ພັດທະນາເສດຖະກິດກະສິກຳ: ຢັ້ງຢືນບົດບາດ, ທີ່ຕັ້ງ ຂອງກະສິກຳ, ຊົນນະບົດ ແລະ ຊາວກະສິກອນ
15/03/2022 16:00
(VOVWORLD) ດ້ວຍລະດັບການເຕີບໂຕ 2,9%, ລະດັບ GDP ຂອງຂະແຫນງກະສິກຳ ຍັງສູງກວ່າລະດັບການເຕີບໂຕຂອງທົ່ວປະເທດໃນປີ 2021, ນີ້ແມ່ນປະຖົມປັດໄຈເພື່ອໃຫ້ຂະແຫນງກະສິກຳສ້າງກຳລັງຫນູນແກ່ການເຕີບໂຕ ຫວຽດນາມ ໃນປີ 2022.

ບົດບາດຂອງກະສິກຳໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນ 2 ປີຖືກໂລກລະບາດໂຄວິດ 19 ທີ່ສົ່ງຜົນກະທົບຢ່າງຫນັກຫນ່ວງຕໍ່ທັງໝົດພື້ນຖານເສດຖະກິດ, ສະນັ້ນ ກະສິກຳສວມບົດບາດແມ່ນ “ເສົາຄ້ຳ” ເພື່ອນຳພື້ນຖານເສດຖະກິດຜ່ານຫລາຍໄລຍະຫຍຸ້ງຍາກທີ່ສຸດ. ປີ 2022, ແມ່ນປີມີຄວາມໝາຍສຳຄັນພິເສດສຳລັບຂະແຫນງກະສິກຳ, ສ້າງພື້ນຖານປະຕິບັດບັນດາເປົ້າໝາຍ, ຍຸດທະສາດພັດທະນາເສດຖະກິດ ສັງຄົມ ໄລຍະ 10 ປີຄືແຕ່ປີ 2021 – 2030 ແລະ ແຜນການພັດທະນາເສດຖະກິດ ສັງຄົມໄລຍະ 5 ປີຄືແຕ່ປີ 2021 – 2025; ທົ່ວຂະແຫນງສຸມໃສ່ປະຕິບັດຢ່າງຂ້ຽວຂາດການສ້າງໂຄງປະກອບຄືນໃຫມ່ ຕາມທິດຍົກສູງມູນຄ່າເພີ່ມ ແລະ ພັດທະນາແບບຍືນຍົງ ຕິດພັນກັບການຫັນປ່ຽນຮູບແບບເຕີບໂຕ ແລະ ກໍ່ສ້າງຊົນນະບົດໃຫມ່ ເພື່ອແນໃສ່ມຸ່ງໄປເຖິງການສ້າງພື້ນຖານ “ກະສິກຳຊີວະພາບ, ຊົນນະບົດທັນສະໄຫມ, ຊາວກະສິກອນສິວິໄລ” ປະກອບສ່ວນເຂົ້າໃນການເຕີບໂຕລວມ, ປີ 2022 ຂະແຫນງກະສິກຳ ແລະ ພັດທະນາຊົນນະບົດ ວາງເປົ້າໝາຍສະມັດຕະພາບທັນຍາຫານໂດຍເປັນເມດແມ່ນບັນລຸ 48,3 ລ້ານໂຕນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມອບໝາຍ ແລະ ມີຄວາມເຊື່ອໝັ້ນຕໍ່ການສົ່ງອອກບັນດາຜະລິດຕະພັນຂອງຂະແຫນງກະສິກຳໃນປີ 2022 ຈະບັນລຸກວ່າ 50 ຕື້ USD.
TAG
VOV/VOVworld/ກະສິກຳ/ກະສິກຳ/ຊົນນະບົດ




.jpg)



