VOV WorldVOV World
ພັດ​ທະ​ນາ​ຕົ້ນ​ໂສມ ແລະ ວິ​ທີ​ສ້າງ​ຄວາມ​ຮັ່ງ​ມີ​ຂອງ​ປະ​ຊາ​ຊົນ​ເຂດ​ພູ​ສູງ ລາຍ​ເຈົາ
06/05/2023 07:00
(VOVWORLD) - ໄປພ້ອມກັບການພັດທະນາຂອງຕົ້ນຢາສະໝູນໄພທ້ອງຖິ່ນຄື ກະວານ (ໝາກແໜ່ງ), ຕີນຮຸ້ງດອຍ… ປັດຈຸບັນນີ້, ປະຊາຊົນເຂດພູສູງ ແຂວງ ລາຍເຈົາ ພວມໄດ້ສຸມໃສ່ເປີດກວ້າງເນື້ອທີ່ປູກຕົ້ນໂສມ. ມາຮອດປັດຈຸບັນ, ບັນດາວິສາຫະກິດ, ສ່ວນບຸກຄົນຢູ່ທ້ອງຖິ່ນ ປູກຕົ້ນໂສມໄດ້ກວ່າ 100 ເຮັກຕາ, ໃນເບື້ອງຕົ້ນ ກໍນຳມາເຊິ່ງສະມັດຕະພາບສູງດ້ານເສດຖະກິດ ເມື່ອທຽບໃສ່ການປູກຕົ້ນໄມ້ຊະນິດອື່ນໆ. ໄປຄຽງຄູ່ກັບການລົງທຶນເປີດກວ້າງເນື້ອທີ່ປູກແລ້ວ, ປະຊາຊົນເຂດພູສູງກຳລັງປູກຕົ້ນໂສມຕາມຂັ້ນຕອນແບບຄົບວົງຈອນ ເພື່ອນຳມາເຊິ່ງປະສິດທິຜົນແບບຍືນຍົງ.
ພັດ​ທະ​ນາ​ຕົ້ນ​ໂສມ ແລະ ວິ​ທີ​ສ້າງ​ຄວາມ​ຮັ່ງ​ມີ​ຂອງ​ປະ​ຊາ​ຊົນ​ເຂດ​ພູ​ສູງ ລາຍ​ເຈົາ
ເມື່ອປີ 2018, ມີເທື່ອໜຶ່ງ ອ້າຍ ເຕິນຊ່າຍຍ່ວນ, ຢູ່ບ້ານ ສິນຈາຍ, ຕາແສງ ສີ່ເຫຼີເຫຼົ່າ, ເມືອງ ຟອງໂຖ, ແຂວງ ລາຍເຈົາ ເຂົ້າໄປປ່າ ແລ້ວເຫັນມີຕົ້ນໄມ້ຊະນິດໜຶ່ງທີ່ແປກໆ. ລາວກໍສຶກສາຄົ້ນຄວ້າ ແລະ ຮູ້ວ່າ ນີ້ແມ່ນຕົ້ນໂສມປ່າ, ຕົ້ມນ້ຳກິນຈະມີຜົນດີຕໍ່ສຸຂະພາບ. ສະນັ້ນ ອ້າຍ ຍ່ວນ ຈຶ່ງເອົາເມືອປູກຢູ່ສວນບ້ານ. ນັບແຕ່ນັ້ນມາ, ສວນໂສມທີ່ມີເນື້ອທີ່ກວ່າ 400m2 ຂອງຄອບຄົວອ້າຍໃນເບື້ອງຕົ້ນ ກໍມີຫຼາຍຄົນຖາມຊື້.
TAG
VOV/VOVworld/​ຕົ້ນ​ໂສມ/ລາຍ​ເຈົາ/ຢາ​ສະ​ໝູນ​ໄພ