ພັດທະນາເສດຖະກິດສັງຄົມແຂວງຮຶງອຽນຜ່ານບັນດາໂຄງການຄົມມະນາຄົມຈຸດສຸມ
23/11/2022 11:08
(VOVWORLD) -ໂດຍກຳນົດພື້ນຖານໂຄງລ່າງຄົມມະນາຄົມແມ່ນພື້ນຖານໃຫ້ແກ່ວິວັດການພັດທະນາເສດຖະກິດສັງຄົມ. ມຸ່ງໄປເຖິງເປົ້າໝາຍໃຫ້ກາຍເປັນແຂວງອຸດສາຫະກຳທັນສະໄຫມ, ໄລຍະຜ່ານມາພ້ອມກັບຜັນຂະຫຍາຍການປະຕິບັດບັນດາມາດຕະການພັດທະນາເສດຖະກິດສັງຄົມໃຫ້ຄົບຊຸດ, ແຂວງ ຮຶງອຽນສະຫງວນໃຫ້ຫລາຍແຫລ່ງກຳລັງລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ເປັນຕົ້ນແມ່ນຄົມມະນາຄົມແລະພື້ນຖານໂຄງລ່າງບັນດາເຂດ, ກຸ່ມອຸດສາຫະກຳ. ມີຫລາຍໂຄງການ, ກິດຈະກຳຄົມມະນາຄົມໄດ້ຮັບການກໍ່ສ້າງດ້ວຍວິໄສທັດຍຸດທະສາດປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງແຂວງ, ຕອບສະຫນອງຄວາມຕ້ອງການການດຳເນີນຊີວິດ, ການຜະລິດຂອງປະຊາຊົນພ້ອມທັງເພີ່ມຄວາມງາມທີ່ທັນສະໄຫມໃຫ້ແກ່ແຂວງທົ່ງພຽງທີ່ເຕັມໄປດ້ວຍມູນເຊື້ອວັດ&a

ຂົວ ບັກຮຶງຫາຍ ແລະ ໂຄງການກໍ່ສ້າງເສັ້ນທາງຄົມມະນາຄົມເຊື່ອມຕໍ່ ຮ່າໂນ້ຍ - ຮຶງອຽນ. 7ພາບ: VOV) ປີ 2021, ຮຶງອຽນ ໄດ້ປະກາດໃຊ້ມະຕິກ່ຽວກັບໂຄງການພັດທະນາຄົມມະນາຄົມ, ຂົນສົ່ງແຂວງ ຮຶງອຽນ ໄລຍະ 2021- 2025, ວິໄສທັດຮອດປີ 2030, ແຜນການກ່ຽວກັບການປະຕິບັດໂຄງການພັດທະນາຄົມມະນາຄົມ, ຂົນສົ່ງແຂວງ ຮຶງອຽນ ໄລຍະ 2021 -2025, ວິໄສທັດຮອດປີ 2030. ໃນນັ້ນ ສຸມໃສ່ຜັນຂະຫຍາຍການກໍ່ສ້າງບັນດາສາຍທາງຄົມມະນາຄົມຈຸດສຸມ, ສ້າງແລວເພື່ອສ້າງຕັ້ງບັນດາເຂດອຸດສາຫະກຳ, ກຸ່ມອຸດສາຫະກຳລວມສູນ, ຍົກສູງກຳລັງຄວາມສາມາດໃນການຈໍລະຈອນສິນຄ້າ, ຊຸກຍູ້ການພັດທະນາເສດຖະກິດ ສັງຄົມ ຢູ່ ບັນດາເຂດທີ່ຍັງປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນແຂວງ. ພ້ອມກັນນັ້ນ ກໍ່ສ້າງລະບົບຄົມມະນາຄົມຈຸດສຸມເຊື່ອມຕໍ່ກັບບັນດາດ່ານຊາຍແດນສາກົນ, ທ່າກຳປັ່ນ, ເດິ່ນບິນ, ດຶງດູດການລົງທຶນເຂົ້າ ຮຶງອຽນ, ສ້າງແຫລ່ງລາຍຮັບໃຫ້ແກ່ງົບປະມານແຫ່ງລັດ, ສອດຄ່ອງກັບການວາງແຜນຜັງສັງລວມແຫ່ງການພັດທະນາເສດຖະກິດສັງຄົມເຂດເສດຖະກິດຈຸດສຸມ ພາກເຫນືອຮອດປີ 2020, ການກຳນົດທິດຮອດປີ 2030. ປະຈຸບັນ, ຕາຫນ່າງຄົມມະນາຄົມທາງບົກໃນບໍລິເວນແຂວງ ແມ່ນມີຄວາມສະດວກ ດ້ວຍລະບົບເສັ້ນທາງຄວາມໄວສູງ, ທາງຫລວງ. ແຂວງກໍ່ນຳຫລາຍໂຄງການຄົມມະນາຄົມສຳຄັນ, ມີລັກສະນະເຊື່ອມຈອດລະຫວ່າງບັນດາແຂວງ, ນະຄອນໃນເຂດເຂົ້າເຄື່ອນໄຫວ. ທີ່ພິທີເລີ່ມລົງມືກໍ່ສ້າງໂຄງການກໍ່ສ້າງທາງບົກເຊື່ອມຕໍ່ເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ຫາຍຟ່ອງ ກັບເສັ້ນທາງຄວາມໄວສູງ ເກົ່າແຢ໋ - ນິງບິ່ງ ແລະ ໂຄງການຍົກລະດັບ, ເປີດກວ້າງເສັ້ນທາງເຊື່ອມຕໍ່ແຂວງ ຮ່າໂນ້ຍ - ຮຶງອຽນ ໄລຍະທາງແກ່ຍາວເພີ່ມ, ໄລຍະທາງຜ່ານແຂວງ ຮຶງອຽນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາວ່າ: “ ຮຶງອຽນ ໄດ້ມີການກຳນົດທີ່ຖືກຕ້ອງກັບຈຸດສຸມເພື່ອລົງທຶນ , ສະແດງໃຫ້ເຫັນການປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກຄັ້ງທີ 13 ຢ່າງເຂັ້ມງວດ , ຖືກກັບຈຸດສຸມພັດທະນາແຂວງ ຮຶງອຽນໃຫ້ກາຍເປັນນະຄອນ ອຸດສາຫະກຳທັນສະໄຫມ . ຂ້າພະເຈົ້າຂໍຊົມເຊີຍເລື່ອງນີ້ . ລວມຄວາມຍາວຂອງທາງ 2 ເສັ້ນນີ້ແມ່ນກວ່າ 50 ກິໂລແມັດ ດ້ວຍຍອດຈຳນວນເງິນລົງທຶນກວ່າ 4.400 ຕື້ດົ່ງ , ຮຶງອຽນ ລະດົມໄດ້ 2/3, ສູນກາງ ຫນູນຊ່ວຍພຽງ 1/3, ຂ້າພະເຈົ້າຖືວ່າ ນີ້ແມ່ນຄວາມຕັດສິນໃຈຢ່າງສູງຂອງແຂວງ ” . ເລື່ອງ ສອງໂຄງການຄົມມະນາຄົມຈຸດສຸມດັ່ງກ່າວເຂົ້າສູ່ການເຄື່ອນໄຫວ ຈະສ້າງບາດກ້າວບຸກທະລຸຢ່າງແຮງ, ປະກອບສ່ວນສ້າງສຳເລັດພື້ນຖານໂຄງລ່າງຄົມມະນາຄົມຂອງແຂວງ ແລະ ເຊື່ອມຕໍ່ເຂດຕາມທິດທັນສະໄຫມ, ຍູ້ແຮງການດຶງດູດການລົງທຶນ, ພັດທະນາເສດຖະກິດ ສັງຄົມຂອງແຂວງ ຮຶງອຽນ ໃນໄລຍະໃຫມ່. ທ່ານ ເຈີນກວັກວັນ, ປະທານ ຄະນະກຳມະການປະຊາຊົນ ແຂວງ ຮຶງອຽນ ໃຫ້ຮູ້ວ່າ: “ ເພື່ອເສີມຂະຫຍາຍການລົງທຶນບັນດາເສັ້ນທາງກໍ່ຄືນຳໃຊ້ທີ່ດິນຢູ່ອ້ອມຂ້າງບໍລິເວນໂຄງການໃຫ້ມີປະສິດທິຜົນ , ແຂວງ ພວມວາງແຜນກຳນົດ ແລະ ຮຽກຮ້ອງບັນດານັກລົງທຶນຍຸດທະສາດປະຕິບັດບັນດາໂຄງການພັດທະນາພື້ນຖານໂຄງລ່າງ , ເຂດອຸດສາຫະກຳ , ພື້ນຖານໂຄງລ່າງຕົວເມືອງ , ບໍລິການ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ນຳໃຊ້ບັນດາແຫລ່ງກຳລັງລົງທຶນຢ່າງມີປະສິດທິຜົນ , ພັດທະນາ , ປະກອບສ່ວນຊຸກຍູ້ຫັນປ່ຽນໂຄງປະກອບເສດຖະກິດ , ສ້າງບາດກ້າວບຸກທະລຸໃຫ້ແກ່ການພັດທະນາຂອງແຂວງ , ນຳແຂວງ ຮຶງອຽນກາຍເປັນແຂວງ ອຸດສາຫະກຳ , ທັນສະໄຫມ , ພັດທະນາວ່ອງໄວ ແລະ ຍືນຍົງ ” ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງທາງບົກເຊື່ອມຕໍ່ເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ຫາຍຟ່ອງ. (ພາບ:VGP/ Nhật Bắc) ໄລຍະ 2021 – 2025, ຄາດວ່າແຂວງຮຶງອຽນຈະມີ 106 ໂຄງການຄົມມະນາຄົມໄດ້ຮັບການຜັນຂະຫຍາຍ. ບັນດາໂຄງການນີ້ລ້ວນແຕ່ແມ່ນບັນດາເສັ້ນທາງສຳຄັນເຊື່ອມຕໍ່ກັບລະບົບຄົມມະນາຄົມແຫ່ງຊາດໃນບໍລິເວນແຂວງຮຶງອຽນ, ສ້າງບາດກ້າວບຸກທະລຸກ່ຽວກັບການພັດທະນາພື້ນຖານໂຄງລ່າງຄົມມະນາຄົມ. ທີ່ກອງປະຊຸມຄັ້ງທີ 8 ສະພາປະຊາຊົນແຂວງຮຶງອຽນຊຸດທີXVII,ອາຍຸການ 2021 –2026, ທ່ານ ເຈີນແທງເໝີ໋ນ, ຮອງປະທານ ປະຈຳການສະພາແຫ່ງຊາດຫວຽດນາມໄດ້ຕີລາຄາວ່າ:
TAG
VOV/VOVworld/ຄົມມະນາຄົມຈຸດສຸມ/ເສັ້ນທາງຄວາມໄວສູງ




.jpg)



