VOV WorldVOV World
ນາງ​ສາວ​ຊາວ​ເຜົ່າ​ມົ້ງ ຊ່ວຍ​ຊາວ​ກະ​ສິ​ກອນ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ດ້ວຍ​ເຕັກ​ໂນ​ໂຢ​ລີ​ດີ​ຈີ​ຕອນ
29/05/2022 12:55
(VOVWORLD) -ມາທິຈູ, ເກີດປີ 1991, ເປັນນາງສາວຊາວເຜົ່າມົ້ງ ຢູ່ເທດສະບານເມືອງ ເມື່ອງເຄືອງ, ລາວກາຍ, ປັດຈຸບັນ ເປັນເຈົ້າຂອງຂອງສະຫະກອນກະສິກຳ 3 ແຫ່ງ. ໂດຍກຳເນີດ ແລະ ເຕີບໃຫຍ່ຢູ່ເຂດພູສູງຂອງຕາແສງ ຕາງ່າຍໂຈ ແລະ ໄດ້ຜ່ານຄາວເຍົາໄວທີ່ທຸກຍາກລຳບາກນັ້ນ, ໄດ້ເຮັດໃຫ້ ມາທິຈູ ຕັດສິນໃຈບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ. ກໍເລີ່ມແຕ່ນັ້ນມາ, ຈູ ໄດ້ເລີ່ມເຄື່ອນໄຫວໃນຂົງເຂດກະສິກຳ. ລາວໄດ້ໝູນໃຊ້ເຕັກໂນໂລຢີດີຈີຕອນເພື່ອຈຳໜ່າຍຜະລິດຕະພັນກະເສດ ແລະ ປຸງແຕ່ງບັນດາຜະລິດຕະພັນກະເສດຂອງທ້ອງຖິ່ນ, ຊ່ວຍພໍ່ແມ່ພີ່ນ້ອງອຸ່ນອ່ຽນໃຈພັດທະນາການຜະລິດ.
ນາງ​ສາວ​ຊາວ​ເຜົ່າ​ມົ້ງ ຊ່ວຍ​ຊາວ​ກະ​ສິ​ກອນ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ດ້ວຍ​ເຕັກ​ໂນ​ໂຢ​ລີ​ດີ​ຈີ​ຕອນ
ຈູ ແບ່ງປັນວ່າ: ເມື່ອກ່ອນນີ້, ຄອບຄົວຂອງ ຈູ ທຸກຍາກຫຼາຍ. ແຕ່ວ່າ, ນັບແຕ່ມື້ທີ່ແມ່ຂອງ ຈູ ໄປຂາຍເຄື່ອງຫັດຖະກຳ, ກໍມີເງິນໃຊ້ຈ່າຍໃນຄອບຄົວໄດ້ຢ່າງພໍພຽງກວ່າ. ສະນັ້ນ, ເມື່ອລາວຮຽນ ມໍ 2, ລາວກໍເລີ່ມໄປຂາຍເຄື່ອງຊ່ວຍແມ່, ຫຼັງຈາກນັ້ນພຽງ 2 – 3 ປີ, ແມ່ຂອງຈູ ກໍອະນຸຍາດໃຫ້ລາວແຍກໄປຂາຍຕ່າງຫາກເພື່ອຫາເງິນໄປຮຽນ.
TAG
VOV/VOVworld/ທັກສະ marketing/ອິນເຕີເນັດ/ມາທິຈູ/ຜະລິດຕະພັນ