VOV WorldVOV World
ສຸມ​ໃສ່​ດຶງ​ດູດ​ການ​ລົງ​ທຶນ​ເຂົ້າ​ບັນ​ດາ​ພື້ນ​ຖານ​ໂຄງ​ລ່າງຫລັກເພື່ອ​ເສີມ​ຂະ​ຫ​ຍາຍ​ທ່າ​ໄດ້​ປຽບ​ຂອງ “ເຂດ” ໃຫ້​ໄດ້ຫລາຍທີ່ສຸດ
23/05/2023 05:00
(VOVWORLD) -ການພັດທະນາຮ່ວມສຳພັນ “ເຂດ” ແມ່ນແຜນນະໂຍບາຍຢ່າງລຸລ່ວງ, ສະເຫມີຕົ້ນສະເຫມີປາຍຂອງພັກ ແລະ ລັດ ເພື່ອແນໃສ່ຂຸດຄົ້ນ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງເຂດ ແລະ ທ້ອງຖິ່ນຕ່າງໆໃນທົ່ວປະເທດຢ່າງສູງສຸດ ເພື່ອພັດທະນາເສດຖະກິດ ສັງຄົມ, ຄວາມໝັ້ນຄົງ ແລະ ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ຈິດໃຈຂອງປະຊາຊົນ. ພັດທະນາຢ່າງຄົບຊຸດ ແລະ ສ້າງການຮ່ວມສຳພັນລະຫວ່າງບັນດາເຂດພາກເພື່ອຂຸດຄົ້ນ ແລະ ເສີມຂະຫຍາຍທ່າໄດ້ປຽບກ່ຽວກັບພື້ນຖານໂຄງລ່າງ, ແຫລ່ງຊັບພະຍາກອນມະນຸດໃຫ້ດີກວ່າເກົ່າ ຈາກນັ້ນ ກໍ່ສ້າງບັນດາລະບົບມູນຄ່າທົ່ວໂລກ, ສ້າງສະພາບແວດລ້ອມແຫ່ງການພັດທະນາໃຫມ່ໃຫ້ແກ່ປະເທດຊາດ.
ສຸມ​ໃສ່​ດຶງ​ດູດ​ການ​ລົງ​ທຶນ​ເຂົ້າ​ບັນ​ດາ​ພື້ນ​ຖານ​ໂຄງ​ລ່າງຫລັກເພື່ອ​ເສີມ​ຂະ​ຫ​ຍາຍ​ທ່າ​ໄດ້​ປຽບ​ຂອງ “ເຂດ” ໃຫ້​ໄດ້ຫລາຍທີ່ສຸດ
  ເອົາໃຈໃສ່ລົງທຶນກໍ່ສ້າງບັນດາສູນ  Logictics ຂະຫນາດໃຫຍ່ ຢູ່ ຫາຍຟ່ອງ,ກວ໋າງນິງ, ຮ່າໂນ້ຍ, ຫາຍເຢືອງ. ພາບປະກອບ:VOV ເຂດທົ່ງພຽງແມ່ນ້ຳແດງ ແມ່ນເຂດທີ່ມີຄວາມສຳຄັນພິເສດທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ການຕ່າງປະເທດຂອງປະເທດຊາດ, ດ້ວຍເຂດໃຈກາງແມ່ນນະຄອນຫລວງ ຮ່າໂນ້ຍ, ແມ່ນ 1 ໃນ 2 ຕົວເມືອງນຳຫນ້າທາງດ້ານເສດຖະກິດ, ແມ່ນກຳລັງຫນູນພັດທະນາແຖວຫນ້າຂອງທົ່ວປະເທດ, ໃນໄລຍະຜ່ານມາ ຍ້ອນມີການຮ່ວມສຳພັນ, ການຮ່ວມມື, ພົວພັນແລກປ່ຽນເສດຖະກິດ ສະນັ້ນ ບາງທ້ອງຖິ່ນໃນເຂດໄດ້ມີການພັດທະນາບຸກທະລຸກ່ຽວກັບພື້ນຖານໂຄງລ່າງຄົມມະນາຄົມ, logistics… ປະຈຸບັນ ມີ 6 ເຂດເສດຖະກິດ - ສັງຄົມ ລວມມີ: ເຂດພູພຽງ ແລະ ພູດອຍທາງພາກເຫນືອ, ເຂດທົ່ງພຽງແມ່ນ້ຳແດງ, ທາງທິດເຫນືອພາກກາງ ແລະ ເຂດແຄມທະເລພາກກາງ, ໄຕງວຽນ, ເຂດທົ່ງພຽງພາກໃຕ້, ເຂດທົ່ງພຽງແມ່ນ້ຳຂອງ. ໃນໄລຍະຜ່ານມາ ເລື່ອງຮ່ວມສຳພັນເຂດ ໄດ້ມີການຫັນປ່ຽນຕັ້ງຫນ້າ ພ້ອມກັບຫລາຍຮູບການຈັດຕັ້ງຄື: ສົມທົບກັນຈັດຕັ້ງງານຕະຫລາດນັດ, ງານວາງສະແດງ, ເວທີປາໄສການຮ່ວມມືບັນດາແຂວງພາກກາງເປັນປະຈຳໄລຍະ, ກໍ່ສ້າງປະຕູຖານຂໍ້ມູນເຂດ ແລະ ລົງນາມຂໍ້ຕົກລົງການຮ່ວມມືເຂດ, ຮ່ວມມືສອງຝ່າຍ… ຕາມ ທ່ານ ເຈີນວັນຫາວ, ຫົວຫນ້າພະແນກອຸດສາຫະກຳ ການຄ້າ ແຂວງ ຫາຍເຢືອງ ແລ້ວ ເພື່ອຮ່ວມສຳພັນເຂດໃຫ້ສຳເລັດຜົນ, ບັນດາທ້ອງຖິ່ນ, ເຂດພາກຄວນພັດທະນາພື້ນຖານໂຄງລ່າງ, ເປັນຕົ້ນແມ່ນພື້ນຖານໂຄງລ່າງຄົມມະນາຄົມ. “ ບັນດາກະຊວງ , ຂະແຫນງການຂອງສູນກາງ , ບັນດາແຂວງ, ນະຄອນ ຄວນສຸມໃສ່ຍູ້ໄວການກໍ່ສ້າງໂຄງການຄົມມະນາຄົມເຊື່ອມຕໍ່ ລະຫວ່າງແຂວງ , ນະຄອນໃນເຂດຢ່າງຄົບຊຸດ ເພື່ອແນໃສ່ເພີ່ມທະວີການຮ່ວມສຳພັນເຂດ , ຊຸກຍູ້ການສ້າງ ພັດທະນາແລວອຸດສາຫະກຳ , ເຂດຮ່ວມສຳພັນຂະແຫນງ ແລະ ລະບົບນິເວດອຸດສາຫະກຳ , ການບໍລິການ . ເອົາໃຈໃສ່ລົງທຶນກໍ່ສ້າງໃຫມ່ ຫລື ເປີດກວ້າງບັນດາສູນ Logictics ຂະຫນາດໃຫຍ່ຢູ່ ຫາຍຟ່ອງ , ກວ໋າງນິງ , ຮ່າໂນ້ຍ , ຫາຍເຢືອງ ແລະ ບັນດາແຂວງ ທີ່ມີຄວາມສາມາດບົ່ມຊ້ອນ ” . ຕາມທ່ານ ຮອງສາດສະດາຈານ , ປອ ເຈີນດິງທຽນ , ອະດີດຫົວຫນ້າສະຖາບັນເສດຖະກິດ ຫວຽດນາມ ແລ້ວ , ພາຍຫລັງໄດ້ມີບັນດາພື້ນຖານໂຄງລ່າງເຊື່ອມຕໍ່, ເພື່ອໃຫ້ມີການຮ່ວມສຳພັນຢ່າງແທ້ຈິງ ຄວນມີການຮ່ວມມືຂອງບັນດາວິສາຫະກິດຢູ່ບັນດາທ້ອງຖິ່ນໃນເຂດ ແລະ ລະຫວ່າງເຂດ . ພິເສດ ກໍ່ສ້າງສະພາໃຫ້ຄຳປຶກສາເຂດ ດ້ວຍສິດອຳນາດທີ່ເຂັ້ມແຂງກວ່າ , ແຫລ່ງກຳລັງທີ່ເຂັ້ມແຂງກວ່າ . “ ທຳອິດແມ່ນພາຍຫລັງເຊື່ອມຕໍ່ເຂດ ຕ້ອງຈັດຕັ້ງໂຄງປະກອບການຜະລິດ ເຮັດແນວໃດໃຫ້ບັນດາຫົວຫນ່ວຍ , ບັນດາແຂວງ ສາມາດຮ່ວມສຳພັນນຳກັນໄດ້ . ສະນັ້ນ ທຳອິດຕ້ອງມີວິໄສທັດໃນການວາງແຜນຜັງສຳລັບເຂດ ນັ້ນແມ່ນຕ້ອງສ້າງບັນດາສູນພັດທະນາຂະແຫນງ ເຮັດຄືແນວນັ້ນ ຈຶ່ງຈະສາມາດຮ່ວມສຳພັນນຳກັນໄດ້ . ທີສອງ ແມ່ນບັນຫາລະບອບລະບຽບການ , ເຂດເພື່ອຮ່ວມມືພັດທະນາ, ພວກເຮົາຍັງບໍ່ທັນໄດ້ກຳນົດໃນລະບອບລະບຽບການເທື່ອ ” . ນະຄອນ ໂຮ່ຈິມີນ ແລະ 6 ແຂວງ ແຄມທະເລທາງທິດໃຕ້ພາກກາງ ຈະສ້າງຕັ້ງສະພາບໍລິຫານງານການຮ່ວມສຳພັນເຂດ. ພາບປະກອບ:  VOV ທ່ານນາງ ຫງວຽນທິບິກງອກ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຖືວ່າ: ເພື່ອຮ່ວມສຳພັນເຂດໃຫ້ສຳເລັດຜົນ ແລະ ຍືນຍົງ, ສິ່ງສຳຄັນທີ່ສຸດ ນັ້ນແມ່ນ ກໍ່ສ້າງ, ປັບປຸງລະບອບລະບຽບການໃຫ້ສຳເລັດສົມບູນ ແລະ ປັບປຸງສະພາບແວດລ້ອມແຫ່ງການລົງທຶນຂອງແຕ່ລະທ້ອງຖິ່ນ, ເຂດ ແລະ ລະຫວ່າງເຂດຢ່າງບໍ່ຢຸດຢັ້ງ ຜ່ານນັ້ນ ຈຶ່ງສ້າງເງື່ອນໄຂສະດວກເພື່ອດຶງດູດການລົງທຶນພັດທະນາພື້ນຖານໂຄງລ່າງເຂດໃຫ້ທັນສະໄຫມ, ມີຂອບຂະຫນາດ. “ ແຕ່ລະປີ ລັດຖະບານໄດ້ປະກາດໃຊ້ມະຕິກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ , ສະນັ້ນ ພວກຂ້າພະເຈົ້າ ສະເຫນີບັນດາທ້ອງຖິ່ນໃນເຂດ ຄວນສຸມໃສ່ຜັນຂະຫຍາຍບັນດາມະຕິນັ້ນຢ່າງມີປະສິດທິຜົນເພື່ອປະຕິຮູບລະບຽບການບໍລິຫານ , ສ້າງເງື່ອນໄຂສະດວກເພື່ອດຶງດູດການລົງທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງ . ບັນດາທ້ອງຖິ່ນໃນເຂດຄວນເປັນເຈົ້າການຮ່ວມສຳພັນ , ຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນຕາມເຂດຢ່າງເປັນປະຈຳ ແລະ ສ້າງ, ປະກາດໃຊ້ບັນດາໂຄງການດຶງດູດການລົງທຶນຕາມຮູບການການພົວພັນຄູ່ຮ່ວມມື ພາກລັດ - ພາກເອກະຊົນ (PPP) ໄລຍະ 2021-2030 ແລະ ຕ້ອງມີກົນໄກນະໂຍບາຍບຸລິມະສິດ ເພື່ອດຶງດູດການລົງທຶນພາກເອກະຊົນ , ຜ່ານນັ້ນ ກໍ່ຊ່ວຍວິສາຫະກິດເຂົ້າໃຈແຈ້ງ ແລະ ສ້າງຄວາມເຊື່ອໝັ້ນເມື່ອເຂົ້າຮ່ວມການລົງທຶນພັດທະນາພື້ນຖານໂຄງລ່າງ ” . ປະຈຸບັນ ຫວຽດນາມ ພວມປະຕິບັດການປ່ຽນໃຫມ່ຮູບແບບການເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ ແລະ ຍົກສູງກຳລັງຄວາມສາມາດແກ້ງແຍ່ງແຫ່ງຊາດ. ເລື່ອງຊອກຫາບັນດາສະພາບແວດລ້ອມການພັດທະນາໃນເຂດ, ກຸ່ມເຂດຈະຊ່ວຍສ້າງກຳລັງຫນູນໃຫ້ແກ່ການພັດທະນາເຂດ, ທ້ອງຖິ່ນຕື່ມອີກ.
TAG
VOV/VOVworld/ພື້ນຖານໂຄງລ່າງ/ລົງທຶນດຳເນີນທຸລະກິດ