ທະນາຄານແຫ່ງລັດ ຫວຽດນາມ ໜູນຊ່ວຍຟື້ນຟູ ແລະ ຄວບຄຸມໄພເງິນເຟີ້, ຮັກສາລະບົບທະນາຄານເປັນປົກກະຕິ ແລະ ມີຄວາມປອດໄພ
08/11/2022 11:00
(VOVWORLD) -ທ້າຍເດືອນກັນຍາຜ່ານມາ, ທະນາຄານແຫ່ງລັດ ຫວຽດນາມ ໄດ້ຕັດສິນເພີ່ມອັດຕາດອກເບ້ຍ ບໍລິຫານຂຶ້ນ 1% ພາຍຫຼັງໄດ້ຮັກສາເປັນປົກກະຕິເປັນເວລາ 2 ປີ ແລະ ທ້າຍເດືອນຕຸລາ, ທະນາຄານແຫ່ງລັດ ສືບຕໍ່ກຳນົດເພີ່ມດອກເບ້ຍບໍລິຫານຕື່ມອີກ 1%, ພ້ອມທັງປັບປຸງ ອັດຕາແລກປ່ຽນເງິນຕາຕ່າງປະເທດ. ຢູ່ກອງປະຊຸມສະໄໝສາມັນຄັ້ງທີ 4, ສະພາແຫ່ງຊາດຊຸດທີ XV, ບັນດາສະມາຊິກສະພາແຫ່ງຊາດໄດ້ຕີລາຄາສູງການປັບປຸງທີ່ເໝາະສົມກັບການຜັນແປດ້ານການເງິນ - ເງິນຕາໂລກແລະ ຫວັງວ່າທະນາຄານແຫ່ງລັດຈະສືບຕໍ່ຕິດແທດກັບສະພາບການຕົວຈິງ, ຄົ້ນຄ້ວາເພື່ອມີວິທີການບໍລິຫານນະໂຍບາຍການເງິນທີ່ມີໄຫວພິບ, ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍຄວບຄູ່ ເຊິ່ງແມ່ນໜູນຊ່ວຍຟື້ນຟູເສດຖະກິດ ແລະຄວບຄຸມໄພເງິນເຟີ້, ຮັກສາລະບົບສິນເຊື່ອທະນາຄານເປັນປົກກະຕິແລະມີຄວາມປອດໄພ.

ສຳນັກງານໃຫຍ່ຂອງ ທະນາຄານແຫ່ງຊາດ (ພາບ: sbv.gov.vn )
TAG
VOV/VOVworld/ທະນາຄານ/ຫວຽດນາມ




.jpg)



