ວິສາຫະກິດ ຫວຽດນາມ ສ້າງແນວຄວາມຄິດສີຂຽວ, ການກະທຳສີຂຽວ ເພື່ອພັດທະນາແບບຍືນຍົງ
02/04/2023 07:00
(VOVWORLD) -ເສດຖະກິດສີຂຽວ, ເສດຖະກິດໝູນວຽນ ນັບມື້ນັບໄດ້ເວົ້າເຖິງແລະ ປະຕິບັດຫຼາຍຂຶ້ນ. ໃນສະພາບການປ່ຽນແປງຂອງດິນຟ້າອາກາດ ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການຜະລິດດຳເນີນທຸລະກິດ ແລະ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນລະບົບສະໜອງຖືກຕັດຕອນ, ຄ່າວັດຖຸດິບເພີ່ມຂຶ້ນ ແລະ ມູນຄ່າການຜະລິດກໍ່ເພີ່ມຂຶ້ນ, ການຜະລິດສີຂຽວ ແມ່ນວິທີທີ່ດີເພື່ອໃຫ້ວິສາຫະກິດໝູນໃຊ້ວັດຖຸດິບ, ເພີ່ມມູນຄ່າຂອງການຜະລິດ ເພື່ອນຳມາເຊິ່ງລາຄາແກ້ງແຍ້ງໃຫ້ແກ່ຜະລິດຕະພັນ. ເພາະສະນັ້ນ, ນັບແຕ່ວິສາຫະກິດຂະໜາດນ້ອຍ, ຂະໜາດກາງ ຕະຫຼອດຮອດວິສາຫະກິດຂະໜາດໃຫຍ່ ລ້ວນແຕ່ປະຕິບັດ ແລະ ພວມມຸ່ງໄປສູ່ການຜະລິດສີຂຽວ.

ຢູ່ບໍລິສັດ ຜະລິດ - ການຄ້າ - ການບໍລິການ ກຸຍຝຸກ ຈຳກັດ ເຊິ່ງເປັນບໍລິສັດຜະລິດບັນດາຜະລິດຕະພັນຢາງພະລາດສະຕິກ ແລະ ສະແຕນເລດ, ເກືອບຄືວ່າບໍ່ມີວັດຖຸດິບໃດຖືກປະຖີ້ມ. ທາງບໍລິສັດຈະນຳເອົາວັດຖຸດິບທີ່ເສດເຫຼືອນັ້ນ ໄປຄົ້ນຄວ້າ, ຊອກຫາວິທີປະດິດສ້າງໃຫ້ເປັນຜະລິດຕະພັນໃຊ້ສອຍໃໝ່ ທີ່ສາມາດນຳໃຊ້ໃນຄອບຄົວ. ການໝູນໃຊ້ດັ່ງກ່າວ ທັງຊ່ວຍຫຼຸດຜ່ອນການປ່ອຍສິ່ງເສດເຫຼືອອອກສູ່ສິ່ງແວດລ້ອມ, ທັງເພີ່ມມູນຄ່າເສດຖະກິດຂຶ້ນ. ທ່ານນາງ ວັນທິຖຸຍຕຽນ, ຫົວໜ້າຝ່າຍ Marketing ຂອງບໍລິສັດດັ່ງກ່າວ ໃຫ້ຮູ້ວ່າ: “ຫຼາຍຄົນຄິດວ່າ ວິສາຫະກິດໜຶ່ງຈະສາມາດບັນລຸໄດ້ມາດຕະຖານສີຂຽວ ໄດ້ຍາກ ແຕ່ຄວາມຈິງແລ້ວ ບໍລິສັດ ກຸຍຝຸກ ພວກຂ້າພະເຈົ້າ ໄດ້ປະຕິບັດມາແຕ່ດົນແລ້ວ. ເຖິງວ່າ ປັດຈຸບັນ ພວກຂ້າພະເຈົ້າພຽງແຕ່ປະຕິບັດຕາມມາດຕະຖານ ISO 9000 ເທົ່ານັ້ນ ກໍມີເງື່ອນໄຂຢ່າງຄົບຖ້ວນເພື່ອສົ່ງອອກຜະລິດຕະພັນແລ້ວ, ແຕ່ພວກຂ້າພະເຈົ້າຍັງໝູນໃຊ້ ແລະ ສູ້ຊົນເພື່ອໄດ້ຮັບການຢັ້ງຢືນວ່າ ບັນລຸມາດຕະຖານ ISO 14000 ກ່ຽວກັບການຮັບປະກັນບັນດາການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມສີຂຽວໃນປີ 2023 ນຳອີກ ”.
TAG
VOV/VOVworld/ເສດຖະກິດສີຂຽວ/ຍືນຍົງ/ວິສາຫະກິດ/ການກະທຳສີຂຽວ/ບໍລິໂພກສີຂຽວ




.jpg)



