ສ້າງນະໂຍບາຍການເງິນ ແລະ ເງິນຕາໜູນຊ່ວຍການຟື້ນຟູ ແລະ ພັດທະນາພື້ນຖານເສດຖະກິດແບບຍືນຍົງ
14/12/2021 08:47
(VOVWORLD) -ໃນສະພາບການໂລກລະບາດໂຄວິດ - 19 ຜັນແປຢ່າງສັບສົນ, ນະໂຍບາຍການເງິນ ຂອງຫວຽດນາມ ໄດ້ປັບປຸງຢ່າງມີໄຫວພິບແນໃສ່ໜູນຊ່ວຍບັນດາວິສາຫະກິດ ແລະ ປະຊາຊົນທີ່ຖືກຜົນກະທົບຢ່າງຮ້າຍແຮງຈາກໂລກລະບາດໃຫ້ທັນການ. ນອກຈາກບັນດາມາດຕະການ ຄືການຍົກເວັ້ນ, ຫຼຸດລົງ, ຕໍ່ກຳນົດເວລາການເສຍພາສີອາກອນ, ເງິນເຊົ່າດິນ, ຄ່າທຳນຽມ, ຄ່າບໍລິການຕ່າງໆ, ລັດຖະບານ ໄດ້ ແລະ ກຳລັງສ້າງຫລາຍນະໂຍບາຍການເງິນ ແລະ ນະໂຍບາຍເງິນຕາໜູນຊ່ວຍການຟື້ນຟູ ແລະ ພັດທະນາພື້ນຖານເສດຖະກິດ - ສັງຄົມ.

ຜູ້ຊ່ຽວຊານເສດຖະກິດ ປອ ເກີນວັນລຶກ. (ພາບ:vnexpress) ເພື່ອຮັບມືກັບໂລກລະບາດ, ແກ້ໄຂຜົນເສຍຫາຍ, ຜົນກະທົບຈາກໂລກລະບາດໂຄວິດ - 19, ຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ຫວຽດນາມໄດ້ນຳໃຊ້ ບັນດານະໂຍບາຍການເງິນ, ເງິນຕາກໍ່ຄືນະໂຍບາຍມະຫາພາກຕ່າງໆຢ່າງມີໄຫວພິບ ແລະ ຄົບຊຸດແນໃສ່ແກ້ໄຂຜົນເສຍຫາຍ ແລະ ໜູນຊ່ວຍການຟື້ນຟູເສດຖະກິດໃນສະພາບການເກີດໂລກລະບາດ. ສະພາແຫ່ງຊາດກໍ່ໄດ້ປະກາດໃຊ້ມະຕິ, ຂໍ້ຕົກລົງວ່າດ້ວຍບັນດາຂອບເຂດກ່ຽວກັບນະໂຍບາຍ, ແຜນການພັດທະນາເສດຖະກິດ, ສັງຄົມ, ການເງິນງົບປະມານ, ການກູ້ຢືມ ແລະ ໃຊ້ໜີ້ພາກລັດ, ການລົງທຶນພາກລັດ ແລະ ແຜນການສ້າງໂຄງປະກອບພື້ນຖານເສດຖະກິດໄລຍະ 2020 – 2025 ຄືນໃໝ່. ທີ່ກອງປະຊຸມຄັ້ງທີ 2 ຂອງສະພາແຫ່ງຊາດຊຸດທີ XV, ສະພາແຫ່ງຊາດໄດ້ປະກາດໃຊ້ມະຕິມອບໝາຍໃຫ້ລັດຖະບານສ້າງ ແລະ ຜັນຂະຫຍາຍນະໂຍບາຍລາຍການສັງລວມກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຕາມທິດນຳ “ຮັບມືຢ່າງປອດໄພ, ມີໄຫວພິບ ແລະ ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ”, ພ້ອມທັງສ້າງ ແລະ ຈັດຕັ້ງການປະຕິບັດລາຍການສັງລວມກ່ຽວກັບການຟື້ນຟູ ແລະ ພັດທະນາເສດຖະກິດ. ມະຕິຂອງສະພາແຫ່ງຊາດກໍ່ມອບໝາຍໃຫ້ລັດຖະບານສ້າງບັນດາບ້ວງນະໂຍບາຍກ່ຽວກັບງົບປະມານ ແລະ ເງິນຕາເພື່ອໜູນຊ່ວຍ 2 ລາຍການນີ້, ຮັບໃຊ້ໃຫ້ເປົ້າໝາຍປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ກໍ່ຄືການຟື້ນຟູ ແລະ ພັດທະນາເສດຖະກິດເພື່ອຍື່ນສະເໜີໃຫ້ສະພາແຫ່ງຊາດພິຈາລະນາ. ຜູ້ຊ່ຽວຊານເສດຖະກິດ, ທ່ານ ປອ. ເກີນວັນລຶກ ຖືວ່າ: ນະໂຍບາຍການເງິນ ແລະ ເງິນຕາໃນໄລຍະຈະມາເຖິງ ຄວນຄິດໄລ່ເຖິງບັນດາການກະທົບນັບທັງຍອດການສະຫນອງ ແລະ ຄວາມຕ້ອງການ. ເລື່ອງສ້າງນະໂຍບາຍການເງິນຕ້ອງມີຄວາມເປັນໄປໄດ້ ແລະ ປະຕິບັດຢ່າງວ່ອງໄວ, ກະທັດລັດ, ມີປະສິດທິຜົນ ພ້ອມທັງຕ້ອງສົມທົບເປັນຢ່າງດີລະຫວ່າງບັນດານະໂຍບາຍນຳກັນ. ກ່ຽວກັບນະໂຍບາຍເງິນຕາ, ຄວນນຳໃຊ້ຫລາຍໆເຄື່ອງມືອື່ນເພື່ອຫນູນຊ່ວຍບັນດາອົງການສິນເຊື່ອສືບຕໍ່ຫລຸດຜ່ອນອັດຕາດອກເບ້ຍທຶນກູ້ຢຶມ ແຕ່ 0,5 -1%. ເລື່ອງຫນູນຊ່ວຍປະຊາຊົນ ແລະ ວິສາຫະກິດ ຄວນຫຍັບເຂົ້າໃກ້ກັບ 2 ວິທີການ ນັ້ນແມ່ນ ພັນທະດ້ານການເງິນ ແລະ ໄດ້ກູ້ຢືມທຶນ. ວິກິດການເສດຖະກິດ-ສັງຄົມ ປະຈຸບັນ ແມ່ນເລີ່ມມາຈາກໂລກລະບາດໂຄວິດ 19, ບໍ່ແມ່ນເລີ່ມມາຈາກວິກິດການເສດຖະກິດ-ການເງິນ ສະນັ້ນ ເພື່ອແກ້ໄຂຢ່າງເຖິງຖອງ, ບັນດາມາດຕະການວິຊາສະເພາະທາງການແພດຍັງຄົງມີລັກສະນະຕັດສິນຊີ້ຂາດ ແລະ ຕົ້ນຕໍ ສ່ວນນະໂຍບາຍເສດຖະກິດມະຫາພາກແມ່ນບັນດາເຄື່ອງມືທີ່ມີລັກສະນະຫນູນຊ່ວຍເທົ່ານັ້ນ. ທ່ານ ສາດສະດາຈານ ປອ ຫງວຽນດຶກເຄືອງ, ຮອງຫົວຫນ້າ ຮັບຜິດຊອບການຄົ້ນຄວ້າ ໂຮງຮຽນທຸລະກິດ IPAG ປາຣີ ຖືວ່າ: ນອກຈາກບັນດານະໂຍບາຍການເງິນ ແລະ ນະໂຍບາຍເງິນຕາແລ້ວ, ຫວຽດນາມ ຄວນພັດທະນາລະບົບຊີວະພາບປ່ຽນແປງໃຫມ່ປະດິດຄິດສ້າງເພື່ອຊຸກຍູ້, ເພີ່ມສະມັດຕະພາບການຜະລິດ, ຈາກນັ້ນ ຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ. “ ການຫ ນູນ ຊ່ວຍຂອງ ລັດ , ລັດ ຖະ ບານ ຄວນສຸມ ໃສ່ ເຂົ້າ ໃນການ ບຳ ລຸງ ສ້າງ ແຫລ່ງ ຊັບ ພະ ຍາ ກອນ ມະ ນຸດ . ຫ ນູນ ຊ່ວຍ ດ້ານ ທຶນ ຮອນ , ແບ່ງ ປັນ ຄວາມ ສ່ຽງ ກັບ ວິ ສາ ຫະ ກິດ , ຜ່ານ ການ ຊ່ວຍ ວິ ສາ ຫະ ກິດ ປະ ຕິ ບັດ ການ ກະ ທຳ ຍຸດ ທະ ສາດ ເພື່ອ ຮັບ ມື ກັບ 5 ສິ່ງ ທ້າ ທາຍ ໃຫ ຍ່ . ນັ້ນ ແມ່ນ ສິ່ງ ທ້າ ທາຍ ປ່ຽ ນ ແປງ ຮູບ ແບບ ດຳ ເນີນ ທຸ ລະ ກິດ , ການ ລົງ ທຶນ ເຕັກ ໂນ ໂລ ຊີ , ຂໍ້ ມູນ ໃຫ ຍ່ ເພື່ອ ສາ ມາດ ເຂົ້າ ໃຈ ຜູ້ ບໍ ລິ ໂພກກວ່າ ແລະ ສຳຜັດກັບ ເຂົາ ເຈົ້າ . ສິ່ງ ທ້າ ທາຍ ໃນການ ຫັນ ເປັນ ດີ ຈິ ຕອນ , ການ ບໍ ລິ ການ ດີ ຈີ ຕອນ ດ້ວຍ ບັນ ດາ ພື້ນ ຖານ ປະ ດິດ ຄິດ ສ້າງ ເອງ , ໃຊ້ ລວມ , ສິ່ງ ທ້າ ທາຍ ກ່ຽວ ຂ້ອງ ເຖິງ ແຫລ່ງ ກຳ ລັງ ຂອງ ມະ ນຸດ ” ຮອງສາດສະດາຈານ ປອ ບຸ່ຍກວາງຕວັນ, ຫົວຫນ້າ ສະຖາບັນເສດຖະກີດ ຫວຽດນາມ. (ພາບ:TTXVN) ກ່ຽວກັບມາດຕະການຟື້ນຟູເສດຖະກິດ ແລະ ພັດທະນາແບບຍືນຍົງ ຜ່ານການຫັນເປັນດີຈີຕອນ, ທ່ານຮອງສາດສະດາຈານ, ປອ ບູ່ຍກວາງຕວັນ, ຫົວຫນ້າສະຖາບັນເສດຖະກິດ ຫວຽດນາມ ຖືວ່າ: ປະຈຸບັນ ພວມແມ່ນກາລະໂອກາດດີທີ່ສຸດສຳລັບຂອບຂະຫນາດພື້ນຖານເສດຖະກິດດີຈີຕອນຂອງ ຫວຽດນາມ. ເພາະສະນັ້ນ ຫວຽດນາມ ຄວນຍູ້ແຮງການຫັນເປັນດີຈີຕອນ, ພັດທະນາລະບົບຊີວະພາບໃຫ້ແກ່ການຫັນເປັນດີຈີຕອນ ແລະ ເສດຖະກິດດີຈີຕອນເພື່ອກຳແຫນ້ນກາລະໂອກາດນີ້. “ ພວກ ຂ້າ ພະ ເຈົ້າ ຄິດ ວ່າ ຄວນ ເພີ່ມ ທະ ວີ ການ ລົງ ທຶນ , ລົງ ທຶນ ດ້ວຍ ວັດ ຖຸ , ແຫລ່ງ ກຳ ລັງ ແລະ ປັບ ປຸງ , ສຳ ເລັດ ລະ ບອບ ລະ ບຽບ ການ . ໃນ ນັ້ນ ມີ ການ ທົດ ລອງ ກ່ຽວ ກັບ ລະ ບອບ ລະ ບຽບ ການ ໃຫ້ ແກ່ ການ ປ່ຽນ ໃຫມ່ ປະ ດິດ ຄິດ ສ້າງ ແລະ ໃຫ້ ແກ່ ບັນ ດາ ນັກ ວິ ທະ ຍາ ສາດ . ພວກ ຂ້າ ພະ ເຈົ້າ ຄິດ ວ່າ ແມ່ນ ຮອດ ໄລ ຍະ ຕ້ອງ ປ່ຽ ນ ແປງ ແລ້ວ ເພື່ອ ຮັບ ມື ກັບ ການ ປ່ຽນ ແປງ ທີ່ ພວມ ເກີດ ຂຶ້ນຢ່າງວ່ອງ ໄວ ປະ ຈຸ ບັນ . ເຮັດ ໄດ້ ຄື ແນວນັ້ນ ພວກ ເຮົາ ຈຶ່ງ ຄົງ ຕົວ ແລະ ພັດ ທະ ນາ ໃນ ໄລ ຍະ ຈະ ມາ ເຖິງ ໄດ້ ” ຮັບປະກັນສະຖຽນລະພາບດ້ານເສດຖະກິດມະຫາພາກ, ບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ ແມ່ນຄວາມຮຽກຮ້ອງທີ່ຈຳເປັນ ແລະ ສຳຄັນ. ເລື່ອງນຳໃຊ້ບັນດານະໂຍບາຍຕ້ອງຮັບປະກັນລັກສະນະປອດໄພໃຫ້ແກ່ພື້ນຖານເສດຖະກິດ. ເພາະສະນັ້ນ ຫວຽດນາມ ໄດ້ຄິດໄລ່ຢ່າງລະອຽດບັນດາການກະທົບເຖິງບັນດາດັດຊະນີເສດຖະກິດມະຫາພາກ, ບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ.. ສູ້ຊົນຮັບປະກັນເປົ້າໝາຍພັດທະນາເສດຖະກິດຂອງປະເທດຊາດ.
TAG
VOV/VOVworld/ເສດຖະກິດມະຫາພາກ/ການລົງທຶນ/ຫັນເປັນດີຈີຕອນ




.jpg)



