ນະຄອນຫລວງ ຮ່າໂນ້ຍ ກັບຄືນສູ່ສະພາບເປັນປົກກະຕິເທື່ອລະກ້າວເພື່ອພັດທະນາເສດຖະກິດ
19/10/2021 09:17
(VOVWORLD) - ເມື່ອໂຄວິດ -19 ລະບາດຮອບທີ 4 ໃນທ້າຍເດືອນ ເມສາ, ນະຄອນຫລວງ ຮ່າໂນ້ຍ ແມ່ນຫນຶ່ງໃນບັນດາແຂວງ, ນະຄອນ ທີ່ຖືກຜົນສະທ້ອນຢ່າງຫນັກຫນ່ວງກ່ຽວກັບດ້ານເສດຖະກິດສັງຄົມ. ເຖິງຢ່າງໃດກໍຕາມ, ດ້ວຍວິທີເຮັດຢ່າງຂ້ຽວຂາດ, ຍາດແຍ່ງໄດ້ “ຈຸດເວລາສຳຄັນທີ່ສຸດ” ເພື່ອວິໄຈຫາເຊື້ອ, ສັກວັກຊິນກັນໂຄວິດ, ຮ່າໂນ້ຍ ຄວບຄຸມໂລກລະບາດໄດ້ໂດຍພື້ນຖານ, ກັບຄືນສູ່ສະພາບເປັນປົກກະຕິເພື່ອພັດທະນາເສດຖະກິດ.

ນະຄອນ ຮ່າໂນ້ຍ ເພີ່ມທະວີການວິໄຈຫາເຊື້ອ; (ພາບ: qdnd.vn ) ດ້ວຍພົນລະເມືອງ 10 ລ້ານຄົນ, ລະດັບຄວາມຫນາແຫນ້ນຂອງປະຊາຊົນສູງ ແຕ່ໃນກວ່າ 150 ວັນເກີດໂລກລະບາດຮອບທີ 4 ນີ້, ຮ່າໂນ້ຍ ກວດພົບຜູ້ຕິດເຊື້ອໂຄວິດ ພຽງເກືອບ 4.300 ຄົນ, ກວມເອົາປະມານ 0,4 ຍອດຈຳນວນຜູ້ຕິດເຊື້ອທົ່ວປະເທດໃນຮອບທີ 4 ນີ້ ເປັນການສະແດງໃຫ້ເຫັນຜົນສຳເລັດຂອງນະຄອນຫລວງ ໃນວຽກງານປ້ອງກັນຕ້ານໂລກລະບາດ. ພ້ອມກັບການປະຕິບັດການແຍກຫ່າງສັງຄົມຢ່າງເຄັ່ງຄັດຕາມຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ ນັບແຕ່ວັນທີ 24 ກໍລະກົດ, ຮ່າໂນ້ຍ ຍັງໄດ້ຍາດແຍ່ງ “ຈຸດເວລາສຳຄັນທີ່ສຸດ” ເພື່ອປະຕິບັດການວິໄຈຫາເຊື້ອໂດຍດ່ວນໃນວົງກວ້າງ, ສັກວັກຊິນກັນໂຄວິດໃຫ້ປະຊາຊົນທີ່ມີອາຍຸ 18 ປີຂຶ້ນໄປ. ທ່ານ ເຈີນຊວນຮູຍ ຢູ່ ເມືອງ ລອງບຽນ ແບ່ງປັນວ່າ: “ ຮ່າໂນ້ຍ ໄດ້ມີການຮັບມືກັບໂລກລະບາດຢ່າງທັນການ . ມີຫລາຍບ່ອນເກີດໂລກລະບາດທີ່ສັບສົນຄື ຢູ່ ເມືອງ ແທງຊວນຈູງ , ຢາບບາດ ແຕ່ກໍ່ໄດ້ຮັບການຄວບຄຸບໂດຍໄວ . ຖ້າບໍ່ມີມາດຕະການຄວບຄຸມໂດຍໄວນັ້ນ ບໍ່ຮູ້ວ່າ ນະຄອນຈະເປັນແນວໃດແລ້ວ ? ການຄວບຄຸມໂລກລະບາດໄດ້ໂດຍໄວ ຊ່ວຍໃຫ້ນະຄອນຜ່ອນຜັນບັນດາການເຄື່ອນໄຫວດ້ານເສດຖະກິດສັງຄົມ .. ປະຊາຊົນມີຄວາມປິຕິຊົມຊື່ນຫລາຍ ” ໃນວຽກງານສັກວັກຊິນກັນໂຄວິດ -19, ຖ້າຮ່າໂນ້ຍ ຕ້ອງເສຍເວລາປະມານ 2,3 ເດືອນຈຶ່ງສັກວັກຊິນໃຫ້ປະຊາຊົນໄດ້ປະມານ 2,2 ຄົນ ແຕ່ໃນຊ່ວງເວລາເຮັ່ງຮ້ອນຄືແຕ່ວັນທີ 7 ກັນຍາ ຮອດວັນທີ 16 ກັນຍາ, ຮ່າໂນ້ຍ ສັກວັກຊິນໄດ້ 3 ລ້ານເຂັມ. ມາຮອດປະຈຸບັນ ນະຄອນ ໄດ້ສຳເລັດການສັກວັກຊິນເຂັມທີ 1 ໃຫ້ປະຊາຊົນເກືອບ 6 ລ້ານຄົນ ແລະ ພວມສືບຕໍ່ຍູ້ໄວການສັກວັກຊິນເຂັມທີ 2. ທ່ານນາງ ເຈີນທິຍິຫ່າ, ຫົວຫນ້າພະແນກສາທາລະນະສຸກ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ: “ ນີ້ແມ່ນບັ້ນສັກວັກຊິນ ຊື່ງພວກຂ້າພະເຈົ້າໄດ້ປະຕິບັດທັງເວັນ ແລະ ຄືນ . ບາງບ່ອນ ພວກຂ້າພະເຈົ້າສັກວັກຊິນໃຫ້ປະຊາຊົນຈົນຮອດ 2 ໂມງເຊົ້າ . ທຸກຮາກຖານສັກວັກຊິນກັນພະຍາດຢູ່ ເມືອງ , ຕາແສງ ທັງໝົດໃນນະຄອນ ລ້ວນແຕ່ປະຕິບັດການສັກວັກຊິນ ” ທ່ານ ຈູງອັກແອງ ປະທານ ຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ ການບຸລິມະສິດອັນດັບຫນຶ່ງ ແມ່ນຮັບປະກັນສຸຂະພາບ, ຄວາມປອດໄພໃຫ້ແກ່ປະຊາຊົນ ແຕ່ໃນຊຸມເດືອນຜ່ານມາ, ຮ່າໂນ້ຍ ຍັງຄົງປະຕິບັດການຮັກສາ, ພັດທະນາເສດຖະກິດສັງຄົມຢ່າງມີປະສິດທິຜົນ, ຮັບປະກັນຊີວິດການເປັນຢູ່ໃຫ້ປະຊາຊົນ. ພິເສດ ແຕ່ວັນທີ 16 ກັນຍາ ມາຮອດປະຈຸບັນ, ເມື່ອນະຄອນ ຜ່ອນຜັນການແຍກຫ່າງໃນເທື່ອລະກ້າວ, ຫັນຈາກສະພາບການ “ບໍ່ມີໂຄວິດ -19” ມາເປັນສະພາບຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ, ການເຄື່ອນໄຫວດ້ານເສດຖະກິດ ສັງຄົມຕ່າງໆຢູ່ບໍລິເວນນະຄອນພວມກັບຄືນສູ່ສະພາບປົກກະຕິ. ໃນຕົວຈິງສະແດງໃຫ້ເຫັນວ່າ ເຖິງວ່າ ໂລກລະບາດສັບສົນຄືແນວນັ້ນກໍຕາມ ແຕ່ບາງຂະແຫນງເສດຖະກິດ ຂອງນະຄອນຫລວງ ຍັງຄົງຮັກສາທ່າເຕີບໂຕຄື: ຂົງເຂດການເງິນ, ທະນາຄານ ເຕີບໂຕ 8,68%; ວິທະຍາສາດເຕັກໂນໂລຊີ ເພີ່ມຂຶ້ນ 5,54% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ການລ້ຽງສັດເຕີບໂຕດີສົມຄວນ, ຊີວິດການເປັນຢູ່ ຂອງປະຊາຊົນໄດ້ຮັບປະກັນ. ທ່ານ ຈູງອັກແອງ, ປະທານ ຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ: “ ນະຄອນ ຮ່າໂນ້ຍ ກໍ່ຄື ເມືອງຕ່າງໆ ໄດ້ມີຄວາມມານະພະຍາຍາມອັນໃຫຍ່ຫລວງ , ບໍ່ພຽງແຕ່ໃນການປ້ອງກັນຕ້ານໂລກລະບາດເທົ່ານັ້ນ ຫາກຍັງນັບທັງບັນດາມາດຕະການເສດຖະກິດສັງຄົມອີກດ້ວຍ . ກ່ຽວກັບການປ່ອຍເງິນ ຫລື ດຶງດູດການລົງທຶນ ແມ່ນວຽກງານຍາກທີ່ສຸດ ແຕ່ຮ່າໂນ້ຍ ຍັງບັນລຸໝາກຜົນເປັນຫນ້າຊື່ນຊົມ . ສິ່ງນີ້ເປັນການຊີ້ໃຫ້ເຫັນ ຄວາມເຊື່ອໝັ້ນຂອງພວກເຮົາ ແລະ ຈະສູ້ຊົນບັນລຸລະດັບສູງສຸດໃນຊຸມເດືອນທ້າຍປີ ”
TAG
VOV/VOVworld/ພັດທະນາເສດຖະກິດ/ປະຕິຮູບລະບຽບການບໍລິຫານ




.jpg)



