ນະຄອນ ໂຮ່ຈີມິນ ສູ້ຊົນກາຍເປັນສູນການເງິນສາກົນ
08/03/2022 10:56
(VOVWORLD) - ນະຄອນໂຮ່ຈີມິນ ພວມຮັບເອົາຄຳເຫັນຂອງບັນດາຜູ້ຊ່ຽວຊານ, ນັກວິທະຍາສາດເພື່ອສ້າງແຜນຮ່າງສ້າງສູນການເງິນສາກົນໃຫ້ສຳເລັດ. ທີ່ກອງປະຊຸມສຳມະນາຫວ່າງແລ້ວນີ້, ບັນດານັກວິທະຍາສາດ, ຜູ້ຊ່ຽວຊານເສດຖະກິດຢັ້ງຢືນວ່າ ນະຄອນໂຮ່ຈີມິນ ໄດ້ເຕົ້າໂຮມຄົບເງື່ອນໄຂເພື່ອກາຍເປັນສູນການເງິນສາກົນ.

ທ່ານ ຫງວຽນຊວນແທ່ງ ຄູ່ສອນຢູ່ມະຫາວິທະຍາໄລ Fulbright ກ່າວຄຳເຫັນທີ່ກອງປະຊຸມສຳມະນາພັດທະນານະຄອນໂຮ່ຈີມິນ. ພາບ: VOV ທີ່ກອງປະຊຸມສຳມະນາແຜນຮ່າງພັດທະນານະຄອນໂຮ່ຈີມິນ ກາຍເປັນສູນການເງິນສາກົນຊື່ງໄດ້ດຳເນີນໄປຫວ່າງແລ້ວນີ້, ບັນດາຜູ້ແທນລ້ວນແຕ່ຖືວ່າ: ນະຄອນ ໂຮ່ຈີມິນ ມີຫລາຍເງື່ອນໄຂເພື່ອກາຍເປັນສູນການເງິນສາກົນ. ນະຄອນແມ່ນບ່ອນເຕົ້າໂຮມ, ດຶງດູດການບໍລິການທີ່ມີລັກສະນະທົ່ວໂລກ, ບ່ອນທີ່ມີປະຊາຄົມເຕັກໂນໂລຊີການເງິນ (Fintech) ພັດທະນາຢ່າງຟົດຟື້ນ. ທ່ານ ຫງວຽນຊວນແທ່ງ, ຄູສອນມະຫາວິທະຍາໄລ Fulbright ຖືວ່າ: ທະນາຄານດີຈີຕອນ ແມ່ນທ່າອ່ຽງສອດຄ່ອງ ຊື່ງ ນະຄອນ ໂຮ່ຈີມິນ ຄວນສຸມໃສ່ພັດທະນາ. ພ້ອມກັນນັ້ນ ແມ່ນນິຕິກຳສຳລັບກຸ່ມບໍລິສັດການເງິນຫລາຍຂະແຫນງ, ຫລາຍການບໍລິການເຄື່ອນໄຫວ. “ນະຄອນໂຮ່ຈີມິນ ມີທ່າແຮງ Fintech , ທະນາຄາດີຈີຕອນພັດທະນາ , ຫາກໍ່ພົ້ນເດັ່ນຂຶ້ນ , ພວກເຮົາເອົາທ່າແຮງນີ້ຄືເປັນພາກສ່ວນສຳຄັນເຂົ້າໃນສູນການເງິນສາກົນ . ພວກເຮົາມີທະນາຄານການຄ້າ , ບໍລິສັດຫລັກຊັບເຄື່ອນໄຫວຢູ່ຕະຫລາດທຶນຮອນ , ທະນາຄານການຄ້າຢູ່ໃນຕະຫລາດເງິນຕາ ແຕ່ເພື່ອສົມທົບ 2 ລະບົບນີ້ ພວກເຮົາຕ້ອງກ້າຫານໃນການຊຸກຍູ້ຮູບແບບ ແລະ ອອກຫນັງສືອະນຸຍາດໃຫ້ອົງການການເງິນເຄື່ອນໄຫວຕາມກຸ່ມບໍລິສັດການເງິນ ” ຕາມທ່ານ ເຈີນງອກເທີ, ຜູ້ຊ່ຽວຊານເສດຖະກິດ ຢູ່ ມະຫາວິທະຍາໄລເສດຖະກິດ ນະຄອນໂຮ່ຈີມິນ ແລ້ວ, ສຳລັບບັນດາສູນການເງິນສາກົນທີ່ມີມາແຕ່ດົນນານໃນໂລກ ຍາມໃດກໍ່ມີສູນການເງິນອ້ອມຂ້າງ. ສຳລັບ ຫວຽດນາມ ຍ້ອນໄດ້ສ້າງຕັ້ງພາຍຫລັງ ສະນັ້ນ ຕ້ອງສ້າງຄວາມແຕກຕ່າງເພື່ອແກ້ງແຍ້ງ. ໂດຍອີງໃສ່ທ່າໄດ້ປຽບການເດີນທະເລ, ທ່າກຳປັ່ນ, ນະຄອນ ໂຮ່ຈີມິນ ຄວນສ້າງສູນການເງິນສະເພາະການເດີນທະເລ, logistics… “ ບັນຫາວາງອອກ ນັ້ນແມ່ນ ນະຄອນໂຮ່ຈີມິນ ມີທ່າກຳປັ່ນ , ສະນັ້ນ ອາດຈະເຊື່ອມຕໍ່ກັບທ່າກຳປັ່ນ ກາຍແມັບ , ທິຫວາຍ , ຊ້ຳບໍ່ໜຳ ເຊື່ອມຕໍ່ກັບທ່າກຳປັ່ນ ຫາຍຟ່ອງ ເພື່ອສ້າງສູນການເງິນສາກົນສະເພາະການເດີນທະເລ , logistics… ແລະ ນະຄອນ Bussan ແມ່ນຮູບແບບການເງິນທີ່ມີປະສິດທິຜົນຂອງ ສ . ເກົາຫລີ , ແມ່ນນະຄອນແຮກສ່ຽວກັບນະຄອນ ໂຮ່ຈີມິນ , ພວກເຮົາສາມາດຮ່ຳຮຽນເອົາຮູບແບບນີ້ເພື່ອສ້າງຄວາມແຕກຕ່າງໃຫ້ນະຄອນໂຮ່ຈີມິນ ” ນັກຊ່ຽວຊານເສດຖະກິດ ເຈີນງອກເທີ ທີ່ກອງປະຊຸມສຳມະນາ. ພາບ: VOV ປະຈຸບັນ ນັກລົງທຶນພວມລໍຄອຍສູນການເງິນສາກົນຢູ່ ນະຄອນ ໂຮ່ຈີມິນ ເປີດຕົວ. ເພາະສະນັ້ນ ອຳນາດການປົກຄອງນະຄອນ ກໍພວມມານະພະຍາຍາມຍູ້ໄວວິວັດການສ້າງຕັ້ງສູນດັ່ງກ່າວ. ທ່ານ Johan Nyvene ປະທານສະພາບໍລິຫານ, ທີ່ປຶກສາຂັ້ນສູງຂອງບໍລິສັດຫຸ້ນສ່ວນຫລັກຊັບ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ເພື່ອດຶງດູດແຫລ່ງທຶນ, ອຳນາດການປົກຄອງ ຄວນກະກຽມພື້ນຖານດ້ານວັດຖຸ, ກຳແຫນ້ນຄວາມຕ້ອງການຂອງນັກລົງທຶນສາກົນ. “ ນັກລົງທຶນຕ້ອງການຫຍັງ ? ເຂົາເຈົ້າ ຕ້ອງມີລະບອບລະບຽບການຄຸ້ມຄອງຄວາມສ່ຽງ ເພາະເມື່ອເຂົາເຈົ້າເອົາເງິນມາລົງທຶນ ເຂົາເຈົ້າກໍ່ຢ້ານເສຍທຶນ . ສະນັ້ນ ພວກເຮົາຄວນມີວິວັດການເພື່ອເຮັດແນວໃດທັງຕອບສະຫນອງຄວາມຕ້ອງການຂອງນັກລົງທຶນ ທັງມີຜົນປະໂຫຍດຕໍ່ລັດ , ຕໍ່ຊາວ ຫວຽດນາມ ” ສູນການເງິນສາກົນ ຢູ່ ນະຄອນ ໂຮ່ຈີມິນ ໄດ້ຮັບການສ້າງຕັ້ງພາຍຫລັງສູນອື່ນໃນພາກພື້ນ ແລະ ໂລກ. ເພາະສະນັ້ນ ນະຄອນ ພວມຄົ້ນຄ້ວາ, ສ້າງບັນດາກົນໄກ, ນະໂຍບາຍທີ່ມີລັກສະນະກະໂດດຂັ້ນ, ສ້າງກອບນິຕິກຳສຳຄັນເພື່ອໃຫ້ສູນນີ້ກາຍເປັນສິ່ງດຶງດູດບັນດານັກລົງທຶນ. ພ້ອມກັນນັ້ນ ກໍກະກຽມແຫລ່ງຊັບພະຍາກອນມະນຸດໃຫ້ເປັນຢ່າງດີ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການການພົວພັນຕິດຕໍ່ສາກົນ, ມາດຕະການດຶງດູດແຫລ່ງເງິນລົງທຶນ, ພື້ນຖານໂຄງລ່າງເຕັກໂນໂລຊີ, ກົນໄກນະໂຍບາຍ.
TAG
VOV/VOVworld/ແຫລ່ງເງິນລົງທຶນ/ສູນການເງິນສາກົນ




.jpg)



