VOV WorldVOV World
ການສົ່ງອອກຜ່ານຜ່າສິ່ງທ້າທາຍເພື່ອສຳເລັດຄາດໝາຍການເຕີບໂຕຢູ່ໃນລະດັບ 6%
11/04/2023 23:00
(VOVWORLD) -ໃນໄຕມາດ 1 ປີນີ້, ຍອດວົງເງິນສົ່ງອອກ ນຳເຂົ້າສິນຄ້າຂອງຫວຽດນາມ ບັນລຸກ່ວາ 154 ຕື້ USD. ເຖິງວ່າ ວົງເງິນສົ່ງອອກຫລຸດລົງກວ່າ 13% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ແຕ່ ຫວຽດນາມ ຍັງຄົງຮັກສາດຸນການຄ້າ ແລະ ການສົ່ງອອກເກີນດຸນກວ່າ 4 ຕື້ USD, ສູງກວ່າລະດັບ 1,9 ຕື້ USD ຂອງປີ 2022 ແລະ 2,5 ຕື້ USD ຂອງປີ 2021. ນີ້ແມ່ນສັນຍານຕັ້ງຫນ້າເພື່ອໃຫ້ ຫວຽດນາມ ສຳເລັດຄາດໝາຍການເຕີບໂຕສົ່ງອອກ 6% ໃນປີນີ້. TRANSLATE with x English Arabic Hebrew Polish Bulgarian Hindi
ການສົ່ງອອກຜ່ານຜ່າສິ່ງທ້າທາຍເພື່ອສຳເລັດຄາດໝາຍການເຕີບໂຕຢູ່ໃນລະດັບ 6%
ການເຄື່ອນໄຫວສົ່ງອອກສິນຄ້າຂອງບໍລິສັດຫຸ້ນສ່ວນກຸ່ມບໍລິສັດ ຮວ່າຟາດ. ພາບ:Minh Đức ໃນສະພາບເສດຖະກິດໂລກຟື້ນຕົວຊັກຊ້າ ດ້ວຍນະໂຍບາຍຮັດເຂັມຂັດເງິນຕາ ຢູ່ ຫລາຍປະເທດ ເຮັດໃຫ້ຄວາມຕ້ອງການບໍລິໂພກຂອງບັນດາຄູ່ຮ່ວມມືການຄ້າໃຫຍ່ຫລຸດລົງ, ວົງເງິນສົ່ງອອກຂອງຫວຽດນາມ ກໍ່ຫລຸດລົງໃນໄຕມາດ 1, ແຕ່ ຫວຽດນາມ ຍັງຄົງມີ 14 ປະເພດສິນຄ້າສົ່ງອອກບັນລຸວົງເງິນກວ່າ 1 ຕື້  USD, ໃນນັ້ນ ມີ 4 ປະເພດສິນຄ້າສົ່ງອອກບັນລຸກວ່າ 5 ຕື້  USD ນັ້ນຄື: ໂທລະສັບມືຖື ແລະ ເຄື່ອງອາໄຫລ່, ເຄື່ອງເອເລັກໂຕນິກ, ຄອມພິວເຕີ ແລະ ເຄື່ອງອາໄຫລ່, ເຄື່ອງຈັກ ອຸປະກອນ, ເຄື່ອງຕ່ຳແຜ່ນຕັດຫຍິບ. ທ່ານ ເລຕຽນເຈື່ອງ, ປະທານ ສະພາຝ່າຍບໍລິຫານກຸ່ມວິສາຫະກິດຕ່ຳແຜ່ນຕັດຫຍິບຫວຽດນາມ (Vinatex), ໃຫ້ຮູ້ວ່າ: ວິສາຫະກິດຕ່ຳແຜ່ນຕັດຫຍິບ ໄດ້ຍາດແຍ່ງຫມູນໃຊ້ບັນດາໃບສັ່ງຊື້ສິນຄ້າຢ່າງສູງສຸດເພື່ອຮັບປະກັນການຜະລິດ ພ້ອມທັງຫັນປ່ຽນປະເພດສິນຄ້າຕາມຄວາມຕ້ອງການຂອງຕະຫລາດ, ຍາມໃດກໍ່ກຽມພ້ອມກຳລັງການຜະລິດເພື່ອຮັບກາລະໂອກາດຈາກຕະຫລາດ. ແລະກໍ່ໃນໄຕມາດ 1 ການສົ່ງອອກຜະລິດຕະພັນກະເສດ , ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ຂອງຫວຽດນາມ ບັນລຸກວ່າ 11 ຕື້   USD, ໃນນັ້ນ ການສົ່ງອອກເຂົ້າສານ ແລະ ໝາກໄມ້ເຕີບໂຕຢ່າງແຮງ .  ສຳລັບປະເພດເຂົ້າສານ , ປະລິມານການສົ່ງອອກບັນລຸເກືອບ 1,8 ລ້ານໂຕນ , ລວມມູນຄ່າ 952 ລ້ານ  USD, ເພີ່ມຂຶ້ນກວ່າ 19% ກ່ຽວກັບປະລິມານ ແລະ ເພີ່ມຂຶ້ນກວ່າ 30% ກ່ຽວກັບມູນຄ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ . ທ່ານ ເຈີນແທງຫາຍ , ຮອງຫົວຫນ້າກົມນຳເຂົ້າສົ່ງອອກ , ກະຊວງ ອຸດສາຫະກຳ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ : “ ປະຈຸບັນ , ການຜະລິດເຂົ້າສານແມ່ນດີທີ່ສຸດ , ຫວຽດນາມ ມີແຫລ່ງສະຫນອງເຂົ້າສານເປັນປົກກະຕິ . ສຳລັບບັນຫາຕະຫລາດ ຖ້າຫາກວ່າ ອິນເດຍ ຍັງຄົງສືບຕໍ່ຮັກສາຄຳສັ່ງຫ້າມການສົ່ງອອກເຂົ້າສານ ນັ້ນກໍ່ແມ່ນເງື່ອນໄຂສະດວກໃຫ້ແກ່ການສົ່ງອອກເຂົ້າສານຂອງຫວຽດນາມ   ກໍ່ຄື ບັນດາຕະຫລາດສົ່ງອອກເຂົ້າສານອື່ນອີກ . ເລື່ອງປະຈຸບັນ ບັນດາປະເທດພວມເປີດກວ້າງຄວາມຕ້ອງການຊື້ ພິເສດແມ່ນບັນດາຕະຫລາດເດີມຂອງຫວຽດນາມ ຄື : ຈີນ , ຟິລິບປິນ ກໍ່ເປັນການຊ່ວຍໃຫ້ ຫວຽດນາມ ສາມາດຮັບປະກັນປະລິມານສົ່ງອອກເຂົ້າສານໃນປີນີ້ ບັນລຸປະມານ 7 ລ້ານໂຕນແລ້ວ ” . ໃນ 3 ເດືອນຕົ້ນປີນີ້ ການສົ່ງອອກ ຂອງຫວຽດນາມ ຍັງຄົງຮັກສາບັນດາຕະຫລາດເດີມຢ່າງໝັ້ນຄົງ. ໃນນັ້ນ ອາເມລິກາ ແມ່ນຕະຫລາດສົ່ງອອກໃຫຍ່ສຸດຂອງຫວຽດນາມ ດ້ວຍວົງເງິນຄາດວ່າບັນລຸເກືອບ 20,6 ຕື້  USD, ຖັດມາແມ່ນຈີນ ດ້ວຍວົງເງິນຄາດວ່າບັນລຸ 11,54 ຕື້  USD. ສຳລັບຕະຫລາດ ອີຢູ, ບັນດາສັນຍາການຄ້າເສລີ(FTA)ໄດ້ນຳມາເຊິ່ງປະສິດທິຜົນຕັ້ງຫນ້າ ເມື່ອການສົ່ງອອກເກີນດຸນໄປຍັງ ອີຢູ ບັນລຸເກືອບ 7 ຕື້  USD. ພິເສດ ໃນໄຕມາດ 1 ການສົ່ງອອກເກີນດຸນໄປຍັງ ອາເມລິກາ ຄາດວ່າບັນລຸເກືອບ 10,4 ຕື້  USD. ທ່ານ ໂດ໋ງອັກຮຶງ, ທູດການຄ້າ ຫວຽດນາມ ປະຈຳ ອາເມລິກາ ຖືວ່າ:  “ ໃນຂອບເຂດຫລາຍຝ່າຍ ແລະ ສອງຝ່າຍ ຊື່ງ ຫວຽດນາມ ແລະ ອາເມລິກາ ພ້ອມກັນເຂົ້າຮ່ວມ , ຂ້າພະເຈົ້າເຫັນວ່າ ສອງຝ່າຍຍັງມີຈຸດລວມ ຊື່ງສາມາດຫນູນຊ່ວຍກັນຊຸກຍູ້ການເຕີບໂຕວົງເງິນສົ່ງອອກສອງສົ້ນ . ນອກນັ້ນ ຫນຶ່ງໃນບັນດາເສົາຄ້ຳ ຊື່ງ ອາເມລິກາ ຕີລາຄາສູງສຳລັບພື້ນຖານເສດຖະກິດ ຫວຽດນາມ ນັ້ນແມ່ນ ຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ ກອງປະຊຸມສຸດຍອດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງ ສປຊ (COP 26) ເມື່ອຍົກອອກຄຳໝັ້ນສັນຍາບັນລຸການປ່ອຍອາຍພິດລົງລະດັບ 0 ໃນປີ 2050. ນີ້ແມ່ນສັນຍານສະແດງໃຫ້ເຫັນວ່າ ຫວຽດນາມ ມຸ່ງໄປເຖິງບັນດາຜະລິດຕະພັນສີຂຽວ , ເສດຖະກິດໝູນວຽນ ດ້ວຍຄາດໝາຍແມ່ນປົກປັກຮັກສາສິ່ງແວດລ້ອມ , ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ຈະສ້າງທ່າໄດ້ປຽບແກ່ງແຍ້ງໃຫ້ແກ່ບັນດາປະເພດສິນຄ້າສົ່ງອອກຂອງ ຫວຽດນາມ ໃນອະນາຄົດ ” . ທ່ານ ເຈີນແທງຫາຍ, ຮອງຫົວຫນ້າກົມນຳເຂົ້າສົ່ງອອກ, ກະຊວງ ອຸດສາຫະກຳ ການຄ້າ ຫວຽດນາມ. ພາບ:  VOV ໃນສະພາບການຍອດຄວາມຕ້ອງການຂອງທົ່ວໂລກຫລຸດລົງ, ໄພເງິນເຟີ້ ແລະ ສະພາບຊຸດໂຊມເສດຖະກິດພວມເກີດຂຶ້ນຢູ່ຫລາຍປະເທດ, ທີ່ກອງປະຊຸມລາຍງານວຽກງານສົ່ງເສີມການຄ້າຕໍ່ກັບລະບົບທູດການຄ້າ ຫວຽດນາມ ຢູ່ ຕ່າງປະເທດ ເມື່ອເດືອນ ມີນາປີ 2023 ເມື່ອວັນທີ 31 ມີນາ, ຢູ່ ຮ່າໂນ້ຍ, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຖືວ່າ: ບັນດາກະຊວງ, ຂະແຫນງການ ແລະ ປະຊາຄົມວິສາຫະກິດ ຫວຽດນາມ ຈະມີບັນດາມາດຕະການເພື່ອປັບຕົວໃຫ້ແທດເໝາະ ແນໃສ່ຍູ້ແຮງການສົ່ງອອກສິນຄ້າ. “ ບັນດາທູດການຄ້າຢູ່ຕ່າງປະເທດ ສຸມໃສ່ຕີລາຄາການຄາດຄະເນສະພາບການເສດຖະກິດຂອງບັນດາປະເທດຢູ່ພາກພື້ນທີ່ເຮົາປະຈຳການ ເປັນຕົ້ນແມ່ນບັນດານະໂຍບາຍຂອງເຂົາເຈົ້າຕໍ່ຫນ້າຄວາມຫຍຸ້ງຍາກ , ສິ່ງທ້າທາຍ , ການຜັນແປຂອງທົ່ວໂລກ ເພື່ອໃຫ້ຈາກນັ້ນມີການຄາດຄະເນສະພາບການໃຫ້ຊັດເຈນ . ຄົ້ນຄ້ວາຂໍ້ສະເຫນີບັນດາແຜນນະໂຍບາຍ , ນະໂຍບາຍຈາກລັດຖະບານ , ທ້ອງຖິ່ນ , ວິສາຫະກິດ , ສະຫະສະມາຄົມວິສາຫະກິດ ແລະ ຜູ້ຜະລິດ ເຮັດແນວໃດເພື່ອຍາດແຍ່ງບັນດາສັນຍາ  FTA ລຸ້ນໃຫມ່ຜ່ານການເຄື່ອນໄຫວນຳເຂົ້າສົ່ງອອກຂອງຕົນ ” . ປີນີ້ ການສົ່ງອອກສືບຕໍ່ໄດ້ກຳນົດວ່າ ແມ່ນກຳລັງຫນູນແກ່ການເຕີບໂຕຂອງພື້ນຖານນເສດຖະກິດ ຫວຽດນາມ, ດ້ວຍຄາດໝາຍການເຕີບໂຕ 6%, ວົງເງິນການສົ່ງອອກຄາດວ່າບັນລຸ 393 – 394 ຕື້  USD, ເພີ່ມຂຶ້ນປະມານ 22 ຕື້  USD ມູນຄ່າການສົ່ງອອກສິນຄ້າເມື່ອທຽບໃສ່ປີກາຍ. ເພື່ອສຳເລັດຄາດໝາຍນີ້ ລັດຖະບານ ພ້ອມກັບກະຊວງອຸດສາຫະກຳ ການຄ້າ ໄດ້ເປັນເຈົ້າການໃນການຕິດຕາມຢ່າງໃກ້ຊິດຕິດແທດກັບສະພາບການສາກົນ ແລະ ພາຍໃນປະເທດ, ອັບເດດການຄາດຄະເນ ຕະຫລາດໃຫ້ແກ່ບັນດາວິສາຫະກິດ. ພ້ອມກັນນັ້ນ ກໍ່ແກ້ໄຂຮົ້ວກີດຂວາງເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດແຊກຊືມເຂົ້າບັນດາຕະຫລາດສົ່ງອອກໃຫມ່. TRANSLATE with Exit Translation x English Arabic Hebrew Polish Bulgarian Hindi Portuguese Catalan Hmong Daw Romanian Chinese Simplified Hungarian Russian Chinese Traditional Indonesian Slovak Czech Italian Slovenian Danish Japanese Spanish Dutch Klingon Swedish English Korean Thai Estonian Latvian Turkish Finnish Lithuanian Ukrainian French Malay Urdu German Maltese Vietnamese Greek Norwegian Welsh Haitian Creole Persian Help Get this widget for your own site Share translated page with friends TRANSLATE with COPY THE URL BELOW Email this translation Back To Translation Back EMBED THE SNIPPET BELOW IN YOUR SITE Copy this code and place it into your HTML. Enable collaborative features and customize widget: Bing Webmaster Portal Back To Translation Back This page is in Lao Translate to Vietnamese Afrikaans Albanian Amharic Arabic Armenian Azerbaijani Bengali Bulgarian Catalan Croatian Czech Danish Dutch English Estonian Finnish French German Greek Gujarati Haitian Creole Hebrew Hindi Hungarian Icelandic Indonesian Italian Japanese Kannada Kazakh Khmer Korean Kurdish (Kurmanji) Lao Latvian Lithuanian Malagasy Malay Malayalam Maltese Maori Marathi Myanmar (Burmese) Nepali Norwegian Pashto Persian Polish Portuguese Punjabi Romanian Russian Samoan Simplified Chinese Slovak Slovenian Spanish Swedish Tamil Telugu Thai Traditional Chinese Turkish Ukrainian Urdu Vietnamese Welsh Always translate Lao to Vietnamese PRO Never translate Lao Never translate cms.vovworld.vn
TAG
VOV/VOVworld/ຮົ້ວ​ກີດ​ຂວາງ/ກາ​ນ​ສົ່ງ​ອອກ​/​ເສດ​ຖະ​ກິດ​ໂລກ​