VOV WorldVOV World
ຫາຍຟ່ອງ ມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ
28/09/2021 09:06
(VOVWORLD) - ມາຮອດເດືອນ ສິງຫາ ປີ 2021, ນະຄອນ ຫາຍຟ່ອງ ດຶງດູດ 2,8 ຕື້ USD ແຫລ່ງເງິນລົງທຶນຈາກຕ່າງປະເທດ (FDI), ສູງທົບ 3,7 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ໃນສະພາບການໂລກລະບາດໂຄວິດ 19 ພວມຜັນແປໄປຢ່າງສັບສົນນັ້ນ, ນີ້ແມ່ນໝາກຜົນເປັນຫນ້າຮັບຮູ້, ນຳຫາຍຟ່ອງ ກາຍເປັນຫນຶ່ງໃນບັນດາ ສະຖານທີ່ດີເດັ່ນດຶງດູດທຶນ FDI ຂອງທົ່ວປະເທດ. ນອກຈາກການຄວບຄຸມໂລກລະບາດໄດ້ເປັນຢ່າງດີນັ້ນ, ນະຄອນ ຫາຍຟ່ອງ ຍັງມີຫລາຍວິທີເຮັດໃຫມ່ ພິເສດ ໃນການປະຕິຮູບດ້ານບໍລິຫານ, ເປີດກວ້າງເຂດ, ກຸ່ມອຸດສາຫະກຳເພື່ອຮັບຕ້ອນບັນດານັກລົງທຶນ.
ຫາຍຟ່ອງ ມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ
ບໍລິສັດ Display VietNam ຈຳກັດ ຮັບຫນັງສືອະນຸຍາດໃຫ້ລົງທຶນ       ທ້າຍເດືອນສິງຫາ ຜ່ານມາ, ກຸ່ມບໍລິສັດ LG ຂອງ ສ.ເກົາຫລີ ໄດ້ເພີ່ມຈຳນວນທຶນຕື່ມອີກ 1,4 ຕື້ USD ເຂົ້າບໍລິສັດ “ລູກ”ຂອງຕົນ ນັ້ນແມ່ນໂຄງການ LG Display ຢູ່ ນະຄອນ ຫາຍຟ່ອງ, ຍົກຍອດຈຳນວນເງິນລົງທຶນຢູ່ ຫາຍຟ່ອງ ຂຶ້ນເປັນ 4,65 ຕື້  USD ກາຍເປັນໂຄງການ FDI ໃຫຍ່ສຸດຢູ່ນະຄອນນີ້. ແລະ ກໍ່ໃນ 8 ເດືອນຕົ້ນປີ, ມີຫລາຍໂຄງການ FDI ລົງທຶນໃຫມ່ ຫລື ດັດປັບເພີ່ມທຶນຢູ່ ນະຄອນ ຫາຍຟ່ອງ ຄື: ບໍລິສັດເອເລັກໂຕນິກ Tongwei ຈຳກັດ ເພີ່ມ 31 ລ້ານ USD, ບໍລິສັດ Ohsung Vina ເພີ່ມ 19 ລ້ານ USD, ບໍລິສັດ Shanghai Moons Electronics ເພີ່ມ 18 ລ້ານ USD. ບັນດາໂຄງການ ພວມຫັນການລົງທຶນຈາກລວງກວ້າງມາສູ່ລວງເລິກ, ດ້ວຍຈຳນວນເງິນລົງທຶນຫລາຍກວ່າ, ນຳໃຊ້ເຕັກໂນໂລຊີທັນສະໄຫມ, ເປັນມິດກັບສິ່ງແວດລ້ອມ… ຫາຍຟ່ອງ ຄວບຄຸມໂລກລະບາດຢູ່ໃນບໍລິເວນໄດ້ເປັນຢ່າງດີ, ພິເສດ ເອົາໃຈໃສ່ເຖິງການປ້ອງກັນຕ້ານໂລກລະບາດຢູ່ໃນບັນດາເຂດອຸດສາຫະກຳ. ນີ້ແມ່ນເງື່ອນໄຂ ແລະ ກຳລັງຫນູນເຮັດໃຫ້ນັກລົງທຶນມີຄວາມອຸ່ນອ່ຽນໃຈ. ທ່ານ Park Jae Hong, ຮອງຜູ້ອຳນວຍການໃຫຍ່ ບໍລິສັດ Display VietNam ຈຳກັດ ໃຫ້ຮູ້ວ່າ:
TAG
VOV/VOVworld/ທ່າກຳປັ່ນທະເລ/ດຶງດູດທຶນ