ຍູ້ແຮງການສົ່ງອອກເພື່ອບັນລຸຄາດໝາຍການເຕີບໂຕ 6% ໃນ ປີ 2023
28/06/2023 04:11
(VOVWORLD) - 5 ເດືອນຕົ້ນປີ 2023, ວົງເງິນສົ່ງອອກຂອງ ຫວຽດນາມ ປະສົບກັບຄວາມຫຍຸ້ງຍາກ ແລະ ມີຫລາຍປະເພດສິນຄ້າສົ່ງອອກຫລັກແຫລ່ງ ມີການຫລຸດລົງ. ເຖິງຢ່າງໃດກໍຕາມ, ດ້ວຍສັນຍານທີ່ດີຂຶ້ນຂອງບັນດາປະເພດສິນຄ້າກະສິກຳເຊັ່ນ: ເຂົ້າສານ, ຜັກ ໝາກໄມ້; ການສົ່ງອອກໃນເດືອນພຶດສະພາແມ່ນເຕີບໂຕສູງກວ່າເດືອນ ເມສາ; ການສົ່ງອອກເກີນດຸນ 5 ເດືອນບັນລຸເກືອບ 10 ຕື້ USD, ສະພາບເງິນເຟີ້ຢູ່ບາງຕະຫຼາດຫຼຸດລົງ, ຄວາມຕ້ອງການນຳເຂົ້າສິນຄ້າເພີ່ມຂຶ້ນ… ຄຽງຄູ່ກັບຄວາມມານະພະຍາຍາມຂອງບັນດາວິສາຫະກິດ, ສະຫະສະມາຄົມ, ຂະແຫນງສິນຄ້າຂອງຫວຽດນາມ, ຄາດຄະເນວ່າ ການເຄື່ອນໄຫວສົ່ງອອກຂອງຫວຽດນາມ ຈະຟື້ນຕົວຄືນໃໝ່ໃນ 6 ເດືອນທ້າຍປີ.

ພາບປະກອບ: moit.gov.vn ໃນ 5 ເດືອນຕົ້ນປີນີ້, ມູນຄ່າການນຳເຂົ້າ ແລະ ສົ່ງອອກຂອງຫວຽດນາມບັນລຸກວ່າ 262,5 ຕື້ USD, ຫຼຸດລົງເກືອບ 15% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນການສົ່ງອອກໄດ້ຫຼຸດລົງ 11,6%.ການສົ່ງອອກສ່ວນໃຫຍ່ຂອງຫວຽດນາມໃນຊຸມເດືອນຕົ້ນປີໄດ້ຫຼຸດລົງຍ້ອນຜົນກະທົບຂອງເສດຖະກິດຖົດຖອຍຢູ່ຫຼາຍປະເທດ ແລະ ເຂດແຄ້ວນ ເຮັດໃຫ້ຄວາມຕ້ອງການສິນຄ້ານໍາເຂົ້າຫຼຸດລົງ… ເຖິງຢ່າງໃດກໍຕາມ, ນັບແຕ່ນີ້ຮອດທ້າຍປີ, ການສົ່ງອອກຂອງຫວຽດນາມຈະເຕີບໂຕຄືນໃຫມ່, ຂະນະທີ່ ເດືອນພຶດສະພາ, ວົງເງິນສົ່ງອອກບັນລຸກວ່າ 29 ຕື້ USD, ເພີ່ມຂຶ້ນກວ່າ 4,3% ເມື່ອທຽບໃສ່ເດືອນກ່ອນ. ພິເສດ, ມີຫລາຍປະເພດສິນຄ້າສົ່ງອອກໄດ້ຍາດແຍ່ງເອົາທ່າໄດ້ປຽບຂອງສັນຍາການຄ້າເສລີສະບັບໃໝ່. ດຸ່ນການຄ້າສືບຕໍ່ມີການສົ່ງອອກເກີນດຸນເກືອບ 10 ຕື້ USD, ແມ່ນຈຸດພົ້ນເດັ່ນ ຊື່ງທ່ານ ເຈີ່ນແທງຫາຍ, ຮອງຫົວໜ້າກົມນຳເຂົ້າ-ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ກ່າວເຖິງເມື່ອເວົ້າເຖິງການເຄື່ອນໄຫວສົ່ງອອກ 5 ເດືອນຕົ້ນປີນີ້: “ໝາກຜົນຂອງການນຳເຂົ້າ ແລະ ສົ່ງອອກໃນ 5 ເດືອນຕົ້ນປີ, ພວກຂ້າພະເຈົ້າຄາດວ່າ ການສົ່ງອອກເກີນດຸນບັນລຸປະມານ 10 ຕື້ USD. ຕົວເລກນີ້ຍັງມີຄວາມໝາຍທີ່ຈະຊ່ວຍໃຫ້ຫວຽດນາມ ຮັກສາດຸ່ນເງິນຕາຕ່າງປະເທດໃຫ້ມີສະຖຽນລະພາບ… ເບິ່ງໃນແງ່ພື້ນຖານ, ພວກເຮົາເຫັນວ່າດຸນການຄ້າຢູ່ໃນລະດັບດັ່ງກ່າວກໍ່ແມ່ນໃນລະດັບ ປົກກະຕິ ”. ບາງປະເພດສິນຄ້າແມ່ນຜະລິດຕະພັນກະເສດ ແລະ ໝາກໄມ້ຂອງຫວຽດນາມ ໄດ້ເຂົ້າລະດູການເກັບກູ້ແລ້ວ, ໃນນັ້ນ ໝາກລີ້ນຈີ່ເລີ່ມເກັບກູ້ແຕ່ເດືອນມິຖຸນານີ້, ບັນດາວິສາຫະກິດ ຫວຽດນາມ ໄດ້ມານະພະຍາຍາມຊຸກຍູ້ການນຳໝາກລີ້ນຈີ່ ຢູ່ ບັກຢາງ, ສົ່ງອອກໄປຍັງຕະຫຼາດຈຳນວນໜຶ່ງ, ເຊັ່ນ: ຍີ່ປຸ່ນ, ເອີຣົບແລະສະຫະລັດ. ຕາມຜູ້ຕາງໜ້າຫ້ອງການການຄ້າຫວຽດນາມຢູ່ຕ່າງປະເທດແລ້ວ, ຄວາມຮຽກຮ້ອງຕ້ອງການຂອງຕະຫຼາດສົ່ງອອກນັບມື້ນັບເຄັ່ງຄັດ, ພິເສດແມ່ນຂໍ້ກຳນົດກ່ຽວກັບຄວາມປອດໄພດ້ານອາຫານ, ຄວາມເປັນມິດກັບສິ່ງແວດລ້ອມ, ມາດຕະຖານການປ່ອຍອາຍພິດ... ທ່ານ ກາວຊວນທັງ, ຫົວຫນ້າຫ້ອງການການຄ້າ ຫວຽດນາມ ປະຈຳ ສິງກະໂປ ເວົ້າວ່າ: “ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຢູ່ ທ້ອງຖິ່ນ, ບັນດາສະຫະສະມາຄົມ ແລະ ວິສາຫະກິດຕ້ອງຄຸ້ມຄອງຂັ້ນຕອນການຜະລິດຢ່າງເຂັ້ມງວດ, ນັບແຕ່ການປູກຝັງຕະຫລອດຮອດການເກັບກ່ຽວ, ເພື່ອໃຫ້ຜະລິດຕະພັນກະເສດ, ສະບຽງອາຫານຕ້ອງຮັບປະກັນບັນດາຂໍ້ກຳນົດກ່ຽວກັບຄຸນນະພາບການສົ່ງອອກ. ນີ້ແມ່ນສິ່ງສໍາຄັນ ເພາ ະ ວ່າ ພວກເຮົາພວມປະຕິບັດການເຄື່ອນໄຫວສົ່ງເສີມການຄ້າ. ຢ່າງໃດກໍ່ຕາມ, ຖ້າຫາກ ຜະລິດຕະພັນຂອງພວກເຮົາບໍ່ຕອບສະຫນອງຄວາມຕ້ອງການດ້ານຄຸນນະພາບ, ກໍ່ ອາດຈະປະສົບກັບຄວາມຫຍຸ້ງຍາກເມື່ອແຊກຊຶມຕະຫຼາດຕ່າງປະເທດ, ໂດຍສະເພາະໃນປະເທດທີ່ພັດທະນາ” . ສຳລັບສິນໃນນ້ຳ, ເປັນປະເພດສິນຄ້າສົ່ງອອກຫລັກແຫລ່ງຂອງຫວຽດນາມ, ໃນ 5 ເດືອນຕົ້ນປີ, ມູນຄ່າການສົ່ງອອກບັນລຸເກືອບ 3,5 ຕື້ USD, ຫຼຸດລົງເກືອບ 26% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເຖິງຢ່າງໃດກໍຕາມ, ຕົວເລກນີ້ບໍ່ເປັນຫນ້າກັງວົນ, ເພາະວ່າປີກາຍນີ້, ຂະແຫນງສິນໃນນ້ຳຂອງຫວຽດນາມ ໄດ້ເຕີບໂຕບຸກທະລຸຂຶ້ນເກືອບ 11 ຕື້ USD. ເພື່ອບັນລຸຄາດໝາຍວົງເງິນສົ່ງອອກໃຫ້ໄດ້ 10 ຕື້ USD ໃນປີນີ້, ຂະແໜງສິນໃນນ້ຳຂອງຫວຽດນາມ ໄດ້ເປັນເຈົ້າການໃນການຫັນຕະຫລາດສົ່ງອອກເປັນຫຼາກຫຼາຍຮູບແບບ; ເພີ່ມທະວີການສົ່ງເສີມການຄ້າຢູ່ບັນດາຊ່ອງຄ້າຂາຍທາງເອເລັກໂຕນິກ… ທ່ານນາງ ເລຮັ່ງ, ຜູ້ອຳນວຍການສື່ສານຂອງສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຂອງຫວຽດນາມ (VASEP), ໃຫ້ຮູ້ວ່າ: ສັນຍາການຄ້າເສລີບໍ່ພຽງແຕ່ເປີດກາລະໂອກາດສົ່ງອອກເທົ່ານັ້ນ ຫາກຍັງຊ່ວຍໃຫ້ ຫວຽດນາມເປັນເຈົ້າການວັດຖຸດິບໃນການຜະລິດ. ຂະແຫນງສິນໃນນ້ຳພວມມານະພະຍາຍາມປະກອບສ່ວນເຂົ້າໃນຄາດໝາຍເຕີບໂຕການສົ່ງອອກຂອງຫວຽດນາມໃນປີນີ້. ທ່ານນາງ ເລຮັ່ງ ຜູ້ອຳນວຍການຮັບຜິດຊອບດ້ານສື່ສານຂອງສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຂອງຫວຽດນາມ (VASEP), ພາບ: Uyên Hương/BNEWS/TTXVN
TAG
VOV/VOVworld/ການສົ່ງອອກສິນຄ້າ/ປະເພດສິນຄ້າ




.jpg)



