຼາຍ Startup ໄດ້ເລືອກເອົາທິດທາງເດີນນີ້ເພື່ອພັດທະນາ.

ໃນສະພາບການໂລກລະບາດມີການຜັນແປຢ່າງສັບສົນ ພ້ອມດ້ວຍຫຼາຍບັນຫາດ້ານສະພາບແວດລ້ອມທີ່ເກີດຂຶ້ນນັ້ນໄດ້ ກໍ່ຜົນຮ້າຍຕໍ່ສຸຂະພາບນັ້ນ, ປະຊາຊົນຫຼາຍຄົນຕ້ອງເສຍເງິນຫຼາຍກວ່າໃນການຊື້ທັນຍາຫານ, ສະບຽງອາຫານເພື່ອນຳໃຊ້ປະຈຳວັນ. ໂດຍມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມຕ້ອງການຕົວຈິງນີ້, ຫຼາຍອົງການຈັດຕັ້ງ, ສ່ວນບຸກຄົນໄດ້ ແລະ ພວມເຂົ້າຮ່ວມການເຄື່ອນໄຫວລົງທຶນ, ຜະລິດ, ປູກລ້ຽງປຸງແຕ່ງ, ດຳເນີນທຸລະກິດກ່ຽວກັບບັນດາຜະລິດຕະພັນກະເສດອົງຄະທາດ. ທ່ານນາງ ຫງວຽນເຟືອງຖ໋າວ, ຮອງຜູ້ອຳນວຍການບໍລິສັດ CP ງວຽນຄອຍແຊງ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າໄດ້ສຶກສາຄົ້ນຄວ້າ ແລະ ກໍ່ສ້າງຟາມ ກະສິກຳອົງຄະທາດໝູນວຽນ ບັນລຸ ມາດຕະຖານ ໂດຍ ບໍ່ກໍ່ມົນລະພິດຕໍ່ສິ່ງແວດລ້ອມ. ສິ່ງ ເສດເຫຼືອຈະໄດ້ບຳບັດຜ່ານເຕັກໂນໂລຢີທີ່ເປັນມິດກັບສິ່ງແວດລ້ອມ, ຄ່າໃຊ້ຈ່າຍຕ່ຳ, ບໍ່ນຳໃຊ້ພະລັງງານໄຟຟ້າ ຫຼື ພະລັງງານຟອກຊິວ ແຕ່ ໄດ້ບຳບັດໃຫ້ເປັນຝຸ່ນອົງຄະທາດ ເພື່ອເອົາມາ ບົວລະບັດຕົ້ນໄມ້ ຫຼື ກາຍເປັນວັດຖຸດິບຮັບໃຊ້ ໃຫ້ແກ່ ການລ້ຽງສັດ ແລະ ປູກຝັງ.”
TAG
VOV/VOVworld/ກະສິກຳອົງຄະທາດໝູນວຽນ/Startup/ເສດຖະກິດຂຽວ




.jpg)



