ເຂດເສດຖະກິດ ຢູງກວັດ - ກຳລັງຫນູນແຫ່ງການພັດທະນາໃຫມ່ຂອງແຂວງ ກວ໋າງຫງ໋າຍ
21/03/2023 15:00
(VOVWORLD) -ທ່ານນາຍົກລັດຖະມົນຕີ ຫາກໍ່ຕົກລົງເຊັນອະນຸມັດການດັດປັບການວາງແຜນຜັງສັງລວມການກໍ່ສ້າງເຂດເສດຖະກິດ ຢູງກວັດ ແຂວງ ກວ໋າງຫງາຍ ຮອດປີ 2045. ຕາມການວາງແຜນຜັງນີ້, ເຂດ ຢູງກວັດ ຈະພັດທະນາໃຫ້ກາຍເປັນເຂດເສດຖະກິດສັງລວມບັນຈຸຫລາຍຂະແຫນງ, ຫລາຍຂົງເຂດ, ສ້າງປະຖົມປັດໄຈເພື່ອໃຫ້ແຂວງ ກວ໋າງຫງາຍ ກາຍເປັນແຂວງ ພັດທະນາດີຂອງປະເທດຊາດ.

ເຂດເສດຖະກິດ ຢູງກວັດ ພັດທະນາກາຍເປັນເຂດເສດຖະກິດຫລາຍຂະແຫນງ, ຫລາຍຂົງເຂດ. ພາບ: VOV ຕາມການວາງແຜນຜັງໂດຍທ່ານນາຍົກລັດຖະມົນຕີ ເຊັນອະນຸມັດ, ເຂດເສດຖະກິດ ຢູງກວັດ ມີເນື້ອທີ່ກວ່າ 45.300 ເຮັກຕາ, ໃນນັ້ນ ດິນຕໍ່ແຜ່ນແມ່ນເກືອບ 33.600 ເຮັກຕາ, ເກາະລີເຊີນ ເກືອບ 1.500 ເຮັກຕາ ແລະ ເນື້ອທີ່ຫນ້ານ້ຳ(ເຂດທະເລ) ປະມານກວ່າ 10.700 ເຮັກຕາ. ຮອດປີ 2045 ຢູງກວັດ ຈະພັດທະນາໃຫ້ກາຍເປັນເຂດເສດຖະກິດ ສັງລວມມີຫລາຍຂະແຫນງ, ຫລາຍຂົງເຂດ, ລວມມີ: ອຸດສາຫະກຳ-ການຄ້າ-ການບໍລິການ-ການທ່ອງທ່ຽວ- ຕົວເມືອງ ແລະ ກະສິກຳ ປ່າໄມ້ ການປະມົງ. ທ່ານ ຮ່າຮວ່າງຫວຽດເຟືອງ, ຫົວຫນ້າ ຄະນະຄຸ້ມຄອງເຂດເສດຖະກິດ ຢູງກວັດ ແລະ ບັນດາເຂດອຸດສາຫະກຳ ກວ໋າງຫງາຍ ຖືວ່າ: ການວາງແຜນຜັງໃຫມ່ ແມ່ນກາລະໂອກາດເພື່ອແຂວງ ກວ໋າງຫງາຍ ດຶງດູດບັນດານັກລົງທຶນຍຸດທະສາດ. “ ເຂດເສດຖະກິດ ຢູງກວັດ ມີບົດບາດ , ຄວາມສຳຄັນໃນການປະກອບສ່ວນລວມໃຫ້ແກ່ການພັດທະນາຂອງແຂວງ , ພາກພື້ນ . ຄວາມສາມາດບົ່ມຊ້ອນແຫ່ງການພັດທະນາຂອງເຂດເສດຖະກິດ ຢູງກວັດ ຍັງມີຫລາຍຢູ່ , ພວກຂ້າພະເຈົ້າ ພວມສຳຫລວດກວດກາບັນດາໂຄງການທີ່ໄດ້ອອກຫນັງສືອະນຸຍາດໃຫ້ແກ່ນັກລົງທຶນແຕ່ການຜັນຂະຫຍາຍແມ່ນຊັກຊ້າ , ບໍ່ຜັນຂະຫຍາຍ ຫລື ຍັງບໍ່ນຳໃຊ້ທີ່ດິນ ແມ່ນຕ້ອງສຸມໃສ່ແກ້ໄຂ . ປະຕິບັດການວາງແຜນຜັງສັງລວມໃນການດັດປັບເຂດເສດຖະກິດ ຢູງກວັດ ຈະມີເນື້ອທີ່ດິນໃຫມ່ , ສ້າງເງື່ອນໄຂດຶງດູດບັນດານັກລົງທຶນຍຸດທະສາດ . ນີ້ແມ່ນກຳລັງຫນູນພັດທະນາໃນອະນາຄົດ ” . ຕາມການດັດປັບການວາງແຜນຜັງສັງລວມ, ເຂດເສດຖະກິດ ຢູງກວັດ ລວມມີຫລາຍຂະແຫນງ, ຫລາຍຂົງເຂດ, ເອົາໃຈໃສ່ເຖິງການພັດທະນາອຸດສາຫະກຳ. ໃນນັ້ນ ຈຸດສຸມແມ່ນອຸດສາຫະກຳກັ່ນຕອງນ້ຳມັນ, ອຸດສາຫະກຳເຄມີ ແລະ ອຸດສາຫະກຳຫນັກ ດ້ວຍຫລາຍຂະແຫນງຫລັກ ພ້ອມທັງແມ່ນຫນຶ່ງໃນບັນດາປະຕູເຊື່ອມຕໍ່ຄົມມະນາຄົມຂົນສົ່ງ, ແລກປ່ຽນສິນຄ້າ ແລະ ພົວພັນແລກປ່ຽນຂອງສາກົນທີ່ສຳຄັນໃນພາກກາງ ແລະ ເຂດໄຕງວຽນ. ເມືອງ ລີເຊີນ ສຸມໃສ່ລົງທຶນພື້ນຖານໂຄງລ່າງ. (ພາບ: VOV) ຮອດປີ 2045, ຢູງກວັດ ຈະກາຍເປັນເຂດພັດທະນາຕົວເມືອງ, ການບໍລິການ, ການທ່ອງທ່ຽວຂອງເຂດເສດຖະກິດຈຸດສຸມພາກກາງ. ຕາມນັ້ນແລ້ວ, ຢູງກວັດ ສ້າງ 5 ເຂດຫລັກ, ໃນນັ້ນ ເຂດທ່ອງທ່ຽວ, ເຂດການບໍລິການ ດ້ວຍເນື້ອທີ່ປະມານ 713 ເຮັກຕາ, ລວມມີ: ເຂດ ທຽນດ່າງ - ແຄຮາຍ ແລະ ທ້ວນເຟືອກ, ທະເລ ເລະຖູຍ, ແກ່ງອຽນ, ທະເລບິ່ງເຈົາ ຂຶ້ນກັບເມືອງ ບິ່ງເຊີນ ແລະ ເມືອງ ລີເຊີນ. ນີ້ແມ່ນກຳລັງຫນູນເພື່ອໃຫ້ແຂວງ ກວ໋າງຫງາຍ ພັດທະນາ. ທ່ານ ດັ້ງວັນມິງ, ປະທານ ຄະນະກຳມະການປະຊາຊົນ ແຂວງ ກວ໋າງຫງາຍ ໃຫ້ຮູ້ວ່າ: “ ການວາງແຜນຜັງດັດປັບເຂດເສດຖະກິດ ຢູງກວັດ ແລະ ແຜນຜັງແຂວງ ກວ໋າງຫງາຍ ແມ່ນພື້ນຖານຕົ້ນຕໍເພື່ອໃຫ້ແຂວງ ກວ໋າງຫງາຍຜັນຂະຫຍາຍປະຕິບັດເພື່ອສຳເລັດຄາດໝາຍຂອງປີ 2030, ວິໄສທັດຮອດປີ 2045. ການວາງແຜນຜັງແຂວງ ກວ໋າງຫງາຍ ພວມຮັບເອົາຄຳເຫັນ , ການກວດກາຢັ້ງຢືນຈາກບັນດາກະຊວງ , ຂະແຫນງການ ເພື່ອສ້າງໃຫ້ສຳເລັດ , ຍື່ນສະເຫນີຕໍ່ນາຍົກລັດຖະມົນຕີເຊັນອະນຸມັດ . ການວາງແຜນຜັງຂອງແຂວງ ກວ໋າງຫງາຍ ຕາມທິດກໍ່ສ້າງ 4 ແລວເສດຖະກິດຍຸດທະສາດ ແລະ 6 ເຂດເສດຖະກິດກຳລັງຫນູນເພື່ອສຸມໃສ່ພັດທະນາ ” . ໃນການພັດທະນາຕົວເມືອງຢູ່ເຂດເສດຖະກິດ ຢູງກວັດ, ໄລຍະ 2036 – 2045, ແຂວງ ກວ໋າງຫງາຍ ຈະສ້າງສຳເລັດພື້ນຖານໂຄງລ່າງໃຫ້ແກ່ບັນດາຕົວເມືອງ, ມຸ່ງໄປເຖິງການສ້າງຕັ້ງ 2 ນະຄອນ ບິ່ງເຊີນ ແລະ ລີເຊີນ, ສ້າງເຂດຕົວເມືອງກຳລັງຫນູນທາງພາກເຫນືອຂອງແຂວງ ກວ໋າງຫງາຍ ແລະ ເຂດເສດຖະກິດຈຸດສຸມພາກກາງເທື່ອລະກ້າວ. ພິເສດ ມຸ່ງໄປເຖິງການກໍ່ສ້າງເມືອງ ລີເຊີນ ໃຫ້ກາຍເປັນນະຄອນທ່ອງທ່ຽວທະເລ, ສີວິໄລ, ທັນສະໄຫມ. ທ່ານນາງ ຟ້າມທິເຮືອງ, ປະທານ ຄະນະກຳມະການປະຊາຊົນ ເມືອງ ລີເຊີນ ໃຫ້ຮູ້ວ່າ: “ ເນື້ອທີ່ຂອງເກາະ ມີພຽງແຕ່ 10 ກວ່າຕາລາງກິໂລແມັດ, ເພື່ອພັດທະນາຕົວເມືອງທະເລນັ້ນ ເລື່ອງຖົມທະເລເພື່ອປະຕິບັດບັນດາເຂດຊຸມຊົນ , ເຂດການຄ້າການບໍລິການ ຕ້ອງມີນັກລົງທຶນໃຫຍ່ . ເຖິງຢ່າງໃດກໍຕາມ ທຸກສິ່ງທຸກຢ່າງຕ້ອງຮັບປະກັນຄວາມກົມກຽວຜົນປະໂຫຍດ , ຮັກສາໄດ້ຈຸດຄວາມງາມດັ້ງເດີມຂອງເກາະ , ທິວທັດທຳມະຊາດ , ຫລີກລ້ຽງການກໍ່ສ້າງທຽມຫລາຍເພື່ອໃຫ້ ລີເຊີນ ພັດທະນາຢ່າງກົມກຽວ ” . ໃນ 2 ປີ ແຕ່ປີ 2021 – 2022, ເຂດເສດຖະກິດ ຢູງກວັດ ໄດ້ດຶງດູດຈຳນວນເງິນກວ່າ 3,85 ຕື້ USD. ເພື່ອພັດທະນາ ຢູງກວັດໃຫ້ກາຍເປັນເຂດເສດຖະກິດສັງລວມມີຫລາຍຂະແຫນງ, ຫລາຍຂົງເຂດ, ແຂວງ ກວ໋າງຫງາຍ ໄດ້ວາງອອກບັນດາຫນ້າທີ່ລະອຽດເພື່ອຜັນຂະຫຍາຍປະຕິບັດນັບແຕ່ເດືອນຕົ້ນປີນີ້. ໃນນັ້ນ ເອົາໃຈໃສ່ເຖິງລັກສະນະຄົບຊຸດ ລະຫວ່າງການວາງແຜນຜັງ, ລະຫວ່າງ ຂະແຫນງ ພິເສດແມ່ນສອດຄ່ອງກັບແຜນຜັງການນຳໃຊ້ທີ່ດິນ, ຮຽກຮ້ອງ, ດຶງດູດການລົງທຶນຢູ່ ບໍລິເວນເຂດເສດຖະກິດ ຢູງກວັດ ໃນໄລຍະຈະມາເຖິງ.
TAG
VOV/VOVworld/ອຸດສາຫະກຳ/ເຂດເສດຖະກິດ ຢູງກວັດ




.jpg)



