ຫາຍຟ່ອງ ສືບຕໍ່ບັນລຸການເຕີບໂຕສູງເພື່ອໃຫ້ກາຍເປັນກຳລັງຫນູນພັດທະນາຂອງທົ່ວປະເທດ
21/06/2023 02:11
(VOVWORLD) - ຍ້ອນຜົນສະທ້ອນຈາກການຊຸດໂຊມເສດຖະກິດໂລກພາຍຫລັງໂລກລະບາດໂຄວິດ 19, ສະພາບການເສດຖະກິດສັງຄົມທົ່ວປະເທດພວມປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ. ເຖິງຢ່າງໃດກໍຕາມ ນະຄອນຫາຍຟ່ອງ ຍັງຄົງບັນລຸລະດັບການເຕີບໂຕ(GRDP)ສູງ, ເພີ່ມຂຶ້ນ 9,65% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ, ສູງທົບ 3 ເທົ່າລະດັບສະເລ່ຍຂອງທົ່ວປະເທດ. ເສດຖະກິດເຕີບໂຕສູງ ແລະ ມີສະຖຽນລະພາບ ແມ່ນປະຖົມປັດໄຈເພື່ອໃຫ້ນະຄອນ ຫາຍຟ່ອງ ສືບຕໍ່ບຸກທະລຸ, ກາຍເປັນກຳລັງຫນູນເຕີບໂຕຂອງເຂດທົ່ງພຽງແມ່ນ້ຳແດງ ແລະ ຂອງທົ່ວປະເທດ.

ບັນດາວິສາຫະກິດຢູ່ ຫາຍຟ່ອງ ປະກອບສ່ວນນຳມູນຄ່າການຜະລິດອຸດສາຫະກຳ ຂອງ ຫາຍຟ່ອງເພີ່ມຂຶ້ນສູງໃນຊຸມເດືອນຕົ້ນປີ. ພາບ: VOV ໃນຊຸມເດືອນຕົ້ນປີ, ຄະນະຄຸ້ມຄອງເສດຖະກິດ ຫາຍຟ່ອງ ໄດ້ມີການສົມທົບກັບບັນດາຄະນະ, ຂະແຫນງການ, ທ້ອງຖິ່ນຈັດຕັ້ງການໂອ້ລົມສົນທະນາ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາວິສາຫະກິດໃນບັນດາເຂດອຸດສາຫະກຳ, ເສດຖະກິດຢ່າງຕໍ່ເນື່ອງ. ຫາຍຟ່ອງ ກໍ່ມີວິທີເຮັດໃຫມ່ໃນການດຶງດູດການລົງທຶນ, ຈັດສົ່ງຄະນະປະຕິບັດງານໄປຍັງ ສ.ເກົາຫລີ ເພື່ອແນະນຳ, ໂຄສະນາ ກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງນະຄອນ. ຄະນະຄຸ້ມຄອງເຂດເສດຖະກິດ ຫາຍຟ່ອງ ກໍ່ໄດ້ສົມທົບກັບ ກະຊວງແຜນການ ແລະ ການລົງທຶນ ຈັດຕັ້ງການສົ່ງເສີມການຄ້າກັບບັນດາວິສາຫະກິດ ໄຕ້ຫວັນ (ຈີນ) ແລະ ສະຫະສະມາຄົມວິສາຫະກິດ ເອີລົບ ຢູ່ ຫວຽດນາມ. ນອກນັ້ນ ເພື່ອຕອບສະຫນອງຄວາມຕ້ອງການເປີດກວ້າງການຜະລິດຂອງບັນດາບໍລິສັດ, ກຸ່ມວິສາຫະກິດ ຢ່າງທັນການ, ຫາຍຟ່ອງ ກໍ່ສຸມໃສ່ດັດປັບ, ຍົກລະດັບພື້ນຖານໂຄງລ່າງໃຫ້ແກ່ບັນດາເຂດອຸດສາຫະກຳ. ຍ້ອນເຫດນັ້ນ ນັບແຕ່ຕົ້ນປີມາຮອດປະຈຸບັນ, ຫາຍຟ່ອງ ໄດ້ດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ (FDI) ປະມານ 500 ລ້ານUSDດ້ວຍ 17 ໂຄງການໃຫມ່ ແລະ 9 ໂຄງການເພີ່ມທຶນ; ເງິນລົງທຶນໂດຍກົງພາຍໃນປະເທດ (DDI) ແມ່ນ ເກືອບ 47 ລ້ານ USDຢືນ TOP ນຳຫນ້າທົ່ວປະເທດ. ໃນການເຮັດວຽກກັບຄະນະຄຸ້ມຄອງເຂດເສດຖະກິດ ຫາຍຟ່ອງ ເພື່ອຊອກຮູ້ ແລະ ສຳຫລວດການລົງທຶນຢູ່ ນະຄອນ, ທ່ານ Chen Hung Chin ປະທານ ສະພາບໍລິຫານບໍລິສັດ Wieson, ສະຫະສະມາຄົມວິສາຫະກິດເຄື່ອງໄຟຟ້າ - ເອເລັກໂຕນິກ ໄຕ້ຫວັນ (ຈີນ) ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າມີຄວາມປະທັບໃຈຕໍ່ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ບັນດານະໂຍບາຍດຶງດູດການລົງທຶນ ແລະ ເປັນຕົ້ນແມ່ນການຮ່ວມແຮງຮ່ວມໃຈ, ຄວາມເອົາໃຈໃສ່, ການຫນູນຊ່ວຍຂອງການນຳ ນະຄອນ ຫາຍຟ່ອງ ສຳລັບບັນດານັກລົງທຶນ. ຈາກບັນດາເງື່ອນໄຂສະດວກນີ້, ບັນດາວິສາຫະກິດ ໄຕ້ຫວັນ ໄດ້ສ້າງແຜນການ, ວິທີການລົງທຶນເຂົ້າໃນບັນດາເຂດອຸດສາຫະກຳ, ເຂດເສດຖະກິດຢູ່ ບໍລິເວນ ນະຄອນຫາຍຟ່ອງ”. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງກວດກາບາງໂຄງການຈຸດສຸມຢູ່ ຫາຍຟ່ອງ. ພາບ:VOV ຂໍ້ຕິດຂັດໄດ້ຮັບການແກ້ໄຂຢ່າງທັນການ, ການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງວິສາຫະກິດມີສະຖຽນລະພາບ ແລະ ພັດທະນາ.. ປະກອບສ່ວນນຳມູນຄ່າການຜະລິດອຸດສາຫະກຳ (IIP)ຂອງ ຫາຍຟ່ອງ ໃນຊຸມເດືອນຕົ້ນປີເພີ່ມຂຶ້ນສູງ, ບັນລຸ 13,37%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຄຽງຄູ່ກັນນັ້ນ ບັນດາຂະແຫນງອຸດສາຫະກຳ ກໍ່ສ້າງ - ການບໍລິການຂອງ ຫາຍຟ່ອງ ກໍ່ໄດ້ຮັບການຮັກສາໄວ້ ແລະ ພັດທະນາ, ຊ່ວຍ ຫາຍຟ່ອງ ບັນລຸການເຕີບໂຕ (GRDP)ຢູ່ໃນລະດັບ 9,65%ໃນໄຕມາດIປີນີ້, ສູງເກືອບ 3 ເທົ່າເມື່ອທຽບໃສ່ລະດັບສະເລ່ຍຂອງທົ່ວປະເທດ ແລະ ນຳຫນ້າໃນບັນດານະຄອນຂຶ້ນກັບສູນກາງ. ທ່ານ ເລຢາງຟອງ, ຫົວຫນ້າກົມສະຖິຕິ ນະຄອນ ຫາຍຟ່ອງ ວິເຄາະວ່າ:
TAG
VOV/VOVworld/ກຳລັງຫນູນພັດທະນາ/ອຸດສາຫະກຳເຕັກໂນໂລຊີສູງ/ປ່ອຍເງິນລົງທຶນພາກລັດ




.jpg)



