VOV WorldVOV World
ຜະລິດຕະພັນ OCOP: ກາລະໂອກາດທີ່ດີເພື່ອໂຄສະນາຜະລິດຕະພັນເຖິງຜູ້ບໍລິໂພກ
07/06/2022 12:00
(VOVWORLD) -“ຫນຶ່ງຕາແສງຫນຶ່ງຜະລິດຕະພັນ” (OCOP)ແມ່ນໂຄງການພັດທະນາເສດຖະກິດເຂດຊົນນະບົດຕາມທິດເສີມຂະຫຍາຍກຳລັງແຮງພາຍໃນ ແລະ ເພີ່ມມູນຄ່າຜະລິດຕະພັນ. ໂຄງການນີ້ໄດ້ຮັບການຜັນຂະຫຍາຍໃນທົ່ວປະເທດນັບແຕ່ປີ 2018 ດ້ວຍເປົ້າໝາຍພັດທະນາບັນດາຮູບການຈັດຕັ້ງການຜະລິດ, ດຳເນີນທຸລະກິດເພື່ອຜະລິດອອກບັນດາຜະລິດຕະພັນທີ່ເປັນມູນເຊື້ອ, ການບໍລິການມີທ່າໄດ້ປຽບບັນລຸມາດຕະຖານ, ມີຄວາມສາມາດແກ້ງແຍ່ງຢູ່ຕະຫລາດພາຍໃນປະເທດ ແລະ ສາກົນ, ປະກອບສ່ວນພັດທະນາເສດຖະກິດເຂດຊົນນະບົດ. ຜ່ານການພັດທະນາການຜະລິດຢູ່ເຂດຊົນນະບົດກໍໄດ້ປະກອບສ່ວນໃນການປະຕິບັດການຫັນເຂດຊົນນະບົດເປັນອຸດສາຫະກຳ ແລະ ທັນສະໄຫມ, ຊຸກຍູ້ການຫັນປ່ຽນໂຄງປະກອບແຮງງານຢູ່ຊົນນະບົດຢ່າງເໝາະສົມ, ປົກປັກຮັກສາສິ່ງແວດລ້ອມ ແລະ ອະນຸລັກຮັກສາບັນດາຄຸນຄ່າທີ່ເປັນມູນເຊື້ອອັນດີງາມຂອງຊົນນະບົດ ຫວຽດນາມ.
ຜະລິດຕະພັນ OCOP: ກາລະໂອກາດທີ່ດີເພື່ອໂຄສະນາຜະລິດຕະພັນເຖິງຜູ້ບໍລິໂພກ
ຮ້ານວາງສະແດງ ແລະ ຂາຍຜະລິດຕະພັນ  OCOP ຂອງ ແຂວງເຊີນລາ. (ພາບ: ເລຮົ່ງ) ພາຍຫລັງ 4 ປີແຫ່ງການຜັນຂະຫຍາຍ ໂຄງການ OCOP, ດ້ວຍເປົ້າໝາຍພັດທະນາເສດຖະກິດຢ່າງວ່ອງໄວ, ຍືນຍົງ, ບັນດາທ້ອງຖິ່ນໃນທົ່ວປະເທດສຸມໃສ່ພັດທະນາຍົກສູງມູນຄ່າເສດຖະກິດໃນການຜະລິດກະສິກຳ ປ່າໄມ້, ພັດທະນາກະສິກຳເຕັກໂນໂລຊີສູງ, ຜະລິດສິນຄ້າ, ພັດທະນາອຸດສາຫະກຳປຸງແຕ່ງຢ່າງແຮງເທື່ອລະກ້າວ; ພັດທະນາກະສິກຳ ປ່າໄມ້ຕິດພັນກັບການເຄື່ອນໄຫວການທ່ອງທ່ຽວ; ພັດທະນາບັນດາຜະລິດຕະພັນພິເສດຂອງທ້ອງຖິ່ນ, ຜະລິດຕະພັນຫລັກ, OCOPແລະ ຜະລິດຕະພັນປອດສານພິດ. ເຊີນລາ ແມ່ນຫນຶ່ງໃນບັນດາເຂດຜະລິດ ຜະລິດຕະພັນກະເສດຈຸດສຸມຂອງພາກເຫນືອ. ປະຈຸບັນ ທົ່ວແຂວງ ມີກວ່າ 84.000 ເຮັກຕາປູກຕົ້ນໄມ້ກິນຫມາກບັນດາປະເພດ, ການຜະລິດຄາດວ່າບັນລຸໄດ້ເກືອບ 450.000ໂຕນ/ປີ; ມີ 24 ຜະລິດຕະພັນກະເສດໄດ້ຮັບຫນັງສືປົກປ້ອງຈາກກົມຊັບສິນທາງປັນຍາ ແລະໄດ້ຮັບ 220 ລະຫັດຂອງເຂດປູກ; ນອກນັ້ນ ມີ 4.800 ເຮັກຕາຕົ້ນໄມ້ກິນໝາກຮັບໃຊ້ການສົ່ງອອກ, ກໍ່ສ້າງ, ຮັກສາ ແລະ ຂະຫຍາຍ 235 ລະບົບສະຫນອງອາຫານຈາກຜະລິດຕະພັນ, ສິນໃນນ້ຳຢ່າງປອດໄພ. ມາຮອດປະຈຸບັນ ແຂວງ ເຊີນລາ ມີກວ່າ 80 ຜະລິດຕະພັນ OCOP. ທ່ານ ຫງວຽນແທ່ງກົງ, ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ເຊີນລາ ໃຫ້ຮູ້ວ່າ:  “ພວກຂ້າພະເຈົ້າຢັ້ງຢືນວ່າ ຈາກໂຄງການ
TAG
VOV/VOVworld/ຜະ​ລິດ​ຕະ​ພັນOCOP/ພັດ​ທະ​ນາ​ເສດ​ຖະ​ກິດ