VOV WorldVOV World
ລອງອານນຳເອົາໝາກທຸລຽນຂອງ ດົງທາບເມື່ອຍສົ່ງອອກຢ່າງເປັນທາງການ
06/09/2022 14:17
(VOVWORLD) -ເພື່ອໃຫ້ໝາກທຸລຽນມີມາດຖານຄົບຖ້ວນເພື່ອສົ່ງອອກໄປຍັງບັນດາຕະຫລາດມີຄວາມສາມາດບົ່ມຊ້ອນໃນໂລກ, ຂະແຫນງກະສິກຳແລະຊົນນະບົດແຂວງລອງອານໄດ້ແລະພວມສຸມໃສ່ສ້າງລະຫັດເຂດປູກກໍ່ຄືບັນດາເງື່ອນໄຂກ່ຽວກັບມາດຖານຄຸນນະພາບ, ການກຳນົດກວດສຸຂະນາໄມພືດ, ຄວາມປອດໄພດ້ານອາຫານ, ປ້ອງກັນຕ້ານໂຄວິດ 19.
ລອງອານນຳເອົາໝາກທຸລຽນຂອງ ດົງທາບເມື່ອຍສົ່ງອອກຢ່າງເປັນທາງການ
ອ້າຍ ເຈີນດັງຄວາ ເຈົ້າຂອງສວນ ທຸລຽນ ຢູ່ ຕາແສງ ເຕີນເລີບ. ພາບ: VOV ວັນທີ 11 ກໍລະກົດຜ່ານມາ,  ທ່ານເລມິງຮວານລັດຖະມົນຕີກະຊວງກະສິກຳແລະຊົນນະບົດໄດ້ເຊັນໜັງສືລັດຖະການສະເຫນີກວດສຸຂະນາໄມພືດສຳລັບໝາກທຸລຽນສົ່ງອອກຈາກຫວຽດນາມໄປຍັງຈີນ. ຕາມໜັງສືລັດຖະການສະບັບນີ້ໝາກທຸລຽນຂອງຫວຽດນາມເມື່ອສົ່ງອອກຕ້ອງປະຕິບັດຕາມບັນດາກົດໝາຍ, ຂໍ້ກຳນົດ, ມາດຖານກ່ຽວຂ້ອງເຖິງຫລັກອະນາໄມຄວາມປອດໄພດ້ານອາຫານຂອງຈີນກໍ່ຄືຮຽກຮ້ອງກ່ຽວກັບການກວດສຸຂະນາໄມພືດ. ກ່ອນທີ່ນຳເອົາໝາກທຸລຽນຂອງຫວຽດນາມສົ່ງອອກຢ່າງເປັນທາງການ, ເກືອບ 6  ປີຜ່ານມາເມື່ອນຳເອົາຕົ້ນທຸລຽນມາປູກ, ອ້າຍເຈີນດັງຄວາເຈົ້າຂອງສວນປູກຕົ້ນທຸລຽນກວ່າ 3,5 ເຮັກຕາຢູ່ຕາແສງເຕີນເລີບ, ເມືອງເຕີນແທ້ງ, ແຂວງລອງອານຍາມໃດກໍ່ປະຕິບັດຂັ້ນຕອນຢ່າງມີແບບມີແຜນໂດຍສະຖາບັນຕົ້ນໄມ້ກິນໝາກພາກໃຕ້ແລະພະແນກກະສິກຳພັດທະນາຊົນນະບົດແນະນຳໃຫ້. ມາຮອດປະຈຸບັນສວນຂອງອ້າຍຄວາໄດ້ມີຕົ້ນທຸລຽນກວ່າ 48 ຕົ້ນໃຫ້ໝາກແລ້ວແລະ ອີກເກືອບ 90 ຕົ້ນໃກ້ຈະໃຫ້ໝາກ. ອ້າຍເຈີນດັງຄວາໃຫ້ຮູ້ວ່າ:  “ ເລື່ອງ ອອກລະ ຫັດ ເຂດກໍ່ ສ້າງ ເງື່ອນ ໄຂ ສະ ດວກ ໃຫ້ ແກ່ ພໍ່ ແມ່ ປະ ຊາ ຊົນ ຜະ ລິດ ຕົ້ນ ໄມ້ ກິນ ໝາກກໍ່ ຄື ສົ່ງ ຜະ ລິດ ຕະ ພັນ ກະ ເສດເພື່ອ ສົ່ງ ອອກໄປ ຍັງ ຕະ ຫລາດຈີນ ຢ່າງ ເປັນ ທາງ ການ . ຜະ ລິດ ຕະ ພັນ ຕົນ ທີ່ ຜະ ລິດ ອອກນັ້ນຂາຍ ຈະ ໄດ້ ລາ ຄາ ສູງກວ່າ ” . ຊາວ ກະສິກອນ ລອງອານ ປາດຖະຫນາຢາກໃຫ້ໝາກທຸລຽນມີຫລາຍກາລະໂອກາດສະດວກເພື່ອສົ່ງອອກຢ່າງເປັນທາງການ. ພາບ: VOV    ປະຈຸບັນແຂວງລອງອານມີທຸລຽນກວ່າ 320 ເຮັກຕາ, ໂດຍສຸມໃສ່ຕົ້ນຕໍຢູ່ເມືອງເຕີນແທ້ງ. ກ່ອນອື່ນໝົດໝາກທຸລຽນເຕີນແທ້ງພວມມານະພະຍາຍາມເຂົ້າເຖິງຕະຫລາດຈີນ. ເພື່ອໃຫ້ກົມໃຫຍ່ພາສີຈີນອອກລະຫັດເຂດປູກ, ສວນປູກທຸລຽນຕ້ອງນຳໃຊ້ບັນດາມາດຕະຖານຄື: ກວດສຸຂະນາໄມພືດ, ຄວາມປອດໄພດ້ານສະບຽງອາຫານ, ການປ້ອງກັນຕ້ານໂຄວິດ 19, ບັນທຶກຂັ້ນຕອນການຜະລິດ. ເມື່ອເຂດປູກໄດ້ຮັບລະຫັດເຂດແລ້ວຈະໄດ້ຮັບການຮັກສາຄວາມລັບຕາມການກຳນົດຂອງກົມປ້ອງກັນພືດຂຶ້ນກັບກະຊວງກະສິກຳແລະພັດທະນາຊົນນະບົດ. ໄລຍະຜ່ານມາ, ເພື່ອສ້າງເງື່ອນໄຂໃຫ້ບັນດາສວນ, ພະແນກກະສິກຳແລະພັດທະນາຊົນນະບົດແຂວງແລະບັນດາຫົວຫນ່ວຍທີ່ກ່ຽວຂ້ອງໄດ້ເພີ່ມທະວີການແນະນຳໃຫ້ຄອບຄົວປູກທຸລຽນຕາມມາດຕະຖານGAP ແລະຫນູນຊ່ວຍບັນດາຮາກຖານດຳເນີນທຸລະກິດຈົດທະບຽນລະຫັດຫຸ້ມຫໍ່. ໃນໄລຍະຍາວ, ຂະແຫນງກະສິກຳຈະເປັນເຈົ້າການຖ່າຍທອດເຕັກນິກການຜະລິດໝາກທຸລຽນປອດສານພິດ, ສົ່ງເສີມເຈົ້າຂອງສວນຫັນປ່ຽນຈາກຝຸ່ນເຄມີມານຳໃຊ້ຝຸ່ນອົງຄະທາດ, ສົມທົບກັບການຄຸ້ມຄອງສິ່ງເສດເຫລືອຕາມມາດຕະຖານສາກົນເພື່ອໃຫ້ໝາກທຸລຽນຂອງຫວຽດນາມຕອບສະຫນອງໄດ້ຄວາມຮຽກຮ້ອງຕ້ອງການການນຳເຂົ້າຢ່າງເປັນທາງການຕາມມາດຕະຖານທີ່ເຄັ່ງຄັດຂອງຕະຫລາດຈີນແລະປະເທດອື່ນ. ທ່ານຫງວຽນວັນເກື່ອງຫົວຫນ້າພະແນກປ້ອງກັນພືດແລະການປູກຝັງລອງອານໃຫ້ຮູ້ວ່າ: “ ຕາມ ການ ກຳ ນົດ ຂອງ ກົມ ປ້ອງ ກັນ ພືດແລ້ວ , ລະ ຫັດ ເຂດ ປູກນີ້ພຽງ ແຕ່ ປະ ກາດ ສະ ເພາະ ໃຫ້ ຜູ້ ຕາງ ຫ ນ້າ ເຂດ ປູກ , ບໍ່ ໃຫ້ ຜູ້ ໃດ ຮູ້ ເພື່ອ ຫລີກ ລ້ຽງ ການ ສວຍ ໃຊ້ ເຄື່ອງ ໝາຍ , ລັກ ເອົາ ລະ ຫັດ ເພື່ອ ສົ່ງ ອອກ . ຄຽງ ຄູ່ ກັນ ນັ້ນທາງ ພະ ແນກກໍ່ ສົມ ທົບ ກັບສູນ ປ້ອງກັນ ສຸ ຂະ ນາ ໄມ ພືດ ຢູ່ດ່ານ ຊາຍ ແດນຕິ ດ ຕາມ ຂໍ້ ມູນ ເປັນ ປະ ຈຳ ກ່ຽວ ກັບ ລະ ຫັດ ເຂດ ປູກ ” . ເລື່ອງຂະແຫນງກະສິກຳສຸມໃສ່ສ້າງ, ຄຸ້ມຄອງລະຫັດເຂດປູກ, ຮາກຖານຫຸ້ມຫໍ່ຮັບໃຊ້ການສົ່ງອອກ, ແນະນຳກຸ່ມສະຫະກອນແລະຊາວກະສິກອນເປີດກວ້າງເນື້ອທີ່ໄດ້ຮັບລະຫັດເຂດປູກທຸລຽນເພື່ອສົ່ງອອກຢ່າງເປັນທາງການໄປຍັງຕະຫລາດຈີນແລະຫລາຍປະເທດອື່ນໃນໂລກແນໃສ່ຍົກສູງມູນຄ່າເພີ່ມ, ຍົກສູງລາຍຮັບໃຫ້ແກ່ປະຊາຊົນແລະປະກອບສ່ວນສ້າງພື້ນຖານກະສິກຳໃຫ້ພັດທະນາແບບຍືນຍົງ.
TAG
VOV/VOVworld/ສຸຂະນາໄມພືດ/ໝາກທຸລຽນ