VOV WorldVOV World
ຕະຫລາດພາຍໃນປະເທດ- ພື້ນຖານເພື່ອໃຫ້ວິສາຫະກິດຟື້ນຕົວ ແລະ ພັດທະນາ
23/11/2021 14:22
(VOVWORLD) - ໂລກລະບາດໂຄວິດ -19 ບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງການເຄື່ອນໄຫວນຳເຂົ້າສົ່ງອອກສິນຄ້າເທົ່ານັ້ນ ຫາກຍັງເຮັດໃຫ້ລະບົບສະຫນອງ ແລະ ການຈໍລະຈອນສິນຄ້າຖືກຂາດວັກຂາດຕອນ. ໃນສະພາບການນັ້ນ, ຕະຫລາດພາຍໃນປະເທດ ດ້ວຍພົນລະເມືອງເກືອບ 100 ລ້ານຄົນ ໄດ້ຮັບຖືວ່າ ແມ່ນພື້ນຖານເພື່ອໃຫ້ວິສາຫະກິດຂຸດຄົ້ນຜ່ານຜ່າຄວາມຫຍຸ້ງຍາກ, ຊຸກຍູ້ການເຕີບໂຕ.
ຕະຫລາດພາຍໃນປະເທດ- ພື້ນຖານເພື່ອໃຫ້ວິສາຫະກິດຟື້ນຕົວ ແລະ ພັດທະນາ
  ໂລກລະບາດໂຄວິດ -19 ໄດ້ເຮັດໃຫ້ປະຊາຊົນ ມີຄວາມຄິດຈຳກັດການໃຊ້ຈ່າຍ ເຮັດໃຫ້ສິນຄ້າຈຳເປັນຫລາຍປະເພດ ແລະ ການບໍລິການບັນເທິງ ຖືກຜົນສະທ້ອນຢ່າງຫນັກຫນ່ວງ. 9 ເດືອນໃນປີນີ້, ຍອດລະດັບການຂາຍຍ່ອຍສິນຄ້າ ແລະ ລາຍຮັບຈາການບໍລິການໃຊ້ຈ່າຍແມ່ນຫລຸດລົງກວ່າ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຖ້າສັງເກດຂະແຫນງເຄື່ອນໄຫວ, ລາຍຮັບຂາຍຍ່ອຍສິນຄ້າໃນ 9 ເດືອນຄາດວ່າ ຫລຸດລົງ 3,38% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໂລກລະບາດໂຄວິດ -19 ໄດ້ສົ່ງຜົນສະທ້ອນເຖິງທຸກດ້ານຂອງຊີວິດ, ເຮັດໃຫ້ວິສາຫະກິດ ຕ້ອງມີຫົວຄິດປະດິດສ້າງ, ມີມາດຕະການແກ້ໄຂຢ່າງວ່ອງໄວເພື່ອຮັບມືກັບທ່າອ່ຽງ ແລະ ວິທີການໃຊ້ຈ່າຍໃຫມ່. ທ່ານ ຫວູວີງຟູ, ນັກຊ່ຽວຊານດ້ານການຄ້າ ຖືວ່າ: ເພື່ອກະຕຸກຊຸກຍູ້ຄວາມຕ້ອງການຂອງຕະຫລາດພາຍໃນ ຕ້ອງສ້າງແຜນກຳນົດພັດທະນາການຜະລິດ ແລະ ລະບົບແຈກຢາຍ, ຍູ້ແຮງການເຄື່ອນໄຫວສົມທົບການສະຫນອງ ແລະ ຄວາມຕ້ອງການ, ສ້າງການຮ່ວມສຳພັນລະຫວ່າງບັນດາວິສາຫະກິດ, ທ້ອງຖິ່ນຕ່າງໆ ເພື່ອຫນູນຊ່ວຍການຈຳຫນ່າຍຜະລິດຕະພັນ.
TAG
VOV/VOVworld/​ຄຸນ​ນະ​ພາບ​ສິນ​ຄ້າ/ປົກ​ກະ​ຕິ​ແບບ​ໃຫມ່/ຂຸດ​ຄົ້ນ​ຕະ​ຫລາດ