VOV WorldVOV World
ຂະ​ແຫນງ ຊາ ທາຍງວຽນ ສູ້​ຊົນ​ບັນ​ລຸ​ລາຍ​ຮັບ 1 ຕື້ USD
20/02/2023 19:00
(VOVWORLD) -ໃນປີ 2022, ຄາດວ່າ ລາຍຮັບຈາກບັນດາຜະລິດຕະພັນ ຊາ ຢູ່ ແຂວງ ທາຍງວຽນ ຈະບັນລຸກວ່າ 10.000 ຕື້ດົ່ງ, ເທົ່າກັບເກືອບ 500 ລ້ານ USD. ຮັບປະກັນຄຸນນະພາບບັນດາຜະລິດຕະພັນ ຊາ ບັນລຸມາດຖານ OCOP, ຍູ້ແຮງການສົ່ງເສີມດ້ານການຄ້າ, ພິເສດແມ່ນການຄ້າເອເລັກໂຕນິກ ຈະແມ່ນເສັ້ນທາງເພື່ອຂະແຫນງ ຊາ ທາຍງວຽນ ກ້າວເຖິງຄາດໝາຍບັນລຸລາຍຮັບ 1 ຕື້ USD ໃນໄລຍະຈະມາເຖິງ.
ຂະ​ແຫນງ ຊາ ທາຍງວຽນ ສູ້​ຊົນ​ບັນ​ລຸ​ລາຍ​ຮັບ 1 ຕື້  USD
ຂະແຫນງ ຊາ ທາຍງວຽນ ສູ້ຊົນບັນລຸລາຍຮັບ 1 ຕື້ USD.( ພາບ: VOV) ທ່າແຮງຂອງແຂວງ ທາຍງວຽນ ນັ້ນແມ່ນບັນດາຜະລິດຕະພັນ ຊາ ບັນລຸຫນັງສືຢັ້ງຢືນ OCOP (ຫນຶ່ງຕາແສງຫນຶ່ງຜະລິດຕະພັນ). ນັບແຕ່ເມື່ອ ຊາ ທາຍງວຽນ ໄດ້ໝູນໃຊ້ວິທະຍາສາດ, ເຕັກນິກເຂົ້າໃນການຜະລິດ, ນຳໃຊ້ວັດຖຸດິບປຸງແຕ່ງຈາກບັນດາແນວພັນຊາທີ່ມີສະມັດຕະພາບສູງ, ຂັ້ນຕອນບົວລະບັດໃນໃຊ້ຢາປາບສັດຕູພືດມີຕົ້ນກຳເນີດຈາກຊີວະສາດ, ຝຸ່ນເຄມີ oganic ຕາມມາດຖານ VietGAP, ລາຄາຂາຍແມ່ນເພີ່ມຂຶ້ນທົບສອງເທົ່າ, ສາມເທົ່າ ເມື່ອທຽບໃສ່ກ່ອນນີ້ ນຳມາເຊິ່ງລາຍຮັບທີ່ເປັນປົກກະຕິໃຫ້ແກ່ບັນດາຄອບຄົວເຮັດອາຊີບຊາ. ທ່ານ ຫວູວັນຟ່ານ, ຫົວຫນ້າພະແນກຄຸນນະພາບຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ແຂວງ ທາຍງວຽນ ໃຫ້ຮູ້ວ່າ: ເລື່ອງບັນດາສະຫະກອນ, ວິສາຫະກິດ ຍົກສູງນ້ຳໃຈມີສະຕິ, ມີຄວາມຮັບຜິດຊອບ ປະຕິບັດບັນດາຂໍ້ກຳນົດຮັບປະກັນຄຸນນະພາບ ຈະຊ່ວຍໃຫ້ບັນດາຜະລິດຕະພັນ OCOP ເພີ່ມມູນຄ່າ, ກວມເອົາຕະຫລາດພາຍໃນ ແລະ ຕ່າງປະເທດ.
TAG
VOV/VOVworld/ຂະແຫນງຊາ/ສົ່ງເສີມການຄ້າ