ເປີດອອກກາລະໂອກາດສົ່ງອອກບັນດາປະເພດສິນຄ້າຫລັກແຫລ່ງເຂົ້າຕະຫລາດ UAE
02/05/2023 14:12
(VOVWORLD) -ສະຫະລັດ ອາຣັບ ເອມີເລດ(UAE)ໄດ້ຮັບຖືວ່າ ແມ່ນສູນການເງິນ, ການຄ້າຂອງພາກພື້ນ ຕາເວັນອອກກາງ, ແມ່ນປະຕູສຳຄັນເພື່ອສົ່ງສິນຄ້າຫວຽດນາມ ໄປຍັງຕາເວັນອອກກາງ, ອາຟິຼກາ, ເອີລົບ ແລະ ເປີດກວ້າງໄປຍັງທົ່ວໂລກ. ໃນຂະນະການສົ່ງອອກຂອງຫວຽດນາມ ໄປຍັງຕະຫລາດຫລາຍແຫ່ງບັນລຸລະດັບສູງແລ້ວ, UAEກໍໄດ້ຮັບການຕີລາຄາວ່າແມ່ນຕະຫລາດທີ່ມີຄວາມສາມາດບົ່ມຊ້ອນທີ່ສຸດ, ເປີດອອກກາລະໂອກາດໃຫ້ຫລາຍປະເພດສິນຄ້າຜະລິດຕະພັນກະເສດ, ສິນໃນນ້ຳຂອງຫວຽດນາມ,ເປັນຕົ້ນແມ່ນເມື່ອສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະຫວ່າງຫວຽດນາມແລະUAE(CEPA)ຫາກໍ່ເລີ່ມເຊື່ອມຕໍ່ການເຈລະຈາຢູ່ໃນຂັ້ນລັດຖະມົນຕີ ເມື່ອວັນທີ 6 ເມສາປີ 2023.

ການປຸງແຕ່ງສິນໃນນ້ຳເພື່ອສົ່ງອອກ. ພາບ:TTXVN ບົດລາຍງານຂອງກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ປະຈຸບັນ UAEແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ສຸດຂອງ ຫວຽດນາມ ຢູ່ ພາກພື້ນຕາເວັນອອກກາງ - ອາຟຼິກາເຫນືອ. ມີຫລາຍຫມວດສິນຄ້າສົ່ງອອກຂອງ ຫວຽດນາມ ມີທ່າໄດ້ປຽບສົ່ງອອກໄປຍັງ UAE ຄື: ຜະລິດຕະພັນກະເສດ, ສິນໃນນ້ຳ, ອາຫານປຸງແຕ່ງ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບຫນັງ, ຜະລິດຕະພັນເອເລັກໂຕນິກ, ເຄື່ອງຈັກ, ອຸປະກອນ… ສືບຕໍ່ມີທ່າອ່ຽງເຕີບໂຕນັບທັງປະລິມານ ແລະ ມູນຄ່າການສົ່ງອອກ. ປີກາຍນີ້ ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງ UAEບັນລຸ 3,85 ຕື້ USD. ສະເພາະ 3 ເດືອນຕົ້ນປີນີ້, ຍອດວົງເງິນການຄ້າສອງຝ່າຍ ລະຫວ່າງ ຫວຽດນາມ ແລະ UAE ຄາດວ່າຈະບັນລຸ 1,12 ຕື້ USD, ເພີ່ມຂຶ້ນ 22,14% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຍ້ອນອົງປະກອບເສດຖະກິດກະສິກຳກວມເອົາພຽງບໍ່ຮອດ 1%, ສ່ວນຫລາຍແມ່ນການລ້ຽງສັດ ແລະ ປູກຕົ້ນອິນທະຜາລຳ,ສະນັ້ນ UAEຕ້ອງນຳເຂົ້າສະບຽງອາຫານ ເພື່ອຮັບໃຊ້ຄວາມຕ້ອງການຂອງປະຊາຊົນ. ຄາດວ່າປີນີ້ ຈຳນວນແຂກທ່ອງທ່ຽວເຂົ້າ UAEຈະເພີ່ມຂຶ້ນຢ່າງແຮງ ສະນັ້ນນີ້ຈະສືບຕໍ່ແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ເພີ່ມທະວີການສົ່ງອອກຜະລິດຕະພັນກະເສດ, ອາຫານເຂົ້າຕະຫລາດນີ້. ທ່ານ ເຈືອງຊວນຈູງ ທູດການຄ້າ ຫວຽດນາມ ປະຈຳ UAEໃຫ້ຮູ້ວ່າ: “ ປີ 2022 ສິນໃນນ້ຳຂອງຫວຽດນາມ ສົ່ງອອກໄປຍັງ UAEບັນລຸເກືອບ 5 ລ້ານ USD , ເພີ່ມຂຶ້ນກວ່າ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ມີບາງປະເພດຜະລິດຕະພັນກະເສດຫລັກຂອງ ຫວຽດນາມ ສົ່ງໄປຂາຍຢູ່ຕະຫລາດນີ້ ແມ່ນໝາກນາວບໍ່ມີແກ່ນ , ໝາກໂມ , ໝາກສົ້ມໂອ ,… ສົ່ງອອກ ໝາກມ່ວງຫິມະພານບັນລຸກວ່າ 55 ລ້ານ USD , ເພີ່ມຂຶ້ນກວ່າ 14% ເມື່ອທຽບໃສ່ປີກ່ອນນັ້ນ . ໝາກພິກໄທ ກວມເອົາກວ່າ 65% ອັດຕາສ່ວນນຳເຂົ້າຂອງ UAE, ປີກາຍນີ້ບັນລຸ 58 ລ້ານ USD , ເພີ່ມຂຶ້ນ 3,5% ເມື່ອທຽບໃສ່ປີກ່ອນນັ້ນ . ສຸດທ້າຍແມ່ນປະເພດ ເຂົ້າສານ , ວົງເງິນສົ່ງອອກບັນລຸ 25 ລ້ານ USD ແລະ ກວມອັດຕາສ່ວນ 7,3% ປະລິມານເຂົ້າສານນຳເຂົ້າຂອງ UAE”. ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະຫວ່າງ ຫວຽດນາມ ແລະ UAE(CEPA)ປະຈຸບັນ ພວມໄດ້ຮັບການປຶກສາຫາລືຈາກບັນດາອົງການທີ່ກ່ຽວຂ້ອງ, ຖ້າຫາກໄລຍະຈະມາເຖິງໄດ້ຮັບການລົງນາມ ແມ່ນບໍ່ພຽງແຕ່ຊ່ວຍ ຫວຽດນາມ ສົ່ງອອກສິນຄ້າໄປຍັງUAEໂດຍກົງເທົ່ານັ້ນ ຫາກຍັງຊ່ວຍສິນຄ້າຂອງຫວຽດນາມ ແຊກຊຶມເຂົ້າຕະຫລາດ ຕາເວັນອອກກາງ ແລະ ບັນດາປະເທດອື່ນຜ່ານປະຕູຂອງ UAEອີກດ້ວຍ. ທ່ານນາງ ເລຮົ່ງແອງ, ຫົວຫນ້າກົມການຕະຫລາດ ອາຊີ - ອາຟຼິກາ ຄາດຄະເນວ່າ UAEຈະແມ່ນຕະຫລາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນເມື່ອສັນຍາໄດ້ຮັບການລົງນາມ. “ ພວກຂ້າພະເຈົ້າສືບຕໍ່ຍູ້ແຮງການສົ່ງອອກໄປຍັງບັນດາຕະຫລາດທີ່ໄດ້ລົງນາມ ໃນ ສັນຍາ FTA , ພິເສດແມ່ນສຸມໃສ່ສະຫລຸບບົດຮຽນປະສົບການຈາກບັນດາປະເທດ ທີ່ນຳໃຊ້ ສັນຍາ FTA ເພື່ອຍົກອອກຂໍ້ສະເຫນີທີ່ຈຳເປັນໃຫ້ແກ່ວິສາຫະກິດ ຫວຽດນາມ . ຄາດວ່າ FTA ກັບ ອິດສະຣາແອນໄດ້ຮັບການລົງນາມໃນປີນີ້ ພວກຂ້າພະເຈົ້າຈະມີແຜນການປະຕິບັດຢ່າງມີປະສິດທິຜົນ ແລະ ສົມທົບກັບບັນດາຫົວຫນ່ວຍ , ອົງການ ເລີ່ມການເຈລະຈາ FTA ກັບ UAE ເພື່ອເປີດອອກກາລະໂອກາດຮ່ວມມືກັບພາກພື້ນຕາເວັນອອກກາງທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນນີ້ ” . ທ່ານນາງ ເລຮົ່ງແອງ ຫົວຫນ້າກົມການຕະຫລາດ ອາຊີ -ອາຟະລິກາ. ພາບ: tapchicongthuong.vn ກາລະໂອກາດມີຢູ່ຄືແນວນັ້ນ, ແຕ່ຕາມທູດການຄ້າ ຫວຽດນາມ ປະຈຳ UAEແລ້ວ, UAEແມ່ນຕະຫລາດແກ້ງແຍ່ງຢ່າງເຄັ່ງຄັດນັບທັງລາຄາ ແລະ ຄຸນນະພາບ, ສະນັ້ນ ນີ້ແມ່ນສິ່ງທ້າທາຍໃຫຍ່ສຸດສຳລັບບັນດາວິສາຫະກິດ ຫວຽດນາມ ເມື່ອສົ່ງອອກສິນຄ້າເຂົ້າຕະຫລາດ UAE. ທ່ານ ຫງວຽນເຕືອງ ຮອງເລຂານຸການສະຫະສະມາຄົມວິສາຫະກິດ logisticຫວຽດນາມຖືວ່າ: “ກ່ຽວກັບການເຄື່ອນໄຫວນຳເຂົ້າສົ່ງອອກ ແລະ logistic ໄລຍະຜ່ານມາແມ່ນໄດ້ມີການພັດທະນາຢ່າງເຂັ້ມແຂງ ຍ້ອນໄດ້ມີບັນດາສັນຍາການຄ້າເສລີ EVFTA, CPTPP, RCEP.UAE ແມ່ນຕະຫລາດຈຸດສຸມ ຢູ່ຕາເວັນອອກກາງ ແມ່ນປະຕູຫລັກດ້ານການຄ້າກັບບັນດາປະເທດຄື ອາຟຼິກາ , ອາເມລິກາລາຕີນ ແລະ ເອີລົບ , ອາຊີ ເວົ້າລວມ . ເພາະຢູ່ UAE ເຂົາເຈົ້າມີພື້ນຖານໂຄງລ່າງທ່າກຳປັ່ນ , ການບິນ ດີທີ່ສຸດ , ສະນັ້ນສາມາດເຊື່ອມຕໍ່ໄດ້ທຸກຕະຫລາດ . ນີ້ແມ່ນຕະຫລາດ ທີ່ ມີຄວາມສາມາດບົ່ມຊ້ອນ ຖ້າຫວຽດນາມ ຮູ້ຈັກເສີມຂະຫຍາຍ ຈະແມ່ນໂອກາດດີທີ່ສຸດ ” . ເພື່ອສາມາດຊຸກຍູ້ການສົ່ງອອກສິນຄ້າຂອງຫວຽດນາມ ໄປຍັງ UAE , ບັນດາວິສາຫະກິດ ຫວຽດນາມ ມຸ່ງໄປເຖິງການໝູນໃຊ້ວິທະຍາສາດ , ເຕັກໂນໂລຊີ ທີ່ ກ້າວຫນ້າໃນການຜະລິດ , ປ່ຽນແປງວິທີການຄຸ້ມຄອງ , ຫລຸດຜ່ອນລາຍຈ່າຍຂອດກາງ ເພື່ອຫລຸດລາຄາຜະລິດຕະພັນ , ເພີ່ມລັກສະນະແກ້ງແຍ່ງຂອງບັນດາຜະລິດຕະພັນຫວຽດນາມ . ນອກນັ້ນ ຍ້ອນ UAE ແມ່ນປະເທດອິດສະລາມ ສະນັ້ນບັນດາວິສາຫະກິດ ຫວຽດນາມ ຄວນມີແຜນຊອກຮູ້ດ້ານວັດທະນະທຳ ແລະ ຄວາມຕ້ອງການ ໃນ ການໃຊ້ສອຍຂອງຊາວມຸດສະລິມ , ສ້າງລະບົບໃບຢັ້ງຢືນມາດຖານ Halalໃຫ້ບັນດາຜະລິດຕະພັນອາຫານ, ເຄື່ອງດື່ມ, ເຄື່ອງສຳອາງ, ຊຸດອາພອນ… ເມື່ອສົ່ງອອກເຂົ້າຕະຫລາດນີ້. ບັນດາມາດຕະການສັງລວມຈາກອົງການມີຫນ້າທີ່ຮັບຜິດຊອບ ແລະ ວິສາຫະກິດ ພ້ອມກັບເລື່ອງເຈລະຈາສ້າງສັນຍາ CEPAໄດ້ ແລະ ພວມເປີດຫລາຍກາລະໂອກາດເພື່ອໃຫ້ສິນຄ້າ ຫວຽດນາມ ແຊກຊຶມເຂົ້າຕະຫລາດ UAE ແລະ ບັນດາປະເທດໃນພາກພື້ນ.
TAG
VOV/VOVworld/ນຳເຂົ້າສົ່ງອອກ/logistic/ສັນຍາຄູ່ຮ່ວມມືເສດຖະກິດ




.jpg)



