VOV WorldVOV World
ນັກທຸລະກິດ, ວິສາຫະກິດ ນະຄອນຫລວງ ຮ່າໂນ້ຍ ແມ່ນກຳລັງຫນູນພັດທະນາເສດຖະກິດ
18/10/2022 09:49
(VOVWORLD) -ປະຊາຄົມວິສາຫະກິດ, ນັກທຸລະກິດມີທີ່ຕັ້ງບົດບາດສຳຄັນພິເສດໃນພື້ນຖານເສດຖະກິດຂອງປະເທດຊາດ ເວົ້າລວມ, ນະຄອນຫລວງ ຮ່າໂນ້ຍ ເວົ້າສະເພາະ. ນີ້ແມ່ນກຳລັງຫລັກແຫລ່ງສ້າງຍອດຜະລິດຕະພັນພາຍໃນປະເທດ, ປະກອບສ່ວນປະຕິບັດຄາດໝາຍກ່ຽວກັບການເຕີບໂຕ, ການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ສ້າງວຽກເຮັດງານທຳໃຫ້ແກ່ຄົນງານ, ແກ້ໄຂບັນດາບັນຫາສະຫວັດດີການສັງຄົມຂອງນະຄອນຫລວງ ແລະ ປະເທດຊາດ.
ນັກທຸລະກິດ, ວິສາຫະກິດ ນະຄອນຫລວງ ຮ່າໂນ້ຍ ແມ່ນກຳລັງຫນູນພັດທະນາເສດຖະກິດ
  ທ່ານ ເຈີນສີແທງ ປະທານ ຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ.(ພາບ: danviet.vn )   ໄລຍະຜ່ານມາ, ຮູບພາບວິສາຫະກິດນະຄອນຫລວງ ພວມໃນທ່າຟື້ນຟູຢ່າງຈະແຈ້ງ, ສະແດງໃຫ້ເຫັນການພັດທະນາບຸກທະລຸ, ພັດທະນາຂອງຖັນແຖວນີ້ໃນສະພາບໂລກລະບາດໂຄວິດ 19 ໄດ້ຮັບການຄວບຄຸມ ເຖິງວ່າ ຍັງຄົງປະເຊີນຫນ້າກັບຄວາມຫຍຸ້ງຍາກ, ສິ່ງບໍ່ສະດວກ. ຕາມການສະຖິຕິ, 9 ເດືອນຂອງປີ 2022, ຮ່າໂນ້ຍ ມີເກືອບ 22.000 ວິສາຫະກິດຈົດທະບຽນສ້າງຕັ້ງໃຫມ່, ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ນອກນັ້ນ ມີກວ່າ 8.100 ວິສາຫະກິດກັບຄືນເຂົ້າສູ່ເຄື່ອນໄຫວ, ເພີ່ມຂຶ້ນ 0,3%. ບັນລຸໄດ້ຜົນງານດັ່ງກ່າວກໍ່ຍ້ອນມີການຫນູນຊ່ວຍ, ການຊີ້ນຳໂດຍກົງຂອງທຸກຂັ້ນຂະແຫນງການ. ຜ່ານນັ້ນ ຖັນແຖວນັກທຸລະກິດ, ວິສາຫະກິດກໍ່ໄດ້ມີບັນດາການປະກອບສ່ວນສຳຄັນເຂົ້າໃນຜົນງານລວມຂອງນະຄອນຫລວງ. ທີ່ການພົບປະກັບວິສາຫະກິດ ຮ່າໂນ້ຍ ເນື່ອງໃນໂອກາດວັນນັກທຸລະກິດ ຫວຽດນາມ 13 ຕຸລາ, ທ່ານ ເຈີນສີແທງ ປະທານ ຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ ຢັ້ງຢືນວ່າ ອຳນາດການປົກຄອງນະຄອນ ໃຫ້ຄຳໝັ້ນໝາຍຍາມໃດກໍ່ຈະຮ່ວມເດີນທາງພ້ອມກັບປະຊາຄົມວິສາຫະກິດ, ນັກທຸລະກິດ ນະຄອນຫລວງ.  “ ພັກ ແລະ ລັດ ມີຄວາມຕັດສິນຢ່າງສູງ ແລະ ຂ້ຽວຂາດ , ປ່ຽນແປງລະບົບການເມືອງເພື່ອເຮັດແນວໃດຈະສ້າງເງື່ອນໄຂດີທີ່ສຸດໃຫ້ປະຊາຄົມວິສາຫະກິດ . ເຖິງຢ່າງໃດກໍຕາມ ກໍຍັງຄົງປະສົບກັບຄວາມຫຍຸ້ງຍາກໃດຫນຶ່ງ . ພວກຂ້າພະເຈົ້າຍາມໃດກໍ່ກຳນົດວ່າຈະພະຍາຍາມຫລາຍກວ່າອີກ ພ້ອມກັບບັນດາວິສາຫະກິດແກ້ໄຂຢ່າງວ່ອງໄວ , ຊັດເຈນ , ປອດໄພເທົ່າທີ່ຈະເຮັດໄດ້ , ນັ້ນແມ່ນເປົ້າໝາຍສູງສຸດນະຄອນໄດ້ວາງອອກ ” . ຄວາມຈິງໃນໄລຍະຜ່ານມາ, ເປັນຕົ້ນແມ່ນໃນໄລຍະເກີດໂລກລະບາດໂຄວິດ 19, ປະຊາຄົມວິສາຫະກິດ, ນັກທຸລະກິດ ໄດ້ມີທີ່ຕັ້ງບົດບາດສຳຄັນພິເສດໃນພື້ນຖານເສດຖະກິດຂອງນະຄອນຫລວງ, ສົ່ງຜົນກະທົບຢ່າງໃຫຍ່ຫລວງເຖິງການຫັນປ່ຽນໂຄງປະກອບເສດຖະກິດກໍ່ຄືບັນດາບັນຫາຂອງຊີວິດສັງຄົມ. ໂດຍຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຖັນແຖວນັກທຸລະກິດ, ວິສາຫະກິດ ໄດ້ປະກອບສ່ວນສ້າງວຽກເຮັດງານທຳໃຫ້ຄົນງານ, ແກ້ໄຂບັນດາບັນຫາສະຫວັດດີສັງຄົມ. ທ່ານນາງ ຫງວຽນທິງາ, ປະທານ ສະພາບໍລິຫານກຸ່ມບໍລິສັດ BRG, ນັກທຸລະກິດດີເດັ່ນໃນ TOP10 ປີ 2022 ໃຫ້ຮູ້ວ່າ:  “ ໃນໄລຍະເກີດໂລກລະບາດໂຄວິດ 19, ເພື່ອຮັກສາວຽກເຮັດງານທຳໃຫ້ແກ່ຄົນງານ 22.000 ຄົນ ນັ້ນແມ່ນສິ່ງທົດສອບໃຫຍ່ຢ່າງແທ້ຈິງ . ແຕ່ກຸ່ມບໍລິສັດ BRG ຍາມໃດກໍ່ວາງອອກຄາດໝາຍ ນັ້ນແມ່ນ ກຳລັງຜະລິດແມ່ນສຳຄັນ ແລະ ຮັບປະກັນຊີວິດສັງຄົມໃຫ້ຄົນງານທຸກຄົນໃນກຸ່ມບໍລິສັດ . ສະນັ້ນ ພວກຂ້າພະເຈົ້າໄດ້ພະຍາຍາມຈັດຕັ້ງການຜະລິດເພື່ອຮັບປະກັນບໍ່ປະໃຫ້ຄົນງານຕ້ອງຢຸດງານ , ຮັກສາລາຍຮັບໃຫ້ເຂົາເຈົ້າ ຮັບປະກັນຊີວິດທີ່ເປັນປົກກະຕິເພື່ອຜ່ານຜ່າຄວາມຫຍຸ້ງຍາກ ” .
TAG
VOV/VOVworld/ປະຊາຄົມວິສາຫະກິດ/ການລົງທຶນດຳເນີນທຸລະກິດ