ຍຸດທະສາດການນຳເຂົ້າສົ່ງອອກສິນຄ້າໄລຍະແຕ່ປີ 2021 – 2030: ຖືຄຸນນະພາບການເຕີບໂຕແລະລັກສະນະຍືນຍົງເປັນສຳຄັນ
24/05/2022 14:41
(VOVWORLD) -ວັນທີ 19 ເມສາຜ່ານມາ, ທ່ານນາຍົກລັດຖະມົນຕີຫວຽດນາມໄດ້ເຊັນຂໍ້ຕົກລົງອະນຸມັດຍຸດທະສາດການນຳເຂົ້າສົ່ງອອກສິນຄ້າຮອດປີ 2030 ດ້ວຍເປົ້າໝາຍນຳເຂົ້າສົ່ງອອກແບບຍືນຍົງດ້ວຍໂຄງປະກອບດຸນດ່ຽງ, ກົມກຽວ, ເສີມຂະຫຍາຍທ່າໄດ້ປຽບການແກ້ງແຍ້ງ, ພັດທະນາເຄື່ອງໝາຍສິນຄ້າຫວຽດນາມ, ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດໃນລະບົບມູນຄ່າທົ່ວໂລກ,ແມ່ນກຳລັງຫນູນຂອງການເຕີບໂຕດ້ານເສດຖະກິດຢ່າງວ່ອງໄວແລະຍືນຍົງ. ໃນຍຸດທະສາດນີ້ ລັດຖະບານກໍ່ໄດ້ກຳນົດວິວັດການແລະບາດກ້າວເດີນຢ່າງລະອຽດກ່ຽວກັບການສົ່ງອອກ, ນຳເຂົ້າໃຫ້ແກ່ແຕ່ລະໄລຍະ(2021-2025 ແລະ 2025-2030), ພ້ອມທັງວາງອອກບັນດາມາດຕະການເພື່ອຜັນຂະຫຍາຍການປະຕິບັດ.

ພາບປະກອບ. baochinhphu.vn ເສດຖະກິດທົ່ວໂລກໃນຊຸມປີຈະມາເຖິງຄາດວ່າຈະສືບຕໍ່ມີການຜັນແປສັບສົນຍ້ອນຜົນສະທ້ອນຈາກການປະທະກັນດ້ານພູມສາດການເມືອງ, ສົງຄາມດ້ານການຄ້າ, ໂລກລະບາດ, ວິກິດການເສດຖະກິດ… ໃນສະພາບການນັ້ນ, ການສົ່ງອອກແມ່ນຫນຶ່ງໃນສາມເສົາຄ້ຳຂອງພື້ນຖານເສດຖະກິດຄວນໄດ້ຮັບປະກັນການເຕີບໂຕແບບຍືນຍົງໃນໄລຍະຍາວ, ຮຽກຮ້ອງຕ້ອງມີການອັບເດດແລະວາງແຜນກຳນົດການກຳນົດທິດນະໂຍບາຍໃຫມ່, ມາດຕະການພື້ນຖານມີລັກສະນະຍຸດທະສາດສຳລັບການເຄື່ອນໄຫວນຳເຂົ້າ, ສົ່ງອອກ. ທ່ານນາງຫງວຽນເກີມຈາງ, ຮອງຫົວຫນ້າກົມນຳເຂົ້າສົ່ງອອກ, ກະຊວງອຸດສາຫະກຳການຄ້າຫວຽດນາມໃຫ້ຮູ້ວ່າ: “ທົບທວນຄືນ 10 ປີແຫ່ງການປະຕິບັດຍຸດທະສາດການນຳເຂົ້າສົ່ງອອກສິນຄ້າໄລຍະ 2011-2020 , ການເຄື່ອນໄຫວນຳເຂົ້າສົ່ງອອກສິນຄ້າຂອງຫວຽດນາມບັນລຸໄດ້ບັນດາຜົນງານຫນ້າປະທັບໃຈ, ປະກອບສ່ວນສຳຄັນເຂົ້າໃນ ພາລະ ກິດ ແຫ່ງ ການປ່ຽນແປງໃຫມ່ ແລະພັດທະນາເສດຖະກິດຂອງປະເທດຊາດ. ເຖິງຢ່າງໃດກໍຕາມ, ຄຽງຂ້າງບັນດາໝາກຜົນທີ່ບັນລຸໄດ້ນັ້ນການເຄື່ອນໄຫວນຳເຂົ້າສົ່ງອອກສິນຄ້າໄລຍະ 2011 -2020 ຍັງບໍ່ທັນຂຸດຄົ້ນທ່າໄດ້ປຽບການແກ້ງແຍ້ງນຳເຂົ້າສົ່ງອອກທີ່ອີງໃສ່ເຕັກໂນໂລຊີ, ລະດັບສີມືດ້ານແຮງງານ, ການຄຸ້ມຄອງ ..ໄດ້ໝົດເພື່ອສ້າງໝວດສິນຄ້າສົ່ງອອກ ທີ່ ມີຄວາມສາມາດແກ້ງແຍ່ງສູງ, ເຕັກໂນໂລຊີສູງ, ມີຄວາມສາມາດເຂົ້າຮ່ວມຂອດ ການສ້າງ ມູນຄ່າເພີ່ມສູງໃນລະບົບການສະຫນອງ, ລະບົບມູນຄ່າທົ່ວໂລກ. ສະນັ້ນ ຍຸດທະສາດການນຳເຂົ້າສົ່ງອອກໃຫ້ແກ່ໄລຍະໃຫມ່ ໂດຍມີຄວາມເອົາໃຈໃສ່ເຖິງຄຸນນະພາບການເຕີບໂຕແລະລັກສະນະແບບຍືນຍົງຂອງການພັດທະນາການນຳເຂົ້າສົ່ງອອກ” ຍຸດທະສາດການນຳເຂົ້າສົ່ງອອກໄລຍະ2011-2030 ກໍ່ຄິດໄລ່ເຖິງບັນດາທ່າອ່ຽງໃຫມ່ໃນການຄ້າສາກົນ, ຂຸດຄົ້ນກຳລັງແຮງພາຍໃນຢ່າງມີປະສິດທິຜົນກໍ່ຄືບັນດາກາລະໂອກາດຂອງວິວັດການເຊື່ອມໂຍງ ພາຍຫລັງຫວຽດນາມເຂົ້າຮ່ວມຫລາຍສັນຍາການຄ້າເສລີລຸ້ນໃຫມ່, ຈາກນັ້ນ ກຳນົດບັນດາບຸລິມະສິດຍຸດທະສາດຂອງການເຄື່ອນໄຫວນຳເຂົ້າສົ່ງອອກ, ເລືອກເຟັ້ນບັນດາແຫລ່ງກຳລັງເພື່ອລົງທຶນພັດທະນາການນຳເຂົ້າສົ່ງອອກຕາມທິດຍືນຍົງ. ເລື່ອງລັດຖະບານວາງຄາດໝາຍ: ລະດັບການເຕີບໂຕນຳເຂົ້າສົ່ງອອກສິນຄ້າສະເລ່ຍ 6 – 7%/ປີໃນໄລຍະ2011-2030ອາດເວົ້າໄດ້ວ່າ ແມ່ນລະດັບບໍ່ສູງເມື່ອທຽບໃສ່ການເຕີບໂຕສະເລ່ຍໃນຫລາຍປີຜ່ານມາ ນັບທັງໃນໄລຍະຫຍຸ້ງຍາກທີ່ສຸດ, ຜົນກະທົບຈາກໂລກລະບາດໂຄວິດ 19, ການເຕີບໂຕສົ່ງອອກຍາມໃດບັນລຸລະດັບຢູ່ໃນ 2 ຕົວເລກ. ທ່ານນາງຫງວຽນເກີມຈາງໃຫ້ຮູ້ວ່າ: “ຄາດໝາຍລະດັບການເຕີບໂຕນຳເຂົ້າສົ່ງອອກສິນຄ້າສະເລ່ຍ 6-7%/ປີແມ່ນຄາດໝາຍສະເລ່ຍໃຫ້ແກ່ທັງໄລຍະ 2011-2030. ຄາດໝາຍລະອຽດ 2021-2025 ແມ່ນການເຕີບໂຕສົ່ງອອກສະເລ່ຍ 8-9%/ປີແລະໄລຍະ 2026- 2030 ແມ່ນການເຕີບໂຕສະເລ່ຍ 5-6%/ປີ. ພາຍຫລັງໝາກຜົນການເຕີບໂຕໃນໄລຍະຜ່ານມາ, ປະຈຸບັນຫວຽດນາມນອນໃນກຸ່ມບັນດາປະເທດມີຂອບຂະຫນາດການສົ່ງອອກ, ນຳເຂົ້າໃຫຍ່ຂອງໂລກ. ທັດສະນະຍຸດທະສາດໄລຍະຮອດປີ2030 ກໍ່ແມ່ນການພັດທະນາການນຳເຂົ້າສົ່ງອອກແບບຍືນຍົງ, ມຸ່ງໄປເຖິງຄຸນນະພາບການເຕີບໂຕ” ທ່ານນາງຫງວຽນເກີມຈາງ, ຮອງຫົວຫນ້າກົມນຳເຂົ້າສົ່ງອອກ. (ພາບ: VOV)
TAG
VOV/VOVworld/ການເຕີບໂຕ/ສັນຍາການຄ້າເສລີ




.jpg)



