VOV WorldVOV World
ກຳລັງ​ໜູນ​ໃຫ້​ແກ່​ປະ​ຊາ​ຄົມ​ startup ຫວຽດ​ນາມ
15/08/2021 09:14
(VOVWORLD) -ການແຜ່ລະບາດຂອງພະຍາດໂຄວິດ - 19 ໄດ້ ແລະ ກຳລັງສົ່ງຜົນກະທົບບໍ່ດີຕໍ່ການເຄື່ອນໄຫວດ້ານເສດຖະກິດ ໃນນັ້ນມີ startup. ເຖິງຢ່າງໃດກໍຕາມ, ປະຊາຄົມ startup ຫວຽດນາມ ພວມມີເງື່ອນໄຂອຳນວຍຄວາມສະດວກ ແລະ ກຳລັງໜູນທີ່ດີ ເພື່ອພັດທະນາ ແລະ ບືນຕົວຂຶ້ນ.
ກຳລັງ​ໜູນ​ໃຫ້​ແກ່​ປະ​ຊາ​ຄົມ​ startup  ຫວຽດ​ນາມ
ຕາມກົມໃຫຍ່ສະຖິຕິແລ້ວ, ຈຳນວນວິສາຫະກິດຈົດທະບຽນກໍ່ຕັ້ງບໍລິສັດໃໝ່ໃນ 6 ເດືອນຕົ້ນປີ 2021 ແມ່ນປະມານກວ່າ 67.000 ແຫ່ງ, ເພີ່ມຂຶ້ນ 8,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ສະເພາະທຶນຈົດທະບຽນກໍເພີ່ມຂຶ້ນເຖິງ 34,3%. ໄລ່ລວມ 6 ເດືອນຕົ້ນປີ 2021, ນັບທັງຈຳນວນວິສາຫະກິດກໍ່ຕັ້ງໃໝ່ ແລະ ວິສາຫະກິດກັບມາເຄື່ອນໄຫວຄືນໃໝ່ ແມ່ນບັນລຸຫຼາຍກວ່າ 93.000 ແຫ່ງ, ເພີ່ມຂຶ້ນ 6,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020; ທຶນຈົດທະບຽນສະເລ່ຍສຳລັບວິສາຫະກິດທີ່ກໍ່ຕັ້ງໃໝ່ ແມ່ນຫຼາຍກວ່າ 14 ຕື້ດົ່ງ, ເພີ່ມຂຶ້ນກວ່າ 24%.
TAG
VOV/VOVworld/startup/ກຳ​ລັງ​ໜູນ/ທ້າ​ທາຍ