ການວາງແຜນຜັງ ແຂວງ ກວ໋າງນິງ: ຊຸກຍູ້ການເຕີບໂຕສີຂຽວ ແລະ ການຮ່ວມສຳພັນເຂດ
28/03/2023 09:37
(VOVWORLD) -ກວ໋າງນິງ ແມ່ນແຂວງທຳອິດໃນເຂດທົ່ງພຽງແມ່ນ້ຳແດງທາງພາກເຫນືອ ທີ່ໄດ້ຮັບການເຊັນອະນຸມັດແຜນຜັງແຂວງ ໄລຍະແຕ່ປີ 2021 – 2030, ວິໄສທັດຮອດປີ 2050. ບໍ່ພຽງແຕ່ກຳນົດທິດພັດທະນາໃຫ້ກາຍເປັນທ້ອງຖິ່ນເຕີບໂຕສີຂຽວ ແລະ ຍືນຍົງເທົ່ານັ້ນ ຫາກການວາງແຜນຜັງຍັງສະແດງໃຫ້ເຫັນບົດບາດກຳລັງຫນູນຂອງແຂວງ ກວ໋າງນິງ ໃນທົ່ວເຂດເສດຖະກິດຈຸດສຸມຂອງພາກເຫນືອຢ່າງຈະແຈ້ງອີກດ້ວຍ.

ເສັ້ນທາງຄວາມໄວສູງ ເວີນດົນ - ມອງກາຍ. (ພາບ:VOV) ໃນໄລຍະເກືອບ 10 ປີຜ່ານມາ, ແຂວງ ກວ໋າງນິງ ໄດ້ຮັບການຕີລາຄາວ່າ ມີຫລາຍບາດກ້າວພັດທະນາກະໂດດຂັ້ນ ດ້ວຍທ່າເຕີບໂຕຍາມໃດກໍ່ເປັນປົກກະຕິຢູ່ໃນລະດັບສູງຂອງທົ່ວປະເທດ. ລາຍຮັບສະເລ່ຍຕໍ່ຫົວຄົນແມ່ນເພີ່ມຂຶ້ນສອງຕົວເລກໃນ 7 ປີຢ່າງລຽນຕິດ (ສູງທົບ 1,5 ເທົ່າເມື່ອທຽບໃສ່ລະດັບສະເລ່ຍຂອງທົ່ວປະເທດ), ໂຄງປະກອບເສດຖະກິດມີການຫັນປ່ຽນຢ່າງຕັ້ງຫນ້າ. ໃນການວາງແຜນຜັງແຂວງ ກວ໋າງນິງ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ໄດ້ຮັບການປະກາດໃຊ້ໃນວັນທີ 12 ກຸມພາ ຜ່ານມາ, ທັດສະນະຫລັກແຫລ່ງຂອງແຂວງ ກວ໋າງນິງ ຍັງຄົງແມ່ນການພັດທະນາຍືນຍົງ, ການເຕີບໂຕສີຂຽວ, ສືບຕໍ່ຫັນປ່ຽນວິທີການພັດທະນາຈາກ “ສີນ້ຳຕານ” ໄປຍັງ “ສີຂຽວ” ໂດຍອີງໃສ່ 3 ເສົາຄ້ຳ: ທຳມະຊາດ, ມະນຸດ ແລະ ວັດທະນະທຳ. ການວາງແຜນຜັງມີລັກສະນະສືບທອດບັນດາການກຳນົດທິດຍຸດທະສາດກ່ອນນີ້, ພ້ອມທັງກຳນົດບັນດາຂອດບຸກທະລຸໃຫມ່. ທ່ານ Marco Breu, ຜູ້ອຳນວຍການ ບໍລິສັດ McKinsey & Company ຈຳກັດ ຫວຽດນາມ, ຫນຶ່ງໃນບັນດາຫົວຫນ່ວຍໃຫ້ຄຳປຶກສາການວາງແຜນຜັງແຂວງ ກວ໋າງນິງ ຢືນຢັນວ່າ: “ ພວກຂ້າພະເຈົ້າຮັບປະກັນວ່າ ແຜນຜັງແຕ່ປີ 2011 ຮອດປີ 2020 ທັງໝົດ ເມື່ອຫັນມາວາງແຜນຜັງໃຫມ່ນີ້ ຈະແມ່ນການສືບທອດ , ຕົວຢ່າງຄື : ການພັດທະນາແບບຍືນຍົງດ້ວຍພື້ນຖານເສດຖະກິດເຕີບໂຕ, ດ້ວຍກົກຮາກຈາກການວາງແຜນຜັງເກົ່ານັ້ນ ການວາງແຜນຜັງໃຫມ່ໄດ້ເພີ່ມເຕີມຫລາຍຈຸດ , ເໝາະສົມກັບຍຸກສະໄຫມ , ທ່າອ່ຽງໃຫມ່ຂອງທົ່ວໂລກ ” . ປະຈຸບັນ ແຂວງ ກວ໋າງນິງ ໄດ້ມີວິທີພັດທະນາຢ່າງລະອຽດໃຫ້ແກ່ບັນດາຂະແຫນງ, ຂົງເຂດສຳຄັນ, ໃນນັ້ນໃຫ້ບຸລິມະສິດພັດທະນາອຸດສາຫະກຳສີຂຽວ, ເພີ່ມອັດຕາປະກອບສ່ວນຂອງອຸດສາຫະກຳປຸງແຕ່ງ, ປະດິດສ້າງເຕັກໂນໂລຊີສູງໂດຍໄວ. ຄຽງຂ້າງນັ້ນ, ເປົ້າໝາຍກາຍເປັນ “ສູນ logistics, ສູນເສດຖະກິດທະເລ, ກະສິກຳຊີວະພາບສີຂຽວ - ສະອາດ” ກໍ່ແມ່ນການກຳນົດທິດຈຸດສຸມ. ທ່ານ ສຸຣະສັກ ພັນເຣືອງວົງ ຮອງປະທານຜູ້ທີຫນຶ່ງ ຝ່າຍພັດທະນາທຸລະກິດ ບໍລິສັດ B.Grimm ຂອງໄທ ພວມຊອກຫາກາລະໂອກາດລົງທຶນຢູ່ ແຂວງ ກວ໋າງນິງ ຕີລາຄາວ່າ:
TAG
VOV/VOVworld/ຊັບພະຍາກອນມະນຸດ/ການວາງແຜນຜັງ




.jpg)



