ພື້ນຖານ Make in Vietnam - ປົກປັກຮັກສາອະທິປະໄຕແຫ່ງຊາດຢູ່ໃນຂົງເຂດດິຈີຕອນ
12/06/2022 12:48
(VOVWORLD) -“ປະດິດຄິດສ້າງ ຢູ່ ຫວຽດນາມ, ອອກແບບຢູ່ ຫວຽດນາມ, ຜະລິດຢູ່ ຫວຽດນາມ” ແມ່ນແຜນນະໂຍບາຍ, ການກຳນົດທິດໃຫຍ່ຂອງລັດຖະບານຫວຽດນາມເພື່ອແນໃສ່ປຸກລຸກກຳລັງແຮງພາຍໃນ, ຄວາມຄາດຫວັງພັດທະນາຂອງປະເທດຊາດໃນການປະຕິວັດອຸດສາຫະກຳຄັ້ງທີ 4. ນັບແຕ່ເມື່ອ“Make in Vietnam” ໄດ້ຍົກອອກມາໃນເດືອນພຶດສະພາປີ 2019, ຂະບວນການນີ້ໄດ້ສ້າງແຫລ່ງພະລັງຊີວິດໃຫມ່, ກຳລັງຫນູນຕັ້ງຫນ້າ, ປ່ຽນແປງຄວາມຮັບຮູ້ກ່ຽວກັບຄວາມສຳຄັນຂອງວິສາຫະກິດເຕັກໂນໂລຊີ ແລະ ຜະລິດຕະພັນເຕັກໂນໂລຊີດິຈີຕອນໃນພາລະກິດແຫ່ງການພັດທະນາປະເທດຊາດ ພິເສດໃນບັນຫາປົກປັກຮັກສາອະທິປະໄຕແຫ່ງຊາດຢູ່ໃນຂົງເຂດ ດິຈີຕອນ.

ປະຈຸບັນ ຢູ່ ຫວຽດນາມ Facebook ແມ່ນສື່ສັງຄົມອອນລາຍໄດ້ນຳໃຊ້ຫລາຍກວ່າໝູ່. (ພາບ:Reuters) ນັບແຕ່ກ່ອນມາຮອດປະຈຸບັນ, ຄວາມຮັບຮູ້ຂອງປະຊາຊົນສ່ວນຫລາຍປົກປັກຮັກສາອະທິປະໄຕແຫ່ງຊາດແມ່ນຕາມທິດດັ້ງເດີມ ນັ້ນແມ່ນບັນດາບັນຫາກ່ຽວກັບໄຫລ່ທະວີບ, ຜືນແຜ່ນດິນ. ແຕ່ໃນສະພາບການໂລກໃຫມ່ນີ້, ອະທິປະໄຕແຫ່ງຊາດທາງເຄືອຂ່າຍອິນເຕີເນັດກໍ່ແມ່ນບັນຫາຕ້ອງໄດ້ຮັບຄວາມສົນໃຈ. ໂດຍແມ່ນປະເທດທີ່ມີພົນລະເມືອງຫນຸ່ມດ້ວຍປະຊາຊົນເກືອບ 97,3 ລ້ານຄົນ, ໃນນັ້ນກວ່າ 70% ແມ່ນຜູ້ນຳໃຊ້ ອິນເຕີເນັດ, ຫວຽດນາມໄດ້ ແລະພວມກາຍເປັນປະເທດເຕັມທີ່ໄປດ້ວຍຄວາມສາມາດບົ່ມຊ້ອນໃຫ້ແກ່ນັກສະຫນອງພື້ນຖານດິຈີຕອນ. ຕາມການສະຖິຕິຫລ້າສຸດຂອງWe are socialປີ2022, Facebookປະຈຸບັນແມ່ນສື່ສັງຄົມອອນລາຍທີ່ໄດ້ຮັບການນຳໃຊ້ຫລາຍກວ່າໝູ່ຢູ່ ຫວຽດນາມດ້ວຍ93,8%ຜູ້ໃຊ້ອິນເຕີເນັດແມ່ນນຳໃຊ້ໃນທຸກເດືອນ. ເຄື່ອງມືສົ່ງຂໍ້ຄວາມ, ສ້າງvideo TikTokແລະແຊພາບທາງInstagramດ້ວຍຈຳນວນປະຊາຊົນຫວຽດນາມກວ່າ 60%ໄດ້ນຳໃຊ້. ເຖິງຢ່າງໃດກໍຕາມ, ການພັດທະນາຢ່າງແຮງຂອງພື້ນຖານດິຈີຕອນພວມວາງອອກສິ່ງທ້າທາຍໃຫມ່. ນັ້ນແມ່ນ ຄວາມສະຫງົບປອດໄພແຫ່ງຊາດໄດ້ກາຍເປັນຈຸດໝາຍບຸກໂຈມຕີແຊກແຊງ, ເກັບເອົາຂໍ້ມູນລາຊະການລັບແຖວຫນ້າຂອງບັນດາກຸ່ມ Hacker. ສ່ວນບຸກຄົນ, ວິສາຫະກິດ, ອົງການລັດກໍ່ບໍ່ໄດ້ຄວາມປອດໄພ. ທ່ານຫງວຽນມິງຈິງ, ຫົວຫນ້າກົມປ້ອງກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດແລະປ້ອງກັນຕ້ານອາດຊະຍາກອນນຳໃຊ້ເຕັກໂນໂລຊີສູງ, ສັງກັດກະຊວງຕຳຫລວດຖືວ່າ: “ສິ່ງທ້າທາຍປະຈຸບັນແມ່ນ ທາງເຄືອຂ່າຍອິນເຕີ ເ ນັດພວມຖືກບັນດາອິດທິກຳລັງເປັນປໍລະປັກພວກປະຕິການ ອາກຊະຍາກຳນຳໃຊ້ເພື່ອດຳເນ ີ ນການເຄື່ອນໄຫວລ່ວງລ້ຳຄວາມສະຫງົບປອດໄພແຫ່ງຊາດແລະຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ພິເສດແມ່ນການເຄື່ອນໄຫວໂຄສະນາ, ຕ້ານທຳລາຍລະບົບ ຍຸແຍ່ແກ່ດຶງການແຫ່ຂະບວນກໍ່ຄວາມວຸ ້ ນວາຍເພື່ອແນໃສ່ຢາກປ່ຽນແປງລະບອບການເມືອງຢູ່ຫວຽດນາມ” ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານ. (ພາບ: vneconomy.vn ) . ຕໍ່ຫນ້າສະພາບຕົວຈິງດັ່ງກ່າວ, ໄລຍະຜ່ານມາ, ຄຳນິຍາມເຄືອຂ່າຍອິນເຕີເນັດແລະ ຄວາມສຳຄັນຂອງຄວາມສະຫງົບປອດໄພແຫ່ງຊາດກ່ຽວກັບເຄືອຂ່າຍອິນເຕີເນັດ, ຫວຽດນາມກໍໄດ້ຖືເປັນສຳຄັນພິເສດ. ກົດໝາຍວ່າດ້ວຍຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ຮ່າງກົດໝາຍວ່າດ້ວຍການປ້ອງກັນຊາດ (ສະບັບປັບປຸງ) ແມ່ນບັນດາສິ່ງພິສູດໃຫ້ເຫັນບັນດາບາດກ້າວທີ່ເຂັ້ມແຂງຂອງພັກ, ລັດ ກ່ຽວກັບບັນຫາປົກປັກຮັກສາອະທິປະໄຕແຫ່ງຊາດຢູ່ໃນຂົງເຂດດິຈີຕອນ.
TAG
VOV/VOVworld/ຄວາມປອດໄພດ້ານຂໍ້ມູນ




.jpg)



