ຫວຽດ​ນາມ ແລະ ສະມາຄົມ​ການ​ຄ້າ​ເສ​ລີ ເອີ​ລົບ (EFTA) ຫາ​ກໍ່​​ສຳ​ເລັດການເຈລະຈາ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ພາຍຫຼັງ​ທີ່ໄດ້​ເຈ​ລະ​ຈາມາ​ເປັນ​ເວ​ລາກວ່າ 14 ປີ. ນີ້​ບໍ່​ພຽງ​ແຕ່​ແມ່ນເພີ່ມ​ FTA ​ຕື່ມ​ອີກ​ໜຶ່ງສະ​ບັບ​ໜຶ່ງ​ໃນ​ເຄືອ​ຂ່າຍ​ເຊື່ອມ​ໂຍງ​ຂອງ ຫວຽດ​ນາມ ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ສັນ​ຍາ​ທີ່ປະ​ກົດ​ຕົວກົງ​ກັບ​ຈຸດ​ເວ​ລາ​ທີ່​ພື້ນ​ຖານ​ເສດ​ຖະ​ກິດ ພວມ​ຊອກ​ຫາ​ບັນ​ດາ​ກຳ​ລັງ​ຜັກ​ດັນ ເຕີບ​ໂຕ​ໃໝ່ ປະ​ກອບ​ສ່ວນ​ຫັນ​ເປົ້າ​ໝາຍ ​ບັນ​ລຸ​ລະ​ດັບ​ການ​ເຕີບ​ໂຕ​ສອງ​ຕົວ​ເລກ​ຂອງ ຫວຽດ​ນາມ ໃຫ້ປະ​ກົດ​ຜົນ​ເປັນ​ຈິງ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ.

ເຖິງວ່າ​ມີ​ປະ​ຊາ​ກອນ​ພຽງ​ປະ​ມານ 15 ລ້ານ​ຄົນ​ເທົ່າ​ນັ້ນ, ​ແຕ່ EFTA ປະ​ກອບ​ມີ 4 ປະ​ເທດ​ຄື:ສະ​ວິດ, ນອກ​ແວ, ອຽກລັງ ແລະ ເລັກເຕນ​ສະເຕນ ກໍ່ລ້ວ​ນ​ແຕ່​ແມ່​ນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິ​ດທີ່​ມີ​ລາຍ​ຮັບ​ສະ​ເລ່ຍ​ຕໍ່​ຫົວ​ຄົນຈັດໃນ​ກຸ່ມ​ສູງ​ທີ່​ສຸດ​ໃນ​ໂລກ, ມີ​ພື້ນ​ຖານ​ອຸດ​ສາ​ຫະ​ກຳ​ທັນ​ສະ​ໄໝ, ເຕັກ​ໂນ​ໂລ​ຢີ​ກ້າວ​ໜ້າ ແລະ ລະ​ບົບ​ນິ​ເວດ​ນະ​ວັດ​ຕະ​ກຳ​ພັດ​ທະ​ນາ. ເພາະ​ສະ​ນັ້ນ, ຄຸນຄ່າ​ຂອງ​ສັນ​ຍາ​ແມ່ນ​ຄຸນ​ນະ​ພາບ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ບໍ່​ພຽງ​ແຕ່​ສ້າງ​ກາ​ລະ​ໂອ​ກາດສົ່ງ​ອອກຕື່ມ​ອີກ​ໃຫ້​ແກ່ ຫວຽດ​ນາມ ເທົ່າ​ນັ້ນ, ສັນ​ຍາ​ຍັງສ້າງ​ຄວາມສາມາດ​ເຂົ້າ​ຮ່ວມ​ຕ່ອງ​ໂສ້ມູນຄ່າ​ທົ່ວ​ໂລກ​ທີ່​ມີ​ປະລິມານ​ເຕັກ​ໂນ​ໂລ​ຢີ​ສູງ​ຢ່າງ​ເລິກ​ເຊິ່ງກວ່າ. ທ່ານ ຫງວຽນ​ຊິງ​ເຍິດ​ເຕິນ ຮອງ​ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດນາມ ຢັ້ງ​ຢືນ​ວ່າ:

ສັນ​ຍາ​ໄດ້​ຮັບ​ຄວາມ​ຫວັງ​ຈະ​ດຶງ​ດູດ​ບັນ​ດາ​ແຫຼ່ງ​ເງິນ​ລົງ​ທຶນ​ທີ່ມີ​ຄຸນ​ນະ​ພາບ​ສູງ​ຈາກ​ບັນ​ດາ​ປະ​ເທດ EFTA ​ເຂົ້າບັນ​ດາ​ຂົງ​ເຂດ​ເຊິ່ງ ຫວຽດ​ນາມ ພວມ​ໃຫ້​ບຸ​ລິ​ມະ​ສິດ​ຄື: ເຕັກ​ໂນ​ໂລ​ຢີ​ສູງ, ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ພະ​ລັງ​ງານ​ສະ​ອາດ, ຫັນ​ເປັນສີ​ຂຽວ, ນະ​ວັດ​ຕະ​ກຳ ແລະ ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ແຫຼ່ງ​ທຶນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ກາ​ລະ​ໂອ​ກາດ​ຮັບ​ເອົາ​ເຕັກ​ໂນ​ໂລ​ຢີ​ທີ່ກ້າວ​ໜ້າ, ປະ​ສົບ​ການ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ບັນ​ດາ​ຮູບ​ແບບ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ໃນດ້ານ​ເສດ​ຖະ​ກິດ, ຄຸນ​ຄ່າ​ໃຫຍ່​ສຸດ​ຂອງສັນ​ຍາ​ຍັງ​ແມ່ນ​ການ​ສ້າງ​ກຳ​ລັງ​ຜັກ​ດັນ​ໃໝ່​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ. ໃນ​ໄລ​ຍະ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍເຕີບ​ໂຕ​ບັນ​ລຸ​ລະ​ດັບເຕີບ​ໂຕ​ສອງ​ຕົວ​ເລກ, ຫວຽດ​ນາມ ຕ້ອງການ​ແຫຼ່ງ​ເງິນ​ລົງ​ທຶນ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ເຕັກ​ໂນ​ໂລ​ຢີ​ທັນ​ສະ​ໄໝ ແລະ ບັນ​ດາ​ຮູບ​ແບບ​ຄຸ້ມ​ຄອງ​ບໍ​ລິ​ຫານ​ທີ່​ກ້າວ​ໜ້າ​ເພື່ອ​ຍົກ​ສູງ​ສະ​ມັດ​ຕະ​ພາບ​ໃນ​ການ​ອອກ​ແຮງ​ງານ ແລະ ຄວາມ​ສາ​ມາດ​ໃນ​ການ​ແກ້ງ​ແຍ້ງ. ນີ້​ກໍ່​ແມ່ນ​ທ່າ​ແຮງ​ຂອງ​ບັນ​ດາ​ປະ​ເທດ EFTA. ເພາະ​ສະ​ນັ້ນ, ສັນ​ຍາ​ໄດ້​ຮັບ​ຄ​ວາມ​ຫວັງ​ວ່າ ຈະ​ຊຸກ​ຍູ້​ການ​ລົງ​ທຶນ​ເຂົ້າບັນ​ດາ​ຂົງ​ເຂດທີ່ ຫວຽດ​ນາມ ພວມ​ໃຫ້​ບຸ​ລິ​ມະ​ສິດ.

ສິ່ງສຳ​ຄັນ​ກ່​ວາ​ນັ້ນ​ແມ່ນ, ບັນ​ດາ​ມາດ​ຕະ​ຖານທີ່​ເຄັ່ງ​ຂັດ​ຂອງ EFTA ໄດ້​ສ້າງ​ກຳ​ລັງ​ຜັກ​ດັນ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ ຫວຽດ​ນາມ ຍົກ​ສູງ​ຄຸນ​ນະ​ພາບ​ຜ​ະ​ລິດ​ຕະ​ພັນ, ປັບ​ປຸງ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ເພີ່ມ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ໃນ​ຕະ​ຫຼາດ​ສາ​ກົນ. ທ່ານ Julien Guerrie ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ EU ປະ​ຈຳ ຫວຽດ​ນາມ ໃຫ້​ຂໍ້​ສັງ​ເກດ​ວ່າ:

ຫວຽດ​ນາມ ພວມ​ເປີດ​ບັນ​ດາ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ, ແມ່ນ​ໜຶ່ງ​ໃນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ​ໄວ​ທີ່​ສຸດ​ໃນ​ໂລກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບໍ່​ແມ່ນ​ວ່າ​ຍາມ​ໃດຄວາມ​ໄວ​​ກໍ່ມີໝາຍ​ຄວາມ​ຄືກັນກັບຄຸນ​ນະ​ພາບ​ສູງ. ຖ້າ​ເພື່ອນ​ສາ​ມາດ​ສົ່ງ​ອອກ​ໄປ​ຍັງ ເອີ​ລົບ, ເພື່ອນ​ກໍ່ສາ​ມາດ​ສົ່ງ​ອອກ​ໄປ​ຍັງ​ທຸກ​ປະ​ເທດ​ໃນ​ໂລກ ຍ້ອນ​ວ່າ ມາດ​​ຕະຖານຂອງພວກ​ຂ້າ​ພະ​ເຈົ້າ​ ​ເຄັ່ງ​ຂັດທີ່ສຸດ.

ກົງ​ກັນ​ຂ້າມ, EFTA ກໍ່​ໄດ້ເຫັນ​ຫຼາຍ​ໂອ​ກາດ​ຢູ່ ຫວຽດ​ນາມ. ດ້ວຍ​ສະ​ພາບແວດລ້ອມ​ດ້ານການ​ເມືອງ​​ເປັນ​ປົກ​ກະ​ຕິ, ລະ​ດັບ​ເຕີບ​ໂຕ​ສູງ ແລະ ​ມີທີ່​ຕັ້ງ​ສຳ​ຄັນ​ໃນ​ຕ່ອງ​ໂສ້​ການ​ສະ​ໜອງ​​ຢູ່​ພາກ​ພື້ນ, ຫວຽດ​ນາມ ພວມ​ກາຍ​ເປັນ​ສະ​ຖານ​ທີ່​​ດຶງ​ດູດ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ​ເອີ​ລົບ. ຄືດັ່ງ​ການ​ແບ່ງ​ປັນ​ຂອງ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສ​ະ​ພາ EFTA ພາຍຫຼັງ​​ສັນ​ຍາໄດ້​ຮັບ​ການ​ເຈ​ລະ​ຈາ​ສຳ​ເລັດ.


ຂ້າ​ພະ​ເຈົ້າ​ຄິດ​ວ່າ​ ມີຫຼາຍ​ຂົງ​ເຂດທີ່​ພວກ​ເຮົາ​ອາດ​ສາ​ມາດ​ຮ່ວມ​ມືນຳກັນ​ໄດ້. ບັນ​ດາ​ບໍ​ລິ​ສັດ​ມີ​ວິ​ຊາ​ການ, ຄັດ​ເລັບ​ຈາກ​ ເອີ​ລົບ ​ຈະ​ຊ່ວຍ​ ຫວຽດ​ນາມ ພັດ​ທະ​ນາ​ໃນ​ຂົງ​ເຂດ​ພະ​ລັງ​ງານ​ທົດ​ແທນ ຫຼື ​ເຕັກ​ໂນ​ໂລ​ຢີ​ໄຟ​ຟ້າ​ແຮງ​ລົມ​ຢູ່ນອກ​ຝັ່ງ. ຫຼື​ໃນ​ຂົງ​ເຂດ​ສິນ​ໃນນ້ຳ, ກະ​ສິ​ກຳ, ມີຫຼາຍ​ວິ​ສາ​ຫະ​ກິດ​ ເອີ​ລົບ ພວມ​ມີ​ໜ້າ​ຢູ່ ຫວຽດ​ນາມ ແລະ ພວກ​ເຮົາ​ສາ​ມາດ​ເປີດກວ້າງ​ການ​ພົວ​ພັນ​ນັ້ນ.

ຂ້າ​ພະ​ເຈົ້າ​ຄິດ​ວ່າ​ ມີຫຼາຍ​ກາ​ລະ​ໂອ​ກາດ​ຮ່ວມ​ມືນຳກັນ, ຕົວ​ຢ່າງ​ຄື​ໃນ​ຂົງ​ເຂດ​ຜະ​ລິດ​ລົດ​ໄຟ​ຟ້າ. ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ ​ມີ​ຄວາມ​ເອົາໃຈໃສ່ທີ່​ສຸດ​ເຖິງ​ເງື່ອນ​ໄຂ​ການ​ເມືອງ​ເປັນ​ປົກ​ກະ​ຕິ, ການຫຼຸດ​ຜ່ອນລະ​ບຽບ​ການ​ບໍ​ລິ​ຫານ, ການເພີ່ມ​ລັກ​ສະ​ນະ​ໂປ່ງ​ໃສ ແລະ ການປັບ​ປຸງຂັ້ນ​ຕອນການ​ເຮັດ​ວຽກຢູ່ ຫວຽດ​ນາມ, ສິ່ງ​ນີ້​​ມີ​ຄວາມຈຳ​ເປັນ​ທີ່​ສຸດ, ພິ​ເສດ​ແມ່ນສຳ​ລັບ​ບັນ​ດາ​ບໍ​ລິ​ສັດ​ຂະ​ໜາດ​ນ້ອຍ. ລັດ​ຖະ​ບານ ຫວຽດ​ນາມ ພວມ​ມາ​ນະ​ພະ​ຍາ​ຍາມ ສ້າງ​ລະ​ບົບ​ຍືນ​ຍົງ, ໃນ​ນັ້ນ​ທັງ​ສອງ​ຝ່າຍ​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຂໍ້​ຕົກ​ລົງ​ສະ​ບັບ​ນີ້. ຫວັງ​ວ່າ​ ຂໍ້​ຕົກ​ລົງ​ສະ​ບັບ​ນີ້​ຈະ​ສ້າງ​ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ​ລ​ະ​ຫວ່າງ​ສອງ​ຝ່າຍໄດ້.

ບໍ່​ພຽງ​ແຕ່​ເຂົ້າ​ເຖິງ​ຕະຫຼາດ​ທີ່ມີ​ປະ​ຊາ​ກອນ​ເກືອບ 110 ລ້ານ​ຄົນ​ເທົ່າ​ນັ້ນ, ວິ​ສາ​ຫະ​ກິດ EFTA ຍັງ​ສາ​ມາດ​ໝູນ​ໃຊ້ ຫວຽດ​ນາມ ຄືດັ່ງ​ປະ​ຕູ​​ເຊື່ອມ​ຕໍ່​ກັບ​ ອາ​ຊຽນ ແລະ ເຄືອ​ຂ່າຍ​ສັນ​ຍາ​ການ​ຄ້າ​ເສ​ລີ 17 ສະ​ບັບ ເຊິ່ງ ຫວຽດ​ນາມ ​ເຂົ້າ​ຮ່ວມ. ເມື່ອການ​ຄ້າ​ທົ່ວ​ໂລກ ພວມ​ສ້າງເປັນ​ຮູບ​ເປັນ​ຮ່າງດ້ວຍ​ເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​​ສີ​ຂຽວ ແລະ ການສ້າງ​​ໂຄງ​ປະ​ກອບ​ຕ່ອງ​ໂສ້ການ​ສະ​ໜອງ​ຄືນ​ໃໝ່, ສັນ​ຍ​າຈະ​ຊ່ວຍໃຫ້ ຫວຽດ​ນາມ ​ບໍ່​ພຽງ​ແຕ່​ເປີດກວ້າງ​ຕະຫຼາດ, ດຶງ​ດູດ​ແຫຼ່ງ​ກຳ​ລັງ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ເທົ່າ​ນັ້ນ ຫາກ​ຍັງ​ຍົກ​ສູງ​ຖາ​ນະ​ບົດ​ບາດ​​ ຈາກ​​ປະ​ເທດ​ຜະ​ລິດ​ກາຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ມີ​ມູນ​ຄ່າ​ສູງ​ໃນ​​ຕ່ອງ​ໂສ້​ການສະ​ໜອງ​ທົ່ວ​ໂລກ​ເທື່ອ​ລະ​ກ້າວ. ນັ້ນ​ກໍ່​ແມ່ນ​ພື້ນ​ຖານ​ສຳ​ຄັນ​ເພື່ອ​ສ້າງ​ກຳ​ລັງ​ຜັກ​ດັນ​ການ​ເຕີບ​ໂຕໃໝ່​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ.