ຍູ້ແຮງການປ່ອຍແຫລ່ງເງິນລົງທຶນພາກລັດເພື່ອກະຕຸກຊຸກຍູ້ການເຕີບໂຕເສດຖະກິດ
09/11/2021 08:49
(VOVWORLD) - ລັດຖະບານ ຫາກໍ່ປະກາດໃຊ້ມະຕິເລກທີ 128 ກ່ຽວກັບການກຳນົດຊົ່ວຄາວ “ການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ -19 ຢ່າງມີປະສິດທິຜົນ”. ປະຈຸບັນ ໂລກລະບາດ ໄດ້ຮັບການຄວບຄຸມໃນເບື້ອງຕົ້ນຢູ່ຈຸດຮ້ອນເຮັ່ງ ແມ່ນເຂດເສດຖະກິດພາກໃຕ້, ນີ້ໄດ້ຮັບຖືວ່າ ແມ່ນກາລະໂອກາດເພື່ອໃຫ້ເຂດນີ້ ກັບຄືນມາສູ່ບົດບາດນຳຫນ້າ, ນຳປະເທດຊາດກ້າວເຂົ້າສູ່ຊີວິດປົກກະຕິແບບໃຫມ່. ໃນນັ້ນ ສຸມໃສ່ປ່ອຍແຫງ່ເງິນລົງທຶນ, ຈຸດສຸມແມ່ນການລົງທຶນພາກລັດ ໂດຍໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກລັດຖະບານ ແລະ ຖືນີ້ແມ່ນໄມ້ງັດໃຫ້ແກ່ການຟື້ນຟູເສດຖະກິດຂອງປະເທດຊາດ.

ພາບປະກອບ ການຕັດສິນໃຈປ່ອຍເງິນລົງທຶນພາກລັດໃຫ້ໝົດເພື່ອສ້າງກຳລັງຫນູນຮັກສາການເຕີບໂຕ ແລະ ຟື້ນຟູເສດຖະກິດ ກໍ່ແມ່ນຄວາມຮຽກຮ້ອງຕ້ອງການຊຶ່ງບັນດາທ້ອງຖິ່ນມີຄວາມເອົາໃຈໃສ່ເປັນພິເສດ. ຢູ່ ແຂວງ ກວ໋າງນີງ, ແຂວງນີ້ໄດ້ຮຽກຮ້ອງການປ່ອຍ 100% ເງິນລົງທຶນພາກລັດໃນປີນີ້, ຊ່ວຍນຳຍອດການລົງທຶນທົ່ວສັງຄົມຢູ່ທ້ອງຖິ່ນນີ້ ໃຫ້ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີກາຍ, ສູ້ຊົນປະຕິບັດສຳເລັດຄາດໝາຍການເຕີບໂຕ ຍອດຜະລິດຕະພັນພາຍແຂວງ (GRDP) ປີນີ້ ຢູ່ໃນລະດັບ ສອງຕົວເລກ. ທ່ານ ກາວເຕື່ອງຮູຍ, ຮອງປະທານຜູ້ປະຈຳການ ຄະນະກຳມະການປະຊາຊົນ ແຂວງ ກວ໋າງນີງ ເນັ້ນຫນັກວ່າ: ກວ໋າງນີງ ຜັນຂະຫຍາຍບັນດາໂຄງການລົງທຶນພາກລັດຢ່າງຂ້ຽວຂາດ, ເປັນຕົ້ນແມ່ນບັນດາກິດຈະກຳຈຸດສຸມ ແລະ ສ້າງທຸກເງື່ອນໄຂເພື່ອໃຫ້ບັນດາໂຄງການນີ້ໄດ້ຮັບການຜັນຂະຫຍາຍຖືກຕາມແຜນການທີ່ວາງອອກ.
TAG
VOV/VOVworld/ປ່ອຍເງິນ/ຄວາມຄືບຫນ້າ




.jpg)



