ວິສາຫະກິດຂອງຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ເປັນຂົວຕໍ່ແກ່ການສົ່ງສິນຄ້າໄປຍັງຕະຫຼາດເອີຣົບ
24/07/2021 23:00
(VOVWORLD) - ຕາມການສະຖິຕິແລ້ວ, ປັດຈຸບັນ ມີວິສາຫະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປະມານ 3500 ແຫ່ງພວມເຄື່ອນໄຫວຢູ່ຫຼາຍປະເທດ ແລະ ເຂດແຄວ້ນໃນໂລກ. ນີ້ແມ່ນແຫຼ່ງກຳລັງສໍາຄັນຊ່ວຍໂຄສະນາ ແລະ ນຳສິນຄ້າ ຫວຽດນາມ ຈຳໜ່າຍຢູ່ປະເທດປະຈຳຖິ່ນ. ປັດຈຸບັນ, ຫວຽດນາມ ພວມເຂົ້າຮ່ວມສົນທິສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA), ບັນດາວິສາຫະກິດຂອງຊາວ ຫວຽດນາມ ອາໄສ ຢູ່ ຕ່າງປະເທດ ໄດ້ ແລະ ພວມກາຍເປັນຂົວຕໍ່ນຳສິນຄ້າ ຫວຽດນາມ ເຂົ້າສູ່ເອີຣົບເວົ້າລວມ ແລະ ບັນດາປະເທດສະມາຊິກ ອີຢູ ເວົ້າສະເພາະ.

ສະຫະພາບເອີຣົບ (ອີຢູ) ແມ່ນຕະຫຼາດທີ່ກວ້າງໃຫຍ່ ມີປະຊາກອນປະມານ 500 ລ້ານຄົນ ດ້ວຍຍອດຜະລິດຕະພັນພາຍໃນກຸ່ມໃນແຕ່ລະປີແມ່ນຂຶ້ນເຖິງ 18.000 ຕື້ USD. ອີຢູ ກໍແມ່ນຄູ່ຮ່ວມມືສຳຄັນອັນດັບ 2 ຂອງ ຫວຽດນາມ ແລະ ແມ່ນຕະຫຼາດທີ່ມີກຳລັງບົ່ມຊ້ອນສຳລັບສິນຄ້າສົ່ງອອກຂອງ ຫວຽດນາມ. ນັບແຕ່ເມື່ອສົນທິສັນຍາ EVFTA ມີຜົນສັກສິດ ແຕ່ເດືອນສິງຫາ 2020 ມານີ້, ວິສາຫະກິດ ຫວຽດນາມ ຢູ່ ເອີຣົບ ຍາມໃດກໍຕັ້ງໜ້າຮ່ວມເດີນທາງພ້ອມກັບວິສາຫະກິດພາຍໃນປະເທດ, ຊອກຫາຕະຫຼາດ, ຍາດແຍ່ງກາລະໂອກາດ ເຊິ່ງ EVFTA ນຳມາເພື່ອຍູ້ແຮງການສົ່ງສິນຄ້າໄປຍັງຕະຫຼາດເອີຣົບ, ພິເສດ ແມ່ນບັນດາຜະລິດຕະພັນກະເສດ, ສິນໃນນ້ຳ ກໍຄືບັນດາປະເພດສິນຄ້າ ຫວຽດນາມ ທີ່ມີທ່າແຮງແກ້ງແຍ້ງ.
TAG
VOV/VOVworld/ສັນຍາ EVFTA/ວິສາຫະກິດ/ຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ/ສົ່ງອອກ




.jpg)



