ຄວາມສາມາດບົ່ມຊ້ອນດ້ານອະສັງຫາລິມະຊັບຢູ່ ບີ່ງເຢືອງ
28/12/2021 07:09
(VOVWORLD) -ໂດຍນອນໃນເຂດ ເສດຖະກິດຈຸດສຸມທາງພາກໃຕ້, ດ້ວຍທ່າໄດ້ປຽບດ້ານພູມສາດ, ເນື້ອທີ່ດິນທີ່ຍັງບໍ່ທັນໃຊ້, ລະດັບການເຕີບໂຕກໍ່ຄືຄວາມຕ້ອງການ. ບີ່ງເຢືອງ ພວມ ດຶງດູດນັກລົງທຶນດ້ານອະສັງຫາລິມະຊັບນັບມື້ນັບຫລາຍ. ບີ່ງເຢືອງ ກໍ່ແມ່ນທ້ອງຖິ່ນເກືອບຄືວ່າມີຕະຫລາດອະສັງຫາລິມະຊັບໃຫຍ່ກວ່າໝູ່ຢູ່ເຂດທາງພາກໃຕ້ໃນໄລຍະຈະມາເຖິງ.

ບີ່ງເຢືອງ ແມ່ນຫນຶ່ງໃນບັນດາທ້ອງຖິ່ນນຳຫນ້າກ່ຽວກັບຄວາມສາມາດບົ່ມຊ້ອນດ້ານອະສັງຫາລິມະຊັບ. ພາບ: TTXVN ບີ່ງເຢືອງ ແມ່ນທ້ອງຖິ່ນ ມີອະສັງຫາລິມະຊັບເພີ່ມຂຶ້ນຢ່າງແຮງໃນ 2 ປີຜ່ານມາ ເພາະວ່າ ນີ້ແມ່ນແຂວງນຳຫນ້າກ່ຽວກັບການພັດທະນາອຸດສາຫະກຳ, ພື້ນຖານໂຄງລ່າງຄົມມະນາຄົມ, ຄວາມສະດວກໃນການໄປມາຫາສູ່ນະຄອນໂຮ່ຈີມິນ ກໍ່ຄືບັນດາແຂວງ ທາງທິດຕາເວັນອອກ ແລະ ຕາເວັນຕົກສ່ຽງໃຕ້. ມີຫລາຍປັດໄຈຊ່ວຍຕະຫລາດອະສັງຫາລິມະຊັບຢູ່ ບີ່ງເຢືອງ ດຶງດູດບັນດານັກລົງທຶນຄື: ການພັດທະນາເສດຖະກິດວ່ອງໄວ, ການດຶງດູດເງິນລົງທຶນຍາມໃດກໍ່ນອນໃນ Top ແຖວຫນ້າຂອງທົ່ວປະເທດ, ມີລະບົບພື້ນຖານໂຄງລ່າງຄົມມະນາຄົມ ແລະ ສັງຄົມພັດທະນາຢ່າງແຮງ. ທ່ານ ປອ ຫງວຽນມີງຮ່ວາ, ຮອງປະທານ ສະມາຄົມວາງແຜນຜັງ ແລະ ພັດທະນານະຄອນໂຮ່ຈີມິນ ຖືວ່າ: “ທີຫນຶ່ງ ບີ່ງເຢືອງ ນອນໃນເຂດເສດຖະກິດຈຸດສຸມທາງພາກໃຕ້, ເຂດພັດທະນາຢ່າງແຮງ ແລະ ຂະຫຍັນຂັນເຄື່ອນຂອງທົ່ວປະເທດ ຊື່ງລວມມີ: ນະຄອນ ໂຮ່ຈີມິນ ແລະ 7 ແຂວງ ນະຄອນ. ນອກຈາກ ນະຄອນ ໂຮ່ຈີມິນ ແລ້ວ, ໃນ 7 ແຂວງ ຍັງເຫລືອນັ້ນ ບີ່ງເຢືອງ ແມ່ນທ້ອງຖິ່ນມີການຫັນເປັນຕົວເມືອງວ່ອງໄວທີ່ສຸດ. ທີສອງ ບີ່ງເຢືອງ ມີ 48 ເຂດອຸດສາຫະກຳ, ໃນນັ້ນ ມີຫລາຍເຂດອຸດສາຫະກຳມີຊື່ສຽງ. ສິ່ງພິເສດອີກອັນຫນຶ່ງ ໃນຮອບເວລາ 10 ປີມານີ້ ບີ່ງເຢືອງ ຍາມໃດກໍນອນໃນ Top ແຖວຫນ້າຂອງທົ່ວປະເທດໃນການດຶງດູດແຫລ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ. ນອກນັ້ນ ບີ່ງເຢືອງ ກໍຍັງ ໄດ້ສຸມໃສ່ພັດທະນາພື້ນຖານໂຄງລ່າງດ້ານເຕັກນິກ.” ໃນອະນາຄົດ, ບີ່ງເຢືອງ ຍັງໃຫ້ບຸລິມະສິດພັດທະນາລະບົບທາງລົດໄຟ, ເປີດກ້ວາງທ່າກຳປັ່ນແມ່ນຳ້, ທ່າສາງຄອນເທນເນີ, ແນໃສ່ຕອບສະໜອງການພັດທະນາເສດຖະກິດ - ສັງຄົມຮອບດ້ານ. ປະຈຸບັນ, ບີ່ງເຢືອງ ຍັງກຳລັງສ້າງເສັ້ນທາງແຕ່ທາງທິດໃຕ້ຮອດທິດເໜືອໃຫ້ສຳເລັດສົມບູນ, ມີຄວາມຍາວ 64 ກີໂລແມັດ. ອີກເສັ້ນທາງໜຶ່ງທີ່ກຳລັງໄດ້ເປີດກ້ວາງ ແລະ ກໍ່ສ້າງໃຫ້ໃຫ້ສຳເລັດສົມບູນແມ່ນເສັ້ນທາງເຊື່ອມຕໍ່ນະຄອນໂຮ່ຈີມິນ - ຖູເຢົາ 1 - ເຈີນແທ່ງ… ບີ່ງເຢືອງ ກໍ່ຈະຜັນຂະຫຍາຍສາຍທາງລົດເມຄວາມໄວສູງ BRT ແຕ່ ບີ່ງເຢືອງ ຮອດບັນດາເຂດໃກ້ຄຽງ. ທຸກສິ່ງດັ່ງກ່າວ ເຮັດໃຫ້ຕະຫຼາດອະສັງຫາລິມະຊັບຂອງ ບີ່ງເຢືອງ ມີຄວາມດູດດື່ມສຳລັບບັນດານັກລົງທຶນ. ຕາມການຕີລາຄາຂອງບັນດານັກຊ່ຽວຊານ, ຫວຽດນາມ ກຳລັງມີກາລະໂອກາດໃຫຍ່ເພື່ອຫັນປະເທດເປັນສູນຜະລິດໃໝ່ຂອງໂລກ ແລະ ທ່າອ່ຽງພັດທະນາບັນດາຕົວເມືອງໃໝ່ຄຽງຄູ່ກັບເຂດອຸດສາຫະກຳຢູ່ ບີ່ງເຢືອງ ກໍ່ໄດ້ດຳເນີນໄປຢ່າງແຮງ. ທ່ານ ຟານກົງແຈ໋ງ ເຊິ່ງເປັນນັກລົງທຶນ ໄດ້ໃຫ້ຮູ້ວ່າ: “ພວກເຮົາໄດ້ເຫັນປະຈັກຕາກະແສຍ້າຍການລົງທຶນຈາກ ຈີນ ໄປຍັງບັນດາປະເທດອື່ນໃນລະບົບສະຫນອງທົ່ວໂລກ. ເພາະວ່າ ບັນດານັກລົງທຶນໃຫຍ່ໃນໂລກ ເຂົາເຈົ້າເຄີຍເລືອກເຟັ້ນອະສັງຫາລິມະຊັບອຸດສາຫະກຳເພື່ອຕັ້ງໂຮງຈັກໂຮງງານ ແລະຂັ້ນຕອນນັ້ນແມ່ນດຳເນີນ ໃນໄລຍະດົນນານ ຫນ້ອຍສຸດກໍ່ແມ່ນ 2- 3 ປີ. ຫວຽດນາມ ກໍ່ໄດ້ຮັບຜົນສະທ້ອນຈາກສະພາບການດັ່າງກ່າວ.” ດ້ວຍທ່າໄດ້ປຽບຫຼາຍຢ່າງ, ໃນໄລຍະຜ່ານມາ, ບັນດາໂຄງການອະສັງຫາລິມະຊັບ, ອຸດສາຫະກຳ, ການຄ້າ ແລະ ເຮືອນຢູ່ ກຳລັງພັດທະນາຢ່າງແຮງຢູ່ ບີ່ງເຢືອງ. ຫວ່າງແລ້ວນີ້, ບີ່ງເຢືອງ ສຸມໃສ່ຜັນຂະຫຍາຍ “ ໂຄງການພັດທະນານະຄອນໃໝ່ ບີ່ງເຢືອງ”. ວິວັດການກໍ່ສ້າງຈະໄດ້ຜັນຂະຫຍາຍຕາມແຕ່ລະໄລຍະ, ໄລຍະທຳອິດລວມມີ ເຮືອນຢູ່ປະມານ 1300 ຄອນໂດ ແລະ ຄາດວ່າຈະກໍ່ສ້າງລະຫວ່າງປີ 2022 ຫາປີ 2024. ຄາດວ່າ ໂຄງການຈະໄດ້ຮັບການກໍ່ສ້າງສຳເລັດ ໃນປີ 2027. ທ່ານ ຫວໍວັນມິງ, ປະທານຄະນະກຳມະການປະຊາຊົນແຂວງ ບີ່ງເຢືອງ ໃຫ້ຮູ້ວ່າ: ໂຄງການຮ່ວມມືລະຫວ່າງ Becamex IDC ແລະCapitalLang ຢູ່ໃຈກາງນະຄອນໃໝ່ ບີ່ງເຢືອງ ບໍ່ພຽງແຕ່ນຳມາເຊິ່ງປະສິດທິຜົນສູງໃຫ້ບັນດານັກລົງທຶນເທົ່ານັ້ນ, ຫາກຍັງນຳໂສມໜ້າໃໝ່ມາໃຫ້ແກ່ຂົງເຂດການຄ້າ, ການບໍລິການຂອງທ້ອງຖິ່ນອີກດ້ວຍ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ສັງຄົມຂອງແຂວງ ບີ່ງເຢືອງ ໃນໄລຍະພັດທະນາໃໝ່. ບີ່ງເຢືອງ ຈະສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດານັກລົງທຶນ ຮ່ວມມື ແລະ ຜັນຂະຫຍາຍການເຄື່ອນໄຫວການຜະລິດ ແລະ ດຳເນີນທຸລະກິດໃນບໍລິເວນແຂວງຢ່າງສຳເລັດຜົນ, ປະກອບສ່ວນພັດທະນາເສດຖະກິດ, ສັງຄົມ. ໂຄງການນະຄອນໃຫມ່ ບີ່ງເຢືອງ. ພາບ: tuoitre.vn ນະຄອນໃໝ່ ບີ່ງເຢືອງ ໄດ້ກຳນົດເພື່ອກາຍເປັນສູນການເມືອງໃໝ່ຂອງ ບີ່ງເຢືອງ
TAG
VOV/VOVworld/ເງິນລົງທຶນ/ຄວາມສາມາດບົ່ມຊ້ອນ




.jpg)



