VOV WorldVOV World
NEPCON 2022 ມຸ່ງໄປເຖິງການຜະລິດຢ່າງກະທັດລັດ 4.0 ແລະ ພັດທະນາແບບຍືນຍົງ
27/09/2022 08:08
(VOVWORLD) - ພາຍຫລັງໂລກລະບາດໂຄວິດ 19, ຂະແຫນງເອເລັກໂຕນິກ ຫວຽດນາມ ໄດ້ມີການປ່ຽນແປງວ່ອງໄວ ດ້ວຍຄວາມຕ້ອງການນັບມື້ນັບສູງກ່ຽວກັບການຜະລິດ ແລະ ເຄື່ອນໄຫວຢ່າງກະທັດລັດ ເພື່ອຫລຸດຜ່ອນລາຍຈ່າຍ, ປະຢັດພະລັງງານ ແລະ ຫັນເປັນການເຄື່ອນໄຫວຜະລິດທີ່ມີປະສິດທິຜົນສູງສຸດ. ພ້ອມກັບບັນດາໝາກຜົນຂອງອຸດສາຫະກຳ 4.0, ວິສາຫະກິດ ຫວຽດນາມ ໄດ້ມານະພະຍາຍາມລົງທຶນ, ຊອກທິດພັດທະນາຢ່າງມີປະສິດທິຜົນເພື່ອເປີດກວ້າງຕະຫລາດ ແລະ ເຂົ້າເຖິງກາລະໂອກາດດຳເນີນທຸລະກິດສາກົນ ເຂົ້າຮ່ວມລະບົບສະຫນອງທົ່ວໂລກ.
NEPCON 2022 ມຸ່ງໄປເຖິງການຜະລິດຢ່າງກະທັດລັດ 4.0 ແລະ ພັດທະນາແບບຍືນຍົງ
ທ່ານ ຫວູຈ້ອງຕ່າຍ ຜູ້ອຳນວຍການໃຫຍ່ RX Tradex. (ພາບ:  nguonluc.com.vn ) ຕາມກົມລົງທຶນຕ່າງປະເທດ , ກະຊວງແຜນການ ແລະ ການລົງທຶນ ແລ້ວ , ນັບແຕ່ຕົ້ນປີ ມາຮອດປະຈຸບັນ ໄດ້ມີກວ່າ 578 ໂຄງການໃຫມ່ໄດ້ຮັບຫນັງສືອະນຸຍາດໃຫ້ລົງທຶນ , ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າໃນ 18 ຂະແຫນງການໃນຈຳນວນ 21 ຂະແຫນງເສດຖະກິດແຫ່ງຊາດ . ໃນນັ້ນ ມີຫລາຍໂຄງການຂອງຂະແຫນງອຸດສາຫະກຳເອເລັກໂຕນິກ . ບັນດາກຸ່ມບໍລິສັດໃຫຍ່ຄື : FOXCONN, Samsung, Apple ເລີ່ມຜະລິດ Ipad ຢູ່ ຫວຽດນາມ. ຈາກສິ່ງນັ້ນ ກໍສະແດງໃຫ້ເຫັນວ່າ ເມື່ອບັນດາຮົ້ວກີດຂວາງຈາກໂລກລະບາດໂຄວິດ 19 ຄ່ອຍໆໄດ້ຮັບການຄວບຄຸມ ແລະ ຄວາມຕ້ອງການການພົວພັນດ້ານການຄ້າ, ການຟື້ນຟູການຜະລິດນັບມື້ນັບເພີ່ມຂຶ້ນ... ຂະແຫນງອຸດສາຫະກຳເອເລັກໂຕນິກ ຂອງຫວຽດນາມ ພວມຢືນຢູ່ກາລະໂອກາດດີສຸດເພື່ອພັດທະນາ ແລະ ເຂົ້າຮ່ວມລະບົບສະຫນອງທົ່ວໂລກເລິກເຊິ່ງກວ່າ. ແຕ່ວັນທີ 14 – 16 ກັນຍາ ຢູ່ ຮ່າໂນ້ຍ, ໃນຂອບເຂດງານວາງສະແດງເອເລັກໂຕນິກສາກົນ NEPCON ຫວຽດນາມປີ 2022, ບໍລິສັດ RX Tradex ພ້ອມກັບສະຫະສະມາຄົມວິສາຫະກິດ ເອເລັກໂຕນິກ ຫວຽດນາມ ແລະ ສະຫະສະມາຄົມເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານ ສິງກະໂປ ໄດ້ຈັດຕັ້ງເວທີປາໄສເອເລັກໂຕນິກ ຫວຽດນາມ ປີ 2022 ດ້ວຍຫົວຂໍ້ “
TAG
VOV/VOVworld/ເຕັກໂນໂລຊີ/ເອເລັກໂຕນິກ