VOV WorldVOV World
ການປະຕິບັດບັນດາສັນຍາ FTA ລຸ້ນໃຫມ່ເພື່ອຍູ້ແຮງການສົ່ງອອກ
14/02/2023 17:00
(VOVWORLD) -ເພີ່ມທະວີບັນດາມາດຕະການ ຮັບປະກັນການເຕີບໂຕການສົ່ງອອກ ແມ່ນຫນຶ່ງໃນບັນດາຄາດໝາຍເພື່ອແນໃສ່ສ້າງກຳລັງຫນູນໃຫ້ແກ່ການເຕີບໂຕເສດຖະກິດ ຫວຽດນາມ ໃນປີນີ້. ໃນສະພາບການເຕີບໂຕຂຽວ, ເສດຖະກິດ ໝູນວຽນ ພວມກາຍເປັນທ່າອ່ຽງ ແລະ ຄວາມຮຽກຮ້ອງຕ້ອງການໃນທົ່ວໂລກ, ຫວຽດນາມ ພວມພັດທະນາບັນດາລະບົບຜະລິດ ແລະ ການສະຫນອງການຄ້າສາກົນ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການດ້ານເຕັກນິກ, ມາດຖານເຄັ່ງຄັດຂອງຕະຫລາດ ພິເສດແມ່ນຄວາມຮຽກຮ້ອງຕ້ອງການຈາກສັນຍາການຄ້າເສລີລຸ້ນໃຫມ່ (FTA).
ການປະຕິບັດບັນດາສັນຍາ FTA ລຸ້ນໃຫມ່ເພື່ອຍູ້ແຮງການສົ່ງອອກ
ເຈີນແທງຫາຍ, ຮອງຫົວຫນ້າກົມສົ່ງອອກນຳເຂົ້າ, ກະຊວງ ອຸດສາຫະກຳ ແລະ ການຄ້າ. (ພາບ: /BNEWS/TTXVN ) ປີນີ້ ກ້າວເຂົ້າສູ່ປີທີ 5 ທີ່ຫວຽດນາມ ປະຕິບັດສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊິຟິກ(CPTPP)ດ້ວຍຄຳຮຽກຮ້ອງຕ້ອງການສູງກວ່າ ກ່ຽວກັບມາດຖານ “ສີຂຽວ” ສຳລັບຜະລິດຕະພັນ, ສິນຄ້າ, ເມື່ອສົ່ງອອກເຂົ້າຕະຫລາດສະມາຊິກຂອງສັນຍານີ້. ທ່ານ ເຈີນແທງຫາຍ, ຮອງຫົວຫນ້າກົມສົ່ງອອກນຳເຂົ້າ, ກະຊວງ ອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຖືວ່າ: ຫວຽດນາມ ເຂົ້າຮ່ວມບັນດາສັນຍາ  FTA ທັງມີກາລະໂອກາດຕື່ມອີກເພື່ອເປີດກວ້າງຕະຫລາດ ແລະ ກໍແມ່ນໂອກາດເພື່ອຢັ້ງຢືນການເຄົາລົບການແກ້ງແຍ່ງຢ່າງປອດໂປ່ງກັບບັນດາພື້ນຖານເສດຖະກິດອື່ນ. “ ການແກ້ງແຍ່ງເພື່ອໃຫ້ພວກເຮົາຍູ້ແຮງການສົ່ງອອກ ທີ່ຈິງນີ້ກໍ່ແມ່ນການແກ້ງແຍ່ງທີ່ບໍ່ຢຸດຢັ້ງເພື່ອສາມາດປ່ຽນແປງຕົນເອງໃຫມ່ . ຈາກນັ້ນ ກໍຍົກສູງຄຸນນະພາບກໍ່ຄືຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກໄດ້ດີທີ່ສຸດ ” . ໂດຍແມ່ນຂະແຫນງສົ່ງອອກຫລັກແຫລ່ງຂອງຫວຽດນາມ ເມື່ອເຂົ້າຮ່ວມລະບົບສະຫນອງທົ່ວໂລກ, ຂະແຫນງເກີບຫນັງ ໄດ້ກຳນົດເລື່ອງເຄົາລົບ, ຕອບສະຫນອງບັນດາມາດຖານສູງຂອງ  FTA ລຸ້ນໃຫມ່ ຄື: CPTPP ແລະ EVFTAໄດ້ນຳມາເຊິ່ງສິ່ງທ້າທາຍ ແລະ ກາລະໂອກາດໃຫ້ແກ່ວິສາຫະກິດ ແລະ ຄົນງານ ຫວຽດນາມ. ທ່ານນາງ ຟານທິແທງຊວັນ, ຮອງປະທານ ທັງເປັນເລຂາທິການ ສະຫະສະມາຄົມເກີບຫນັງ -ກະເປົາ ຫວຽດນາມ ຖືວ່າ:  “ ຄວາມຮຽກຮ້ອງຕ້ອງການ , ພິເສດແມ່ນຄວາມຮຽກຮ້ອງກ່ຽວກັບການຜະລິດຂຽວສຳລັບລະບົບສະຫນອງ ກໍ່ແມ່ນສິ່ງທ້າທາຍທີ່ວາງອອກ . ໄລຍະຈະມາເຖິງ ຕະຫລາດ ເຢຍລະມັນ ກໍ່ວາງອອກກົດໝາຍສະບັບໃຫມ່ ກ່ຽວກັບການເພີ່ມທະວີການປຶກສາຫາລືໃນລະບົບສະຫນອງສຳລັບຝ່າຍທີສາມ . ບັນດາຄຳຮຽກຮ້ອງດັ່ງກ່າວພວມແມ່ນສິ່ງທ້າທາຍກໍ່ຄືກາລະໂອກາດເພື່ອຊ່ວຍຍົກສູງລະບົບສະຫນອງຂອງຂະແຫນງເກີບຫນັງກໍ່ຄືຊ່ວຍໃຫ້ບັນດາວິສາຫະກິດ ພິເສດແມ່ນຄົນງານ ຫວຽດນາມ ຮັບປະກັນສິດຜົນປະໂຫຍດ , ກໍຄື ຊ່ວຍບັນດາວິສາຫະກິດຮັບປະກັນຄຸນນະພາບຂອງແຫລ່ງຊັບພະຍາກອນມະນຸດໃຫ້ນັບມື້ນັບດີກວ່າ ” . ທ່ານນາງ ຟານທິແທງຊວັນ, ຮອງປະທານ ທັງເປັນເລຂາທິການ ສະຫະສະມາຄົມເກີບຫນັງ -ກະເປົາ ຫວຽດນາມ. (ພາບ: BNEWS/TTXVN ) ຈາກຕົວຈິງການເຄື່ອນໄຫວຂອງບັນດາວິສາຫະກິດສົ່ງອອກອາຫານປອດສານພິດ(Organic).ທ່ານ ຟ້າມມິງດຶກ, ຮອງປະທານ ສະຫະສະມາຄົມ Organic ຫວຽດນາມ ຖືວ່າ: ຄວາມສາມາດບົ່ມຊ້ອນການສົ່ງອອກຂອງບັນດາຜະລິດຕະພັນOrganic ແມ່ນໃຫຍ່ຫລວງ. ສະນັ້ນ ນອກຈາກການປ່ຽນໃຫມ່ໃນວິທີສຳຜັດກັບຕະຫລາດ, ວິສາຫະກິດຄວນຍົກສູງຄຸນນະພາບຜະລິດຕະພັນ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການ, ຄວາມນິຍົມຂອງຜູ້ບໍລິໂພກຢູ່ບັນດາຕະຫລາດສົ່ງອອກ.  “ ປະຈຸບັນ ບັນດາຜະລິດຕະພັນກະສິກຳສົ່ງອອກຫລັກແຫລ່ງຂອງ ຫວຽດນາມ ລ້ວນແຕ່ມີໃບຢັ້ງຢືນ Organic, ສົ່ງອອກຕາມມາດຖານ ອີຢູ ແລະ ອາເມລິກາ . ເຖິງຢ່າງໃດກໍຕາມ ຜະລິດຕະພັນທີ່ຜະລິດມາໄດ້ຂອງຂະແຫນງ Organic ຍັງບໍ່ມີຫລາຍ ແລະ ປະຈຸບັນ ສ່ວນໃຫຍ່ບັນດາຜະລິດຕະພັນ ກຳລັງຕ້ອງສົ່ງອອກໃນຮູບແບບທີ່ເປັນວັດຖຸດິບ ” .           ຍຸດທະສາດສົ່ງອອກນຳເຂົ້າຂອງ ຫວຽດນາມຮອດປີ 2030 ວາງຄາດໝາຍການສົ່ງອອກພັດທະນາແບບຍືນຍົງ, ລະດັບການເຕີບໂຕສົ່ງອອກສິນຄ້າສະເລ່ຍ 6-7%/ປີໃນໄລຍະ 2021 – 2030. ສະເພາະໃນປີ 2023, ກະຊວງອຸດສາຫະກຳການຄ້າວາງຄາດໝາຍລະດັບເຕີບໂຕການສົ່ງອອກແມ່ນປະມານ 6% ເມື່ອທຽບໃສ່ປີ 2022.
TAG
VOV/VOVworld/ສົ່ງ​ອອກ​ສິນ​ຄ້າ​/ວາງ​ຄາດ​ໝາຍ