ຮູບແບບຫຼີ້ນກິລາໃໝ່ທີ່ເປັນເອກະລັກສະເພາະຢູ່ແມ່ນ້ຳ ເຮົ້າ
09/01/2022 14:00
(VOVWORLD) -ທ່ານຜູ້ຟັງທີ່ເຄົາລົບ! ເຖິງວ່າເຄີຍ startup ດ້ວຍຫຼາຍໂຄງການກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ, ອຸປະກອນເອເລັກໂຕນິກກໍຕາມ, ແຕ່ ອ້າຍບ່າວ ຫງວຽນງອກມິງ ຍັງປະທັງໝົດ ແລ້ວກັບເມືອນະຄອນ ເກິ່ນເທີ startup ຄືນໃໝ່ ດ້ວຍຮູບແບບການບໍລິການທ່ອງທ່ຽວ ກະດານໂຕ້ຄື້ນ SUP (SUP paddle board) ຢູ່ແມ່ນ້ຳ ເຮົ້າ. ການຫັນທິດທີ່ໜ້າແປກໃຈນີ້ ໄດ້ນຳມາເຊິ່ງຜົນສຳເລັດໃນເບື້ອງຕົ້ນໃຫ້ແກ່ ຫງວຽນງອກມິງ ແລະ ຮູບແບບກິລານີ້ກໍພວມດຶງດູດເພື່ອນໜຸ່ມ ແລະ ແຂກທ່ອງທ່ຽວມາຄົ້ນຫາ, ລອງຫຼິ້ນເປັນຈຳນວນຫຼາຍ.

ໂດຍໄດ້ສຶກສາ ແລະ ເຮັດວຽກໃນຂະແໜງການທ່ອງທ່ຽວຢູ່ນະຄອນ ໂຮ່ຈີມິນ ມາເປັນເວລາ 7 ກວ່າປີ, ພິເສດ ເມື່ອໄດ້ຮັບການເລືອກເຟັ້ນໃຫ້ເປັນຜູ້ນຳທ່ຽວໃຫ້ແກ່ຄະນະແຂກທ່ອງທ່ຽວທີ່ຫຼີ້ນ Team Building, ທ້າວ ຫງວຽນງອກມິງ ມີໂອກາດໄດ້ໄປທ່ຽວຫຼາຍເຂດພາກ ແລະ ເຫັນວ່າ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ມີກຳລັງບົ່ມຊ້ອນທີ່ສາມາດຂຸດຄົ້ນເພື່ອພັດທະນາການທ່ອງທ່ຽວ ແລະ ເສດຖະກິດ. ຫງວຽນງອກມິງ ແບ່ງປັນວ່າ: “ຂ້າພະເຈົ້າໄດ້ໄປຫຼາຍບ່ອນ, ຫຼາຍສະຖານທີ່ ແລະ ເຫັນວ່າກິລາຫຼາຍປະເພດທີ່ຢູ່ພາກຕາເວັນຕົກບ້ານເຮົາຍັງບໍ່ທັນມີ, ສະນັ້ນ, ຂ້າພະເຈົ້າຈຶ່ງຕັດສິນໃຈກັບເມືອ ເກີ່ນເທີ startup. ຂ້າພະເຈົ້າເຫັນວ່າ ກິລາ ເຮືອ SUP ມີຄວາມບົ່ມຊ້ອນຫຼາຍພໍສົມຄວນ, ແຕ່ຍັງບໍ່ທັນມີຜູ້ໃດພັດທະນາໃຫ້ເປັນ ການ ບໍລິການທ່ອງທ່ຽວ, ຂ້າພະເຈົ້າກໍເລີຍຕັດສິນໃຈນຳປະເພດກິລາຜະຈົນໄພນີ້ມາຜັນຂະຫຍາຍຢູ່ບ້ານເກີດເມືອງນອນຂອງຕົນ.” ໂດຍເລີ່ມທົດລອງຮູບແບບກະດານໂຕ້ຄື້ນ SUP ແຕ່ເດືອນ ພຶດສະພາ ປີ 2021 ຢູ່ ເກີນເທີ ແລະ ພາຍຫຼັງສຳຫຼວດພູມມີສາດແມ່ນ້ຳລຳເຊຢູ່ພາກຕາເວັນຕົກມາເປັນຫຼາຍເດືອນ, ງອກມິງ ໄດ້ລົງທຶນກວ່າ 400 ລ້ານດົ່ງເພື່ອຊື້ກະດານໂຕ້ຄື້ນ SUP, ເຄື່ອງຕັ້ງຄ້າຍ, ອຸປະກອນໜູນຊ່ວຍ ແລະ ເຮືອຢາງເປົ່າລົມ ເພື່ອຮັບປະກັນຄວາມປອດໄພ ກໍຄືໜູນຊ່ວຍແຂກທ່ອງທ່ຽວເມື່ອນຳໃຊ້ການບໍລິການ. CATOS Squad ໄດ້ສ້າງລາຍການທ່ອງທ່ຽວຕາມຄວາມຕ້ອງການຂອງລູກຄ້າ ເປັນຕົ້ນແມ່ນ: ລາຍການ ຫຼີ້ນ SUP 4 ຊົ່ວໂມງ; ລາຍການຕັ້ງຄ້າຍຊົມຕາເວັນຕົກ ປະສົມກັບ ຫຼີ້ນ SUP ແຕ່ 6 ຫາ 8 ຊົ່ວໂມງ; ລາຍການຕັ້ງຄ້າຍຊົມຕາເວັນຂຶ້ນ 12 ຊົ່ວໂມງ… ແຕ່ລະລາຍການທ່ອງທ່ຽວຈະມີການບໍລິການອື່ນໆໄປພ້ອມ ບໍ່ວ່າຈະເປັນເຄື່ອງອຸປະກອນ ຫຼື ສະຖານທີ່ທ່ອງທ່ຽວ, ທິມງານ CATOS Squad ລ້ວນແຕ່ໄດ້ກະກຽມຢ່າງລອບຄອບຖີ່ຖ້ວນ. ພິເສດ, ແຂກທ່ອງທ່ຽວສາມາດຄົ້ນຫາຫຼາຍທັກສະ, ນັບແຕ່ການຕັ້ງຄ້າຍ, ແຕ່ງກິນ, ແຄມໄຟ, ຂີ່ SUP ຕອນກາງຄືນ ແລະ ພິເສດແມ່ນທັກສະການເອົາຕົວລອດ.
TAG
VOV/VOVworld/ຂີ່ SUP/ຫງວຽນງອກມິງ/ເກີ່ນເທີ/ແມ່ນ້ຳ ເຮົ້າ




.jpg)



