VOV WorldVOV World
ຫວຽດນາມ ເປີດປະຕູການທ່ອງທ່ຽວທັງໝົດເພື່ອຕ້ອນຮັບນັກທ່ອງທ່ຽວສາກົນ
03/05/2022 15:56
(VOVWORLD) -ແຕ່ວັນທີ 15 ມີນາປີ 2022, ຫວຽດນາມໄດ້ທົດລອງເປີດປະຕູຕ້ອນຮັບນັກທ່ອງທ່ຽວສາກົນແລະຮອດວັນທີ 1 ພຶດສະພາປີ 2022 ຫວຽດນາມໄດ້ເປີດປະຕູການທ່ອງທ່ຽວທັງໝົດເພື່ອຮັບໃຊ້ນັກທ່ອງທ່ຽວສາກົນ. ໃນເງື່ອນໄຂເປັນປົກກະຕິໃຫມ່, ຫວຽດນາມໄດ້ຍົກເລີກຫລາຍຂໍ້ກຳນົດສຳລັບນັກທ່ອງທ່ຽວສາກົນເມື່ອມາທ່ຽວຢູ່ຫວຽດນາມ.
ຫວຽດນາມ ເປີດປະຕູການທ່ອງທ່ຽວທັງໝົດເພື່ອຕ້ອນຮັບນັກທ່ອງທ່ຽວສາກົນ
ຫວຽດນາມ ເປີດກວ້າງຂອບເຂດສຳລັບນັກທ່ອງທ່ຽວສາກົນ ມາທ່ຽວຢູ່ ຫວຽດນາມ ແລະ ນັກທ່ອງທ່ຽວພາຍໃນປະເທດ ໄປທ່ຽວຢູ່ຕ່າງປະເທດ. (ພາບປະກອບ: baochinhphu.vn ) ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ທາບທາມ, ຄົ້ນຄ້ວາບົດຮຽນຂອງຫລາຍປະເທດກ່ຽວກັບການເປີດປະຕູຕ້ອນຮັບນັກທ່ອງທ່ຽວສາກົນ ເພື່ອໝູນໃຊ້ໃຫ້ເໝາະສົມກັບສະພາບການຢູ່ ຫວຽດນາມ. ຫວຽດນາມ ໄດ້ເປີດກວ້າງຂອບເຂດສຳລັບເປົ້າໝາຍແມ່ນນັກທ່ອງທ່ຽວສາກົນມາທ່ຽວຢູ່ ຫວຽດນາມ (inbound) ແລະນັກທ່ອງທ່ຽວໄປທ່ຽວຢູ່ຕ່າງປະເທດ(outbound). ນັກທ່ອງທ່ຽວສາກົນອາດຈະເຂົ້າມາຫວຽດນາມຜ່ານທາງອາກາດ, ທາງບົກ, ທາງທະເລຫາກບໍ່ແມ່ນມີພຽງແຕ່ທາງອາກາດຄືໃນໄລຍະທົດລອງ. ເພື່ອຮັບປະກັນວິທີຕ້ອນຮັບນັກທ່ອງທ່ຽວສາກົນໃຫ້ມີຄວາມປອດໄພແລະມີປະສິດທິຜົນ, ຫົວຫນ້າກົມໃຫຍ່ທ່ອງທ່ຽວຫວຽດນາມ ຫງວຽນຈູ່ງແຄງໃຫ້ຮູ້ວ່າ: “ ປະກາດໃຊ້ເອກະສານແນະນຳລະບຽບການເຂົ້າ-ອອກເມືອງ ໃຫ້ຮັບປະກັນຄວາມປອດໄພດ້ານສາທາລະນະສຸກຢູ່ບັນດາດ່ານຊາຍແດນສາກົນ ແລະ ຜັນຂະຫຍາຍຢ່າງເປັນລະບົບໃນທົ່ວປະເທດ . ຟື້ນຟູນະໂຍບາຍຍົກເວັ້ນວິຊາ ເຂົ້າ-ອອກເມືອງ ທີ່ໄດ້ນຳໃຊ້ສຳລັບບັນດາຕະຫລາດນັກທ່ອງທ່ຽວສາກົນ ໃນໄລຍະກ່ອນປີ 2020. ເພີ່ມອັດຕາການເຊື່ອມຕໍ່ບັນດາສາຍການບິນການຄ້າສາກົນເປັນປົກກະຕິເພື່ອຮັບໃຊ້ນັກທ່ອງທ່ຽວ ” ບັນດາທ້ອງຖິ່ນສືບຕໍ່ຫັນຜະລິດຕະພັນທ່ອງທ່ຽວເປັນຫລາຍຮູບແບບດ້ວຍເລື່ອງນຳເອົາປັດໄຈດ້ານວັດທະນະທຳເຂົ້າໃນບັນດາຜະລິດຕະພັນທ່ອງທ່ຽວທີ່ມີຢູ່ແລ້ວໃນປະຈຸບັນ, ເພີ່ມການລົງຕົວຈິງໃຫ້ນັກທ່ອງທ່ຽວ. ທ່ານບຸ່ຍວັນແມ້ງ, ຫົວຫນ້າພະແນກທ່ອງທ່ຽວແຂວງນິງບີ່ງໃຫ້ຮູ້ວ່າ:
TAG
VOV/VOVworld/ການທ່ອງທ່ຽວ/ເປົ້າໝາຍຄວບຄູ່