ນະຄອນ ໂຮ່ຈີມິນ - ຊາຕາກຳ ແລະ ກາລະໂອກາດໃໝ່ 2018
28/03/2018 02:02
(VOVWORLD) - ໃນ 2 ເດືອນຕົ້ນປີ 2018, ນະຄອນ ໂຮ່ຈີມິນ ໄດ້ຮັບບັນດາຂ່າວດີ. ໃນເດືອນ ມັງກອນ, ຍອດວົງເງິນນຳເຂົ້າສົ່ງອອກສິນຄ້າຂອງວິສາຫະກິດບັນລຸ 3,4 ຕື້ USD, ເພີ່ມຂຶ້ນ 31,8% ເມື່ອທຽບໃສ່ໄລຍະດຽວກັນກັບປີກາຍ; ຍອດລາຍຮັບງົບປະມານແຫ່ງລັດໄດ້ລື່ນກາຍການຄາດຄະເນໃນເບື້ອງຕົ້ນ, ບັນລຸ 36.500 ກ່ວາຕື້ດົ່ງ, ເພີ່ມຂຶ້ນເກືອບ 10,3% ເມື່ອທຽບໃສ່ໄລຍະດຽວກັນກັບປີກາຍ.

ປີ 2018, ອຳນາດການປົກຄອງນະຄອນ ໂຮ່ຈີມິນ ໄດ້ກຳນົດແມ່ນປີສ້າງບາດກ້າວບຸກທະລຸໃນການພັດທະນາ, ເປັນຕົ້ນແມ່ນ ເມື່ອສະພາແຫ່ງຊາດມີຄວາມເຊື່ອໝັ້ນ ແລະ ມອບໝາຍໃຫ້ປະຕິບັດການທົດລອງກົນໄກ, ນະໂຍບາຍພິເສດສະເພາະໃນການພັດທະນາ. ບົດຂຽນ: “ນະຄອນ ໂຮ່ຈີມິນ: ໃນສະພາບການໃໝ່ 2018” ຂອງ ກາວທວາ ນັກຂ່າວ VOV. ນະຄອນ ໂຮ່ຈີມິນ ໃນ 2 ເດືອນຕົ້ນປີ 2018, ນະຄອນ ໂຮ່ຈີມິນ ໄດ້ຮັບບັນດາຂ່າວດີ. ໃນເດືອນ ມັງກອນ, ຍອດວົງເງິນນຳເຂົ້າສົ່ງອອກສິນຄ້າຂອງວິສາຫະກິດບັນລຸ 3,4 ຕື້ USD, ເພີ່ມຂຶ້ນ 31,8% ເມື່ອທຽບໃສ່ໄລຍະດຽວກັນກັບປີກາຍ; ຍອດລາຍຮັບງົບປະມານແຫ່ງລັດໄດ້ລື່ນກາຍການຄາດຄະເນໃນເບື້ອງຕົ້ນ, ບັນລຸ 36.500 ກ່ວາຕື້ດົ່ງ, ເພີ່ມຂຶ້ນເກືອບ 10,3% ເມື່ອທຽບໃສ່ໄລຍະດຽວກັນກັບປີກາຍ. ດັດຊະນີການພັດທະນາອຸດສາຫະກຳເພີ່ມຂຶ້ນກ່ວາ 15%. ພິເສດແມ່ນຂະແໜງຕ່ຳແຜ່ນຕັດຫຍິບໄດ້ເຊັນສັນຍາການຄ້າຫລາຍສະບັບ, ໃນນັ້ນ ສັນຍາການຄ້າສົ່ງອອກໄປຍັງ ອາເມລິກາ ກວມເຖິງ 70% ໃນຍອດຈຳນວນສັນຍາສົ່ງອອກ. ແລະກໍ່ໃນເດືອນ ມັງກອນ, ນະຄອນໄດ້ອອກໜັງສືອະນຸຍາດໃຫ້ວິສາຫະກິດສ້າງຕັ້ງໃໝ່ກ່ວາ 2.800 ວິສາຫະກິດ ດ້ວຍຍອດເງິນທຶນຈົດທະບຽນ 19.580 ຕື້ດົ່ງ, ເພີ່ມຂຶ້ນ 23% ກ່ຽວກັບດ້ານຈຳນວນວິສາຫະກິດເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໝາກຜົນໃນເດືອນທຳອິດຂອງປີໃໝ່ ໄດ້ ແລະ ພວມສ້າງທ່ວງທ່າໃຫ້ບັນດາວິສາຫະກິດ ແລະ ປະຊາຊົນນະຄອນ ໂຮ່ຈີມິນ ແນໃສ່ຍູ້ແຮງຄວາມໄວໃນການພັດທະນາເສດຖະກິດສັງຄົມ. ທ່ານ ເຈີ່ນຕ໋ວນລອງ, ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນລົງທຶນກໍ່ສ້າງ ທ໋ຽດແທ້ກ ກ່າວວ່າ: “ ຂ້າພະເຈົ້າປາດຖະໜາວ່າ ເສດຖະກິດ ຫວຽດນາມ ແລະ ນະຄອນ ໂຮ່ຈີມິນ ກ້າວເຂົ້າສູ່ປີໃໝ່ ຈະພັດທະນາ ແລະ ບັນລຸໄດ້ຜົນງານພົ້ນເດັ່ນຫລາຍຢ່າງກ່ວາ, ສູງກ່ວາປີ 2017, ແລະ ແມ່ນປີທີ່ພົ້ນເດັ່ນທີ່ສຸດຂອງພື້ນຖານເສດຖະກິດ ຫວຽດນາມ. ແລະ ຂ້າພະເຈົ້າກໍ່ປາດຖະໜາວ່າ ປະຊາຄົມວິສາຫະກິດພັດທະນາຢ່າງແຮງ ຊ່ວຍໃຫ້ພື້ນຖານເສດຖະກິດ ຫວຽດນາມ ຈະເຕີບໂຕຢ່າງກະໂດດຂັ້ນໃນປີ 2018. ” ໃນຊຸມວັນຕົ້ນປີໃໝ່, ບໍ່ພຽງແຕ່ມີຊາວນະຄອນ ໂຮ່ຈີມິນ ເທົ່ານັ້ນ ຫາກນັບທັງຊາວ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນລ້ວນແຕ່ເຫັນໄດ້ຄວາມບືນຕົວຂຶ້ນໃນແຕ່ລະມື້ຂອງຕົວເມືອງທັນສະໄໝແຫ່ງນີ້ ແລະ ມີຄວາມຫວັງກ່ຽວກັບການປ່ຽນແປງໃໝ່ຢ່າງບຸກທະລຸໃນປີໃໝ່ອີກດ້ວຍ. ກັບຄືນເມືອນະຄອນ ໂຮ່ຈີມິນ ໃນຊຸມວັນຕົ້ນປີໃໝ່ 2018, ທ່ານ ເວອັກເລີມ ຊາວ ຫວຽດນາມ ທີ່ອາໄສຢູ່ ຍີ່ປຸ່ນ ໄດ້ມີຄວາມແປກປະຫລາດຕໍ່ການປ່ຽນແປງຂອງນະຄອນໃນໄລຍະເວລາສັ້ນໆ. ແຕ່ບັນດາໂຄງການໃຫຍ່ກ່ຽວກັບພື້ນຖານໂຄງລ່າງ ຕະຫລອດຮອດນະໂຍບາຍຈົດທະບຽນດຳເນີນທຸລະກິດ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ວິສາຫະກິດ. ພິເສດ ແມ່ນຂະບວນການ Starup ພວມພັດທະນາຢ່າງແຮງ, ດຶງດູດບັນດາຜູ້ທີ່ຢາກດຳເນີນທຸລະກິດເຂົ້າຮ່ວມໃນຕະຫລາດການຄ້າ. ວິສາຫະກິດຕ່າງປະເທດຫລາຍແຫ່ງກທີ່ເປັນເພື່ອນມິດຂອງທ່ານ ເລີມ ກໍ່ໃຫ້ຮູ້ວ່າ: ເຂົາເຈົ້າຮູ້ສຶກວ່າ ມີຄວາມພາກພູມໃຈກ່ຽວກັບ “ເງື່ອນໄຂສະດວກ” ເຊິ່ງນະຄອນພວມດຶງດູດບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ. ພິເສດ ທ່ານ ເວອັກເລີມ ກໍ່ຮູ້ສຶກມີຄວາມດີໃຈ ເມື່ອນະຄອນພວມປະຕິບັດກົນໄກນະໂຍບາຍພິເສດສະເພາະ ເຊິ່ງສະພາແຫ່ງຊາດໄດ້ມອບໝາຍໃຫ້ ເພື່ອແນໃສ່ສ້າງນະຄອນພັດທະນາຂຶ້ນສູ່ລະດັບສູງໃໝ່, ພິເສດແມ່ນບັນຫາດຶງດູດຜູ້ທີ່ມີຄວາມເກັ່ງກ້າສາມາດເພື່ອປະກອບສ່ວນພັດທະນາໃນນະຄອນ ໂຮ່ຈີມິນ, ທ່ານ ເລງອັກເລີມ ໃຫ້ຂໍ້ສັງເກດວ່າ: “ ຢາກກໍ່ສ້າງນະຄອນສະຫລາດ, ມີຖັນແຖວພະນັກງານການນຳສະຫລາດ ຕ້ອງມີນະໂຍບາຍເກື້ອກູນກໍ່ສ້າງພະນັກງານທີ່ເໝາະສົມ. ເພື່ອດຶງດູດຜູ້ທີ່ມີຄວາມເກັ່ງກ້າສາມາດ ຕ້ອງມີລະບອບເງິນເດືອນທີ່ເໝາະສົມ. ທີ 2 ແມ່ນການ ສະເໜີ ຫຼື ຍົກລະດັບທີ່ຕັ້ງກໍ່ຄວນເປີດກ້ວາງ. ນະຄອນຕ້ອງໄດ້ກໍ່ສ້າງພະນັກງານໄລຍະຍາວ ແລະ ມີລັກສະນະເປັນລະບົບ ຈຶ່ງຈະມີຖັນແຖວພະນັກງານທີ່ດີ ”. ປີ 2018 ກໍ່ແມ່ນປີນະຄອນ ໂຮ່ຈີມິນ ຊາບຊຶມ ແລະ ຜັນຂະຫຍາຍທິດນຳ, ການເຄື່ອນໄຫວຂອງລັດຖະບານ: “ມີລະບຽບວິໄນ, ສັດຊື່ບໍລິສຸດ, ມີການເຄື່ອນໄຫວ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນ”. ນະຄອນ ໂຮ່ຈີມິນ ຈະສືບຕໍ່ຜັນຂະຫຍາຍ 7 ໂຄງການບຸກທະລຸໃນການພັດທະນາ, ນັ້ນແມ່ນ: ປະຕິບັດບັນດາກົນໄກ, ນະໂຍບາຍພິເສດສະເພາະໃນການພັດທະນານະຄອນ ເພື່ອແນໃສ່ຍົກສູງຄຸນນະພາບການເຕີບໂຕ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງພື້ນຖານເສດຖະກິດນະຄອນ ຕິດພັນກັບການສ້າງໂຄງປະກອບເສດຖະກິດຄືນໃໝ່ຕາມລວງເລິກ, ມີຄຸນນະພາບ, ມີປະສິດທິຜົນ. ທ່ານ ຫງວຽນທ້ຽນເຍີນ ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ປີ 2018 ພ້ອມກັບເລື່ອງດັດປັບບັນດາມາດຕະການປະຕິບັດ 7 ໂຄງການບຸກທະລຸຕາມກົນໄກໃໝ່, ນະຄອນ ໂຮ່ຈີມິນ ກໍ່ໄດ້ເພີ່ມເຕີມ 3 ມາດຕະການແກ້ໄຂໃໝ່ ເພື່ອສ້າງທ່ວງທ່າໃຫ້ນະຄອນບືນຕົວຂຶ້ນ. “ ມາດຕະການແກ້ໄຂທີ 1 ແມ່ນດັດປັບວິທີການເຄື່ອນໄຫວ; ມາດຕະການແກ້ໄຂທີ 2 ແມ່ນກໍ່ສ້າງຕົວເມືອງສະຫລາດ. ແລະ ໝວດມາດຕະການແກ້ໄຂທີ 3 ນັ້ນແມ່ນ ຄຽງຄູ່ກັບເລື່ອງເລີ່ມດຳເນີນທຸລະກິດຢ່າງມີຫົວຄິດປະດິດສ້າງນັ້ນ ກໍ່ຈະລະດົມກຳລັງທີ່ປຶກສາພາຍໃນ ແລະ ຕ່າງປະເທດເພື່ອສ້າງນະຄອນ ໂຮ່ຈີມິນ ແມ່ນເຂດປະດິດຄິດສ້າງ ” ນະຄອນ ໂຮ່ຈີມິນ ຊາຕາກຳ, ກາລະໂອກາດໃໝ່, ຄວາມສະດວກໃນຕົ້ນປີ ພວມສ້າງທ່ວງທ່າ ເພື່ອໃຫ້ນະຄອນ ໂຮ່ຈີມິນ ພັດທະນາໄວກ່ວາ, ສືບຕໍໍ່ນຳໜ້າເສດຖະກິດຂອງທົ່ວປະເທດ.
TAG
VOV/VOVworld/ວິສາຫະກິດ/ກາລະໂອກາດ
Related
More




.jpg)



