ວິສາຫະກິດ ຢູ່ ນະຄອນໂຮ່ຈີມິນ ຍົກລະດັບມູນຄ່າຜະລິດຕະພັນກະເສດ
28/03/2022 07:00
(VOVWORLD) -ໄລຍະຜ່ານມາ, ມີວິສາຫະກິດຫລາຍແຫ່ງຢູ່ ນະຄອນ ໂຮ່ຈີມິນ ໄດ້ສຸມໃສ່ລົງທຶນຢ່າງແຮງເຂົ້າໃນຂົງເຂດກະສິກຳ ແລະ ຜະລິດຕະພັນກະເສດ, ປະກອບສ່ວນຫລາຍພໍສົມຄວນໃນການຍົກສູງມູນຄ່າເສດຖະກິດໃຫ້ແກ່ບັນດາຜະລິດຕະພັນກະເສດ ກໍ່ຄືລາຍຮັບຂອງຊາວກະສິກອນຢູ່ບໍລິເວນນະຄອນ ແລະ ເຂດໃກ້ຄຽງ.

ຜະລິດຕະພັນເຫລົ້າແວງ ມັນດ້າງສີມ່ວງ ໄດ້ວາງແນະນຳຢູ່ ກອງປະຊຸມເຊື່ອມຕໍ່ການສະຫນອງ ຄວາມຕ້ອງການ ລະຫວ່າງ ນະຄອນໂຮ່ຈີມິນ ກັບບັນດາແຂວງນະຄອນປີ 2021. ພາບ: tuoitre.vn ໃນເດືອນ ພຶດສະພາ ປີ 2021, ເມື່ອລະດູການປູກມັນດ້າງສີມ່ວງຂອງຊາວກະສິກອນຢູ່ທາງທິດຕາເວັນຕົກພາກໃຕ້ ພວມກ້າວເຂົ້າສູ່ລະດູການເກັບກູ້ ແຕ່ກໍ່ໃນຈຸດເວລາໂລກລະບາດໂຄວິດ 19 ເກີດຂຶ້ນຢ່າງແຮງຢູ່ບັນດາແຂວງ ທາງພາກໃຕ້, ເຮັດໃຫ້ການຈຳຫນ່າຍຜະລິດຕະພັນປະສົບກັບຄວາມຫຍຸ້ງຍາກຫລາຍ. ໃນຂະນະນັ້ນ ມີຫລາຍອົງການ, ໝູ່ຄະນະ, ວິສາຫະກິດ ໄດ້ຕັ້ງຫນ້າຫນູນຊ່ວຍການຈຳຫນ່າຍຜະລິດຕະພັນກະເສດນັບຮ້ອຍໆໂຕນໃຫ້ແກ່ພໍ່ແມ່ປະຊາຊົນຢູ່ບັນດາແຂວງທາງທິດຕາເວັນຕົກສ່ຽງໃຕ້ນີ້. ເຖິງຢ່າງໃດກໍຕາມ ນັ້ນພຽງແຕ່ແມ່ນການຫນູນຊ່ວຍທີ່ມີລັກສະນະຊົ່ວຄາວ. ຄວາມຈິງ ສະພາບການ “ລະດູການເກັບກູ້ໄດ້ຮັບຜົນດີແຕ່ຂາຍບໍ່ໄດ້ລາຄາ” ຫລື ການຈຳຫນ່າຍຜະລິດຕະພັນກະເສດຢູ່ບັນດາທ້ອງຖິ່ນແມ່ນປະສົບກັບຄວາມຫຍຸ້ງຍາກເປັນປະຈຳ ນັບແຕ່ໄລຍະກ່ອນເກີດໂລກລະບາດ. ຕໍ່ຫນ້າສະພາບການນັ້ນ ມີວິສາຫະກິດຫລາຍແຫ່ງຢູ່ ນະຄອນ ໂຮ່ຈີມິນ ໄດ້ສຸມໃສ່ຄົ້ນຄ້ວາມາດຕະການເຮັດໃຫ້ມູນຄ່າຜະລິດຕະພັນກະເສດເພີ່ມຂຶ້ນສູງ. ບໍລິສັດ ທັນຍາຫານ ເຈືອງຢາ ຈຳກັດ ຜະລິດເຫລົ້າແວງ ໄດ້ຮັບເອົາ ແລະ ຜັນຂະຫຍາຍແນວຄວາມຄິດຜະລິດເຫລົ້າແວງ ຈາກມັນດ້າງສີມ່ວງຂອງຄະນະຊາວຫນຸ່ມກຸ່ມທະນາຄານນະຄອນ ໂຮ່ຈີມິນ. ພາຍຫລັງຄວາມມານະພະຍາຍາມຫລາຍຢ່າງ, ຜະລິດຕະພັນເຫລົ້າແວງ ມັນດ້າງສີມ່ວງໄດ້ຜະລິດອອກ. ໃນບັ້ນຜັນຂະຫຍາຍທຳອິດ, ມັນດ້າງສີມ່ວງ 6 ໂຕນຜະລິດເຫລົ້າແວງໄດ້ 1000 ຂວດ. ຍ້ອນຮັບປະກັນຄຸນນະພາບ ມີປະໂຫຍດຕໍ່ສຸຂະພາບ ສະນັ້ນ ເຫລົ້າແວງປະເພດນີ້ໄດ້ຮັບການຮັບຮູ້ຈາກລູກຄ້າເປັນຈຳນວນຫລວງຫລາຍ. ທິດກ້າວເດີນນີ້ ພວມນຳມາເຊິ່ງມູນຄ່າດ້ານເສດຖະກິດທີ່ດີໃຫ້ແກ່ຊາວກະສິກອນຜູ້ປູກມັນດ້າງສີມ່ວງ. ທ່ານນາງ ເຈືອງທິຊວນຮວ່າ, ຜູ້ອຳນວຍການບໍລິສັດ ທັນຍາຫານ ເຈືອງຢາ ຈຳກັດ ໃຫ້ຮູ້ວ່າ: “ ເມື່ອ ຂ້າ ພະ ເຈົ້າ ພັດ ທະ ນາການຜະລິດເຫລົ້າ ແວງ ປຸງ ແຕ່ງ ຈາກ ມັນ ດ້າງ ສຳ ເລັດນັ້ນ , ລາ ຄາ ເກັບ ຊື້ ມັນ ດ້າງ ສີ ມ່ວງ ແມ່ນ ຂຶ້ນ ເຖິງ 15.000 ດົ່ງ / ກິ ໂລກຼາມ . ພໍ່ ແມ່ ປະ ຊາ ຊົນພຽງແຕ່ ເກັບ ກູ້ ແລະ ທຳ ຄວາມ ສະ ອາດ ມັນ ດ້າງ ເພື່ອ ຊ່ວຍ ວິ ວັດ ການ ຂົນ ສົ່ງ ບໍ່ ໃຫ້ມັນດ້າງເຫນົ່າ ດ້ວຍ ລາ ຄາ ເກັບ ຊື້ນີ້ ມັນ ດ້າງ ສີ ມ່ວງ ຈະ ມີ ມູນ ຄ່າ ເພີ່ມ ຂຶ້ນ ສູງ ທົບ 3 ເທົ່າ ເມື່ອ ທຽບ ໃສ່ ລາ ຄາ ປົກ ກະ ຕິ ” . ກໍ່ມີທິດກ້າວເດີນເຊັ່ນດຽວກັບການລົງທຶນເຂົ້າໃນຜະລິດຕະພັນກະເສດ, ໂຄງການ ກາເຟສົ່ງສານ (Message Coffee) ຂອງ ອ້າຍ ຫວູວຽດດຶກ ໄດ້ເລືອກເອົາວິທີເກັບຊື້ ກາເຟສຸກ ຈາກຊາວກະສິກອນເພື່ອຜະລິດກາເຟທີ່ມີຄຸນນະພາບສູງ. ໂຄງການກາເຟສົ່ງສານ ແມ່ນມີແຫລ່ງວັດຖຸດິບທີ່ດີ ຜະລິດອອກບັນດາຜະລິດຕະພັນກາເຟທີ່ມີຄຸນນະພາບສູງ, ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກເປັນຈຳນວນຫລວງຫລາຍ. ເປັນຫນ້າສົນໃຈ ທິດພັດທະນານີ້ ໄດ້ຊ່ວຍຍົກສູງມູນຄ່າຂອງເມັດກາເຟດີພໍສົມຄວນ, ນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫລວງໃຫ້ແກ່ຜູ້ປູກກາເຟ. ອ້າຍ ຫວູວຽດດຶກ ແບ່ງປັນວ່າ: ຜະລິດຕະພັນກາເຟຂອງໂຄງການກາເຟສົ່ງສານ ແມ່ນຫນຶ່ງໃນບັນດາປະເພດກາເຟຂາຍດີພໍສົມຄວນໃນລະບົບຄ້າຂາຍສິນຄ້າທາງເອເລັກໂຕນິກ ໃນໄລຍະຜ່ານມາ. “ ລາ ຄາ ເກັບ ຊື້ກາ ເຟ ຂອງ ພວກ ຂ້າ ພະ ເຈົ້າ ແມ່ນ ສູງກວ່າ ລາ ຄາ ເກັບ ຊື້ ກາ ເຟ ຕາມ ທ້ອງ ຕະ ຫລາດ ປະ ມານ 60 -70%. ພາຍ ຫລັງ ປຸງ ແຕ່ງ ຕາມ ຂັ້ນ ຕອນ ຜະ ລິດ ກາ ເຟ ແລ້ວ , ພວກ ຂ້າ ພະ ເຈົ້າ ກໍນຳ ເອົາ ໄປຂາຍ ທາງລະ ບົບ Shopee, Tiki, Lazada. ແລະ ລາ ຄາ ສຸດ ທ້າຍ ຊື່ງຜູ້ ບໍ ລິ ໂພກ ຊື້ ແມ່ນ ປະ ມານ 180 – 400.000 ດົ່ງ / ກິ ໂລ ກຼາມ .” ຜະລິດຕະພັນ ຈາກໃບ mugwort. ພາບ: khoinghiepsangtao.vn ມີຮູບແບບອີກອັນຫນຶ່ງກ່ຽວກັບການລົງທຶນ ແລະ ຜັນຂະຫຍາຍໂຄງການພັດທະນາຜະລິດຕະພັນກະສິກຳມີມູນຄ່າສູງຂອງວິສາຫະກິດຢູ່ ນະຄອນ ໂຮ່ຈີມິນ ໃນໄລຍະຜ່ານມາ ແມ່ນ startup ຜະລິດສະເພາະສະໝູນໄພ ຂອງ ອ້າຍ ຮ່າວັນລົກ. ບໍລິສັດ ໄຊງ່ອນ TCS ຈຳກັດ ຂອງອ້າຍລົກ ໄດ້ຄົ້ນຄ້ວາ ແລະ ຜະລິດບັນດາຜະລິດຕະພັນທູບ mugwort ອ້າຍລົກໄດ້ເຊັນສັນຍາຈຳຫນ່າຍຜະລິດຕະພັນໃບ mugwort ໃຫ້ແກ່ຊາວກະສິກອນ ດ້ວຍລາຄາສູງກວ່າຫລາຍເມື່ອທຽບໃສ່ລາຄາທີ່ພໍ່ຄ້າຊາວຂາຍມາຊື້, ນຳມາເຊິ່ງແຫລ່ງລາຍຮັບສູງ ແລະ ເປັນປົກກະຕິໃຫ້ແກ່ຊາວກະສິກອນ. “ ກ່ອນນີ້ ສະ ໝູນ ໄພ ປະ ເພດນີ້ ພຽງແຕ່ ຂາຍ ໃນ ຮູບ ແບບ ເປັນ ວັດ ຖຸ ດິບ ໝາຍ ຄວາມ ວ່າ ແມ່ນ ຂາຍ ສົດ ພາຍ ຫລັງ ເກັບ ກູ້ ຫລື ອົບ ແຫ້ງ ລາ ຄາ ຕ່ຳ ຫລາຍ ພຽງ ແຕ່ 6.000-7.000 ດົງ /kg. ຖ້າ ຫາກ ພວກ ເຮົາ ຊື້ ເອົາ ມາ ປຸ່ງ ແຕ່ງກັ່ນຕອງ ລາ ຄາ ຂອງ ມັນ ແມ່ນ ສູງກວ່າ ຫລາຍ ເທົ່າ , 11 – 12 ລ້ານ / kg. ດ້ວຍຄວາມຕັດສິນໃຈ ແລະ ວິທີເຮັດຢ່າງມີຫົວຄິດປະດິດສ້າງຂອງວິສາຫະກິດຢູ່ ນະຄອນ ໂຮ່ຈີມິນ ຫລາຍແຫ່ງ, ແຜນສົ້ນອອກໃຫ້ແກ່ຜະລິດຕະພັນກະເສດຫລາຍປະເພດຢູ່ ທ້ອງຖິ່ນຕ່າງໆທາງພາກໃຕ້ ພວມມີແງ່ຫວັງທີ່ດີ. ມີຜະລິດຕະພັນຫລາຍປະເພດ ໄດ້ຍົກສູງດ້ານມູນຄ່າ, ນຳມາເຊິ່ງລາຍຮັບທີ່ດີໃຫ້ແກ່ຊາວກະສິກອນ, ພ້ອມທັງປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາເສດຖະກິດ ສັງຄົມຂອງທ້ອງຖິ່ນ.
TAG
VOV/VOVworld/




.jpg)



