ຍູ້ແຮງການເຊື່ອມຕໍ່ເພື່ອພັດທະນາເຂດເສດຖະກິດຈຸດສຸມທາງພາກໃຕ້
23/08/2022 07:10
(VOVWORLD) -ບົດບາດ ແລະ ການກຳນົດທິດພັດທະນາເຂດເສດຖະກິດຈຸດສຸມທາງພາກໃຕ້ຫວຽດນາມໄດ້ກຳນົດໃນຫຼາຍເອກະສານ, ມະຕິສຳຄັນຂອງ ພັກ, ລັດ ແລະ ລັດຖະບານຫຼາຍສະບັບ, ໃນນັ້ນມີມະຕິເລກທີ 53 (ປີ 2005) ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ແລະ ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດພາກໃຕ້ທາງທິດຕາເວັນອອກ ແລະ ເຂດເສດຖະກິດຈຸດສຸມພາກໃຕ້ ຮອດປີ 2010 ແລະ ການກຳນົດທິດຮອດປີ 2020. ໃນຊຸມປີຜ່ານມາ, ເຂດເສດຖະກິດຈຸດສຸມທາງພາກໃຕ້ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ, ພົ້ນເດັ່ນແມ່ນເລື່ອງ GRDP ແລະ ລາຍຮັບສະເລ່ຍຕໍ່ຫົວຄົນຍາມໃດກໍ່ຢືນຢູ່ແຖວໜ້າທົ່ວປະເທດ. ເຖິງຢ່າງໃດກໍ່ຕາມ, ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງເຂດໃຫ້ຫຼາຍກ່ວາອີກ, ມີຄຳເຫັນຫຼາຍຢ່າງຖືວ່າ ຍັງຕ້ອງມີວິທີການແກ້ໄຂບັນດາຂໍ້ຄົງຄ້າງທີ່ມີລັກສະນະເປັນເອກະພາບ. ໃນນັ້ນ, ຕ້ອງແຕ່ງຕັ້ງຜູ້ບັນຊາການໃຫຍ່ເພື່ອຮັກສາບົດບາດຊີ້ນຳບໍລິຫານໂດຍໄວ ເພື່ອເຊື່ອມຕໍ່, ປະສານງານລະຫວ່າງບັນດາທ້ອງຖິ່ນ, ແມ່ນບັນຫາທີ່ມີຄວາມຕ້ອງການທີ່ສຸດ.

ນະຄອນໂຮ່ຈີມິນເຂດເສດຖະກິດຈຸດສຸມທາງພາກໃຕ້ (ພາບ: tapchicongsan.org.vn )
TAG
VOV/VOVworld/ນະຄອນໂຮ່ຈີມິນ/ເຂດເສດຖະກິດຈຸດສຸມ




.jpg)



