ວິສາຫະກິດໃຫຍ່ ແລະ ບົດບາດພາທາງ, ເປີດຊ່ອງທາງ
22/03/2022 07:00
(VOVWORLD) -ກຳລັງບົ່ມຊ້ອນດ້ານເສດຖະກິດ, ກຳລັງຄວາມສາມາດການບໍລິຫານ ແລະ ຈິນຕະນາການ - ຄວາມຄິດໃຫຍ່ຂອງນັກທຸລະກິດ ໄດ້ສ້າງເປັນວິສາຫະກິດໃຫຍ່. ໃນສະພາບຍິ່ງຫຍຸ້ງຍາກ, ທົດສອບ, ບົດບາດຂອງວິສາຫະກິດ ນັກທຸລະກິດ ຍິ່ງໃຫຍ່ກວ່າ ແລະ ສະແດງໃຫ້ເຫັນຢ່າງຈະແຈ້ງກວ່າ. ໃນເວລາສອງປີຜ່ານມາ, ໂລກລະບາດໂຄວິດ 19 ເກີດຂຶ້ນ ໄດ້ສົ່ງຜົນສະທ້ອນຢ່າງຫຍໍ້ທໍ້ເຖິງທຸກດ້ານຂອງຊີວິດ, ເສດຖະກິດ ສັງຄົມ, ໃນນັ້ນ ປະຊາຄົມວິສາຫະກິດຖືກຜົນສະທ້ອນໂດຍກົງ, ຫນັກຫນ່ວງ. ວິສາຫະກິດໃຫຍ່ ຈະຖືກເສຍຫາຍໃຫຍ່ກວ່າ, ແຕ່ໃນເວລາປະສົບກັບຄວາມຫຍຸ້ງຍາກທີ່ສຸດນັ້ນ ບັນດາວິສາຫະກິດ - ເຄື່ອງໝາຍໃຫຍ່ໄດ້ຮ່ວມເດີນທາງກັບລັດຖະບານ ໃນວຽກງານປ້ອງກັນຕ້ານໂລກລະບາດ, ປະກອບສ່ວນຮັກສາເສດຖະກິດມະຫາພາກ, ການເຕີບໂຕເສດຖະກິດເປັນປົກກະຕິ.

ທ່ານ ປອ ຫວູຕຽນລົກ ປະທານສູນອະນຸຍາໂຕຕຸລາການ ສາກົນ ຫວຽດນາມ (VIAC). ພາບ:TTXVN ໂລກລະບາດໂຄວິດ 19 ເກີດຂຶ້ນໄດ້ສົ່ງຜົນສະທ້ອນຢ່າງຫນັກເຖິງທຸກດ້ານຂອງພື້ນຖານເສດຖະກິດ ແລະ ຜົນສະທ້ອນໂດຍກົງເຖິງການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງວິສາຫະກິດ. ມີວິສາຫະກິດໃຫຍ່ຫລາຍແຫ່ງ ໄດ້ມີການປະກອບສ່ວນໂດຍກົງ. ທ່ານ ປອ ຫວູຕຽນລົກ ປະທານສູນອະນຸຍາໂຕຕຸລາການ ສາກົນ ຫວຽດນາມ (VIAC) ໄດ້ໃຫ້ຂໍ້ສັງເກດວ່າ:
TAG
VOV/VOVworld/ລັດວິສາຫະກິດ/ກຸ່ມເສດຖະກິດ




.jpg)



