ຕອນບ່າຍວັນທີ 28 ເມສາ, ຢູ່ນະຄອນຫ໋າຍຝ່ອງ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ແລະ ຄະນະຜູ້ແທນສະມາຊິກສະພາແຫ່ງຊາດ ນະຄອນຫ໋າຍຝ່ອງ ໄດ້ຈັດການພົບປະກັບຜູ້ມີສິດເລືອກຕັ້ງພາຍຫຼັງກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XVI. ການພົບປະກັບຜູ້ມີສິດເລືອກຕັ້ງໄດ້ຈັດຂຶ້ນແບບທາງໄກ ເຊື່ອມຕໍ່ກັບ 114 ຕາແສງ, ເຂດພິເສດ ຂອງນະຄອນ ຫ໋າຍຝ່ອງ.
ທີ່ການພົບປະກັບຜູ້ມີສິດເລືອກຕັ້ງ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຖືວ່າ ໃນສະພາບການໂລກສືບຕໍ່ມີການຜັນແປຢ່າງວ່ອງໄວ, ສັບສົນ, ລັດຖະບານໄດ້ຊີ້ນຳຢ່າງຂ້ຽວຂາດຜັນຂະຫຍາຍ, ຫັນບັນດາມະຕິຂອງກົມການເມືອງ, ສະພາແຫ່ງຊາດເປັນຕົວຈິງ ຫັນເປັນລະບອບລະບຽບການ ແລະ ທັນການ, ຄົບຊຸດ; ຊີ້ນຳສະເໜີວິທີການຫຼຸດຜ່ອນ, ປະຕິຮູບການປະຕິບັດລະບຽບການບໍລິຫານ, ເງື່ອນໄຂດຳເນີນທຸລະກິດ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງລຸລ່ວງ, ແກ້ໄຂຂໍ້ຕິດຂັດກ່ຽວກັບທີ່ດິນ, ໂຄງການຍັງຄົງຄ້າງ, ຊຸກຍູ້ການບັນລຸລະດັບການເຕີບໂຕ 2 ຕົວເລກ. ທ່ານໃຫ້ຮູ້ວ່າ:
ໃນໄລຍະອັນສັ້ນໆ, ປະກາດໃຊ້ກົນໄກນະໂຍບາຍພິເສດ, ບຸກທະລຸເພື່ອສືບຕໍ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນບັນດາໂຄງການທີ່ດິນ ແລະ ໂຄງການຍັງຄົງຄ້າງ. ຖ້າຕັດສິນໃຈປະຕິບັດ ແລະ ປະຕິບັດເປັນຢ່າງດີ, ມີປະສິດທິຜົນ, ແນ່ນອນວ່າ ມີແຫຼ່ງກຳລັງທີ່ຍິງໃຫຍ່ຈະນຳເຂົ້າການຜະລິດດຳເນີນທຸລະກິດ. ຜ່ານນັ້ນ, ໜຶ່ງໃນບັນດາບັນຫາໃຫຍ່ນັ້ນແມ່ນສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ວິສາຫະກິດ ແລະ ປະຊາຊົນ.
ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ໃນອາທິດນີ້, ລັດຖະບານຈະປະກາດໃຊ້ມະຕິແນະນຳ, ໃນນັ້ນເປັນເຈົ້າການສະເໜີການຍົກລະດັບອາກອນລາຍຮັບຂອງຄອບຄົວດຳເນີນທຸລະກິດ, ສ່ວນບຸກຄົນແຕ່ 500 ລ້ານດົ່ງ (ປະມານ 19.000USD) /ປີ ຂຶ້ນເຖິງ 1 ຕື້ດົ່ງ (38.000 USD)/ປີ





