VOV WorldVOV World
ເສດ​ຖະ​ກິດ ຫວຽດ​ນາມ - ຟື້ນ​ຕົວ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ
12/04/2022 06:00
(VOVWORLD) -ມີຫລາຍອົງການເສດຖະກິດສາກົນຄື: ທະນາຄານໂລກ, ກອງທຶນເງິນຕາສາກົນ, Fitch Rating ໄດ້ໃຫ້ຂໍ້ສັງເກດວ່າ ລະດັບການເຕີບໂຕເສດຖະກິດຂອງຫວຽດນາມໃນປີ 2022 ອາດຈະບັນລຸ 6,5% ແມ່ນຖືກກັບຄາດໝາຍຂອງລັດຖະບານ ຫວຽດນາມ ທີ່ໄດ້ວາງອອກ. ເສດຖະກິດ ຫວຽດນາມ ພວມຟື້ນຕົວ ແລະ ມີຄວາມສະດວກຫລາຍຢ່າງເພື່ອພັດທະນາແບບຍືນຍົງໃນໄລຍະຈະມາເຖິງ.
ເສດ​ຖະ​ກິດ ຫວຽດ​ນາມ - ຟື້ນ​ຕົວ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ
ປອ ເລຊວນຊາງ, ຮອງສະຖາບັນເສດຖະກິດ ຫວຽດນາມ. ພາບ: congluan.vn ຕາມຕົວເລກສະຖິຕິໃນໄຕມາດ I ຂອງກະ ຊວງແຜນການ ແລະ ການລົງທຶນ ປະກາດຫວ່າງແລ້ວນີ້ ,  GDP ເພີ່ມຂຶ້ນ 5%, ການຜະລິດອຸດສາຫະກຳ ເພີ່ມຂຶ້ນ 6,4%; ຍອດລະດັບການຂາຍຍ່ອຍສິນຄ້າ ແລະ ລາຍຮັບຈາກການບໍລິການໃຊ້ສອຍເພີ່ມຂຶ້ນ 4,4%; ເງິນລົງທຶນປະຕິບັດໃນທົ່ວສັງຄົມເພີ່ມຂຶ້ນເກືອບ 9%. ນອກນັ້ນ ຍອດວົງເງິນນຳເຂົ້າສົ່ງອອກສິນຄ້າເພີ່ມຂຶ້ນ 12,9 ແລະ 15,9 % ຕາມລຳດັບ , ການສົ່ງອອກເກີນດຸນ ແມ່ນເທົ່າກັບ 809 ລ້ານ  USD, ແຂກທ່ອງທ່ຽວສາກົນມາທ່ຽວຢູ່ ຫວຽດນາມ ກໍ່ເພີ່ມຂຶ້ນເກືອບ 90%. ມີວິສາຫະກິດສ້າງຕັ້ງໃຫມ່ກວ່າ 34.600 ແຫ່ງ. ທ່ານ ປອ ເລຊວນຊາງ, ຮອງຫົວຫນ້າສະຖາບັນເສດຖະກິດ ຫວຽດນາມ ຖືວ່າ:  “ ບັນລຸການເຕີບໂຕຄືດັ່ງຄວາມຄາດຫວັງຂອງຂ້າພະເຈົ້າ . ລະດັບນີ້ແມ່ນຫນ້າຊື່ນຊົມ ແລະ ເໝາະສົມກັບທ່າຟື້ນຕົວ ແລະ ເປີດປະຕູຂອງພື້ນຖານເສດຖະກິດ . ໃນເງື່ອນໄຂລາຄາສົ້ນເຂົ້າເພີ່ມຂຶ້ນ , ມີບາງການກະທົບເບື້ອງຕົ້ນຈາກ ສົງຄາມ ລັດເຊຍ-ຢູແກຼນ , ລະດັບເພີ່ມຂຶ້ນນີ້ເປັນການສະແດງໃຫ້ເຫັນຄວາມມານະພະຍາຍາມອັນໃຫຍ່ຫລວງ , ຂ້ຽວຂາດຂອງລັດຖະບານ ແລະ ວິສາຫະກິດ ” ຜູ້ຊ່ຽວຊານເສດຖະກິດ ເລຢູຍບິ່ງ, ຜູ້ອຳນວຍການຝ່າຍບໍລິຫານສູນຄົ້ນຄ້ວາເສດຖະກິດ Economicaຫວຽດນາມ ໄດ້ໃຫ້ຂໍ້ສັງເກດວ່າ: “ ນັ້ນແມ່ນດັດຊະນີສັງລວມເພື່ອເຫັນໄດ້ພວກເຮົາມານະພະຍາຍາມສູ້ຊົນ . ລະດັບ 5,03% ແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ເສດຖະກິດໄດ້ມີການຟື້ນຕົວແລ້ວ . ບັນດານະໂຍບາຍ , ຄວາມມີໄຫວພິບເປັນເຈົ້າການ ແລະ ຍຸດທະສາດວັກຊິນ ແມ່ນນຳມາເຊິ່ງປະສິດທິຜົນ . ນີ້ແມ່ນປັດໄຈນຳພື້ນຖານເສດຖະກິດກັບຄືນສູ່ສະພາບເຕີບໂຕ ແລະ ວາງພື້ນຖານທີ່ດີໃຫ້ປີຕໍ່ໄປ ” . ເຖິງວ່າບັນລຸລະດັບເຕີບໂຕດີເປັນຫນ້າຊື່ນຊົມ ແຕ່ບັນດານັກຊ່ຽວຊານເສດຖະກິດຍັງຖືວ່າ ນີ້ແມ່ນລະດັບສະເລ່ຍເມື່ອທຽບໃສ່ທົ່ວພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ຖ້າຫາກບໍ່ມີຄວາມມານະພະຍາຍາມກະໂດດຂັ້ນ, ຫວຽດນາມ ຍາກທີ່ຈະຮັດແຄບຄວາມແຕກໂຕນການພັດທະນາກັບບັນດາປະເທດໃນ Top ນຳຫນ້າຂອງພາກພື້ນ. ທ່ານເລຢູຍບີ່ງ, ນັກຊ່ຽວຊານເສດຖະກິດ ຜູ້ອຳນວຍການຝ່າຍບໍລິຫານ Economica Vietnam. ພາບ: ໂດ໋ລິງ
TAG
VOV/VOVworld/ໝູນໃຊ້ດິຈີຕອນ/ຟື້ນ​ຕົວ