ຕອນບ່າຍວັນທີ 27 ເມສາ, ຢູ່ທຳນຽບປະທານປະເທດ, ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ໄດ້ພົບປະກັບຄະນະຜູ້ແທນປະທານກຳມະບານດີເດັ່ນ ໃນວຽກງານການຕ່າງປະເທດ ແລະ ການເຈລະຈາລວມໝູ່ປີ 2026. ກ່າວຄຳເຫັນທີ່ການພົບປະ, ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ສະເໜີໃຫ້ສະຫະພັນໃຫຍ່ແຮງງານ ຫວຽດນາມ ສືບຕໍ່ປ່ຽນແປງໃໝ່ການຈັດຕັ້ງ ແລະ ວິທີການເຄື່ອນໄຫວກຳມະບານຢ່າງແຮງຕາມທິດກະທັດລັດ, ມີປະສິດທິຜົນ, ປະສິດທິຜົນ, ມຸ່ງໄປເຖິງຮາກຖານ, ຖືສະມາຊິກກຳມະບານ ແລະ ຜູ້ອອກແຮງງານເປັນໃຈກາງ. ທ່ານນາງ ໃຫ້ຮູ້ວ່າ: ໃນບັນດາຄວາມຮຽກຮ້ອງຕ້ອງການໃໝ່, ຕ້ອງຄິດເຖິງແບບວິທີ, ວິທີການເຄື່ອນໄຫວຂອງອົງການກຳມະບານໃນສະພາບການໃໝ່. ນັ້ນແມ່ນພວກເຮົາຕ້ອງຍົກສູງລະດັບຄວາມຮູ້, ຄວາມສາມາດ, ຄວາມເຂົ້າໃຈຢ່າງບໍ່ຢຸດຢັ້ງ ແລະ ນັບທັງທັກສະທີ່ຈຳເປັນ, ໃນນັ້ນທັກສະແມ່ນສຳຄັນທີ່ສຸດແມ່ນການໂອ້ລົມ ແລະ ເຈລະຈາລວມໝູ່. ຕ້ອງກຳແໜ້ນບັນດາແຜນນະໂຍບາຍ, ນະໂຍບາຍກົດໝາຍຂອງພັກ, ຂອງລັດ, ຕ້ອງເຂົ້າໃຈສະພາບການພັດທະນາເສດຖະກິດຂອງປະເທດ, ຫັນປ່ຽນຮູບແບບເສດຖະກິດຂອງປະເທດໃນປັດຈຸບັນຄືແນວໃດ, ການຫັນເປັນສີຂຽວ, ຫັນເປັນດີຈີຕອນຄືແນວໃດ?
ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ປາດຖະໜາວ່າກຳມະບານຮາກຖານຕ້ອງຕິດແທດກັບຮາກຖານກວ່າ ແລະເປັນປະຈຳກວ່າ, ກຳແໜ້ນແນວຄິດຈິດໃຈ, ຄວາມມຸ່ງຫວັງ, ເບິ່ງແຍງດູແລ, ປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານຢ່າງທັນການ; ປະສານສົມທົບກັນຈັດຕັ້ງບັນດາຂະບວນການແຂ່ງຂັນຮັກຊາດ, ພັດທະນາສະມາຊິກກຳມະບານ, ສ້າງຖັນແຖວພະນັກງານກຳມະການໃຫ້ເຂັ້ມແຂງ, ຍູ້ແຮງການໂຄສະນາເຜີຍແຜ່, ການສຶກສາ ແລະ ໝູນໃຊ້ກການຫັນເປັນດີຈີຕອນ, ຍົກສູງຄຸນນະພາບການເຄື່ອນໄຫວກຳມະບານໃນສະພາບການໃໝ່.







